Tuesday, February 4, 2025
Homeຂ່າວຕ່າງປະເທດMicrosoft ປະກາດຜົນການດຳເນີນງານໃນໄຕມາດທີ 2

Microsoft ປະກາດຜົນການດຳເນີນງານໃນໄຕມາດທີ 2

ຂ່າວຕ່າງປະເທດລາຍງານ ໃນທ້າຍອາທິດຜ່ານມາວ່າ: ບໍລິສັດ Microsoft ປະກາດຜົນການດຳເນີນງານໃນໄຕມາດທີ 2 ຂອງປີງົບປະມານ 2025, ໂດຍມີລາຍຮັບທັງໝົດ 69.6 ຕື້ໂດລາ, ເພີ່ມຂຶ້ນ 12% ເມື່ອທຽບໃສ່ປີກາຍ ແລະ ມີກໍາໄລສຸດທິຂອງຕົນສໍາລັບໄຕມາດທີ່ສິ້ນສຸດລົງໃນວັນທີ 31 ເດືອນທັນວາ ຜ່ານມາ ແມ່ນ 24.1 ຕື້ໂດລາ, ເພີ່ມຂຶ້ນ 10% ເມື່ອທຽບປີຕໍ່ປີ.

ບໍລິສັດ Microsoft ລະບຸວ່າ: ລາຍຮັບຈາກການດໍາເນີນງານເພີ່ມຂຶ້ນ 17% ເປັນ 31.7 ຕື້ໂດລາ, ໂດຍລາຍຮັບຈາກການບໍລິການຊັອຟແວກ່ຽວກັບການຜະລິດເພີ່ມຂຶ້ນ 14% ເປັນ 29.4 ຕື້ໂດລາ, ລາຍຮັບຈາກທຸລະກິດຄລາວອັດສະລິຍະເພີ່ມຂຶ້ນ 19% ເປັນ 25.5 ຕື້ໂດລາ, ສ່ວນລາຍຮັບຈາກການບໍລິການສ່ວນບຸກຄົນຍັງຄົງທີ່ 14,7 ຕື້ໂດລາ.

Microsoft ມີກຳໄລ 3.23 ໂດລາຕໍ່ຫຸ້ນ, ເພີ່ມຂຶ້ນ 10% ຈາກປີກ່ອນ ແລະ ບໍລິສັດໄດ້ສົ່ງເງິນຄືນໃຫ້ແກ່ຜູ້ຖືຫຸ້ນ ຈຳນວນ 9.7 ຕື້ໂດລາ ໂດຍຜ່ານເງິນປັນຜົນ ແລະ ການຊື້ຫຸ້ນຄືນໃນໄຕມາດທີ 2 ຂອງປີງົບປະມານ 2025.

ທ່ານ ສັດຕະຍາ ນາເດລລາ ປະທານ ແລະ CEO ຂອງ Microsoft ກ່າວວ່າ: ພວກເຮົາກໍາລັງປະດິດສ້າງສິ່ງໃໝ່ໃນທຸກລະດັບຂອງເຕັກໂນໂລຊີ ແລະ ຊ່ວຍໃຫ້ລູກຄ້າສາມາດປົດລັອກຜົນຕອບແທນຈາກການລົງທຶນຂອງປັນຍາປະດິດ (AI) ໄດ້ຢ່າງເຕັມສ່ວນ ເພື່ອຍາດເອົາໂອກາດອັນມະຫາສານໃນອະນາຄົດ, ທຸລະກິດ AI ຂອງພວກເຮົາສ້າງລາຍຮັບໄດ້ຫຼາຍກວ່າ 13 ຕື້ໂດລາຕໍ່ປີ, ເພີ່ມຂຶ້ນ 175% ເມື່ອທຽບໃສ່ປີຕໍ່ປີ.

ທ່ານ ເອມີ ຮູດ ຮອງປະທານ ແລະ ຫົວໜ້າການເງິນ ຂອງ Microsoft ກ່າວວ່າ: ໃນໄຕມາດນີ້ ລາຍຮັບຂອງ Microsoft Cloud ຢູ່ທີ່ 40.9 ຕື້ໂດລາ, ເພີ່ມຂຶ້ນ 21% ຕໍ່ປີ. ໂດຍພວກເຮົາຍັງຄົງມຸ່ງ ໝັ້ນຮັກສາຄວາມດຸ່ນດ່ຽງລະຫວ່າງຫຼັກການການດໍາເນີນງານກັບການລົງທຶນໃນຄລາວ ແລະ ພື້ນຖານໂຄງລ່າງ ປັນຍາປະດິດຢ່າງຕໍ່ເນື່ອງ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments