ວັນທີ 19 ກໍລະກົດ 2022 ທີ່ກະຊວງການຕ່າງປະເທດ, ສະຫະພັນແມ່ຍິງກະຊວງການຕ່າງປະເທດ ໄດ້ຈັດພິທີປາຖະກະຖາ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງອົງການຈັດຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 67 ປີ (20 ກໍລະກົດ 1955-20 ກໍລະກົດ 2022) ແລະ ສະຫຼຸບປະຈໍາປີ 2021 ຂອງສະຫະພັນແມ່ຍິງກະຊວງການຕ່າງປະເທດ.

ໃຫ້ກຽດເຂົ້າຮ່ວມໃນພິທີ ໂດຍ ສະຫາຍ ສະເຫຼີມໄຊ ກົມມະສິດ, ກໍາມະການກົມການເມືອງສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ; ສະຫາຍ ນ. ສິລິກິດ ບຸບຜາ, ຮອງປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ (ສສຍລ);ສະຫາຍ ນ. ໄກມະນີ ອໍລະບູນ, ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ປະທານສະຫະພັນແມ່ຍິງກະຊວງການຕ່າງປະເທດ; ຄະນະພັກ-ຄະນະນຳກະຊວງການຕ່າງປະເທດ; ທ່ານ ນ. ອາລຸນີ ກົມມະສິດ, ປະທານກິດຕິມະສັກ ສະຫະພັນແມ່ຍິງກະຊວງ, ພັນລະຍາທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ; ຄະນະບໍລິຫານງານສະຫະພັນແມ່ຍິງກະຊວງ; ພັນລະຍາການນຳ; ຜູ້ຕາງໜ້າອົງການຈັດຕັ້ງກຳມະບານ ແລະ ຊາວໜຸ່ມກະຊວງ; ຄະນະກົມພາຍໃນກະຊວງ ແລະ ເອື້ອຍນ້ອງແມ່ຍິງພາຍໃນກະຊວງການຕ່າງປະເທດ ພ້ອມດ້ວຍອ້າຍນ້ອງຊາຍຈຳນວນໜຶ່ງ ທັງໝົດ 350 ທ່ານ.

ໃນພິທີປາຖະກະຖາ ຄັ້ງນີ້,ຜູ້ເຂົ້າຮ່ວມທັງໝົດ ໄດ້ຮັບຟັງການບັນຍາຍ ກ່ຽວກັບ ຫວນຄືນປະຫວັດມູນເຊື້ອວັນສ້າງຕັ້ງອົງການຈັດຕັ້ງສະຫະພັນແມ່ຍິງລາວ (20 ກໍລະກົດ) ໂດຍ ທ່ານ ນ. ສິລິກິດ ບຸບຜາ, ຮອງປະທານ ສູນກາງສະຫະພັນແມ່ຍິງລາວ ແລະ ການສະຫຼຸບຜົນງານການເຄື່ອນໄຫວວຽກງານ ປະຈໍາປີ 2021 ຂອງສະຫະພັນແມ່ຍິງກະຊວງການຕ່າງປະເທດ ໂດຍ ທ່ານ ນາງ ໄກມະນີ ອໍລະບູນ, ຄະນະບໍລິຫານງານ ສສຍລ, ປະທານສະຫະພັນແມ່ຍິງກະຊວງການຕ່າງປະເທດ; ເຊິ່ງໄດ້ຕີລາຄາລວມ ກ່ຽວກັບ ການເຄື່ອນໄຫວການຈັດຕັ້ງປະຕິບັດວຽກງານສະຫະພັນແມ່ຍິງກະຊວງການຕ່າງປະເທດ ປະຈໍາປີ 2021 ພ້ອມທັງໄດ້ແຈ້ງໃຫ້ຊາບຈໍານວນສະຖິຕິຂອງເອື້ອຍນ້ອງສະຫະພັນແມ່ຍິງກະຊວງ ເຊິ່ງເຫັນໄດ້ວ່າ ຈໍານວນພະນັກງານຂອງກະຊວງການຕ່າງປະເທດ ມີທັງໝົດ 978 ຄົນ. ພະນັກງານແມ່ຍິງ 361 ຄົນ (ຢູ່ຕ່າງປະເທດ 109 ຄົນ) ເຊິ່ງກວມເອົາ 36,9% ໃນນີ້ ມີທູດແມ່ຍິງ 6 ສະຫາຍ, ກົງສຸນໃຫ່ຍ 4 ສະຫາຍ, ຂັ້ນຫົວໜ້າກົມ 1 ສະຫາຍ ແລະ ຮອງໜ້າກົມ 10 ສະຫາຍ. ພ້ອມກຽວກັນນີ້, ໄດ້ເນັ້ນເຖິງວ່າ ໃນປີ 2021 ຜ່ານມາ ທົ່ວໂລກ ກໍ່ຄື ພາຍໃນ ສປປ ລາວ ຈະມີການແຜ່ລະບາດຂອງພະຍາດໂຄວິດ-19 ຢ່າງຮ້າຍແຮງ ເຮັດໃຫ້ການເຄື່ອນໄຫວວຽກງານຕ່າງໆ ຖືກຢຸດສະງັກ, ແຕ່ເອື້ອຍນ້ອງແມ່ຍິງກະຊວງການຕ່າງປະເທດພວກເຮົາ ກໍ່ໄດ້ມີການປັບຕົວໄດ້ຢ່າງໄວວາ ເພື່ອໃຫ້ສາມາດຄົງຕົວໄດ້ໃນສະພາບທີ່ຫຍຸ້ງຍາກສັບສົນ. ເອື້ອຍນ້ອງຍິງ ນອກຈາກຈະມີໜ້າທີ່ຮັບຜິດຊອບໃນວຽກງານວິຊາສະເພາະແລ້ວ ຍັງຕ້ອງໄດ້ຮັບຜິດຊອບເບິ່ງແຍງຄອບຄົວ ແລະ ຍັງໄດ້ປະກອບສ່ວນອັນສຳຄັນ ເຂົ້າໃນການຍາດແຍ່ງ, ຂົນຂວາຍທຶນຮອນທັງທາງດ້ານວັດຖຸ ແລະ ປັດໃຈ ເພື່ອນຳໄປຊ່ວຍເຫຼືອແມ່ຍິງ ແລະ ເດັກນ້ອຍທີ່ດ້ອຍໂອກາດ, ຄອບຄົວທຸກຍາກຂາດເຂີນ ເພື່ອຊ່ວຍພວກເຂົາເຈົ້າ ສາມາດຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19.

ໃນໂອກາດດັ່ງກ່າວນີ້, ຍັງໄດ້ມີພິທີມອບໃບຍ້ອງຍໍ ການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ຂອງສູນກາງສະຫະພັນແມ່ຍິງລາວ ໃນໄລຍະ 5 ປີ (2016-2020) ເຊິ່ງປະກອບມີ: ໃບຍ້ອງຍໍ ຂອງ ສສຍລ ໃຫ້ແກ່ຄະນະພັກກະຊວງ ຕປທ, ໃບຢັ້ງຢືນຮັກສານາມມະຍົດທຸງໄຊ 3 ດີ (ສະໄໝທີ 2) ໃຫ້ແກ່ຄະນະບໍລິຫານງານສະຫະພັນແມ່ຍິງກະຊວງການຕ່າງປະເທດ, ໃບຍ້ອງຍໍ ແລະ ໃບຊົມເຊີຍ ຂອງ ສສຍລ ໃຫ້ແກ່ບັນດາໜ່ວຍ ແລະ ບຸກຄົນ; ນອກຈາກນັ້ນ, ຍັງມີໃບຍ້ອງຍໍ ການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ປະຈໍາປີ 2021 ຈາກສະຫະພັນແມ່ຍິງກະຊວງການຕ່າງປະເທດ ອີກດ້ວຍ.

ໃນຕອນທ້າຍ ທີ່ປະຊຸມໄດ້ຮັບຟັງການໂອ້ລົມ ແລະ ໃຫ້ທິດຊີ້ນຳ ຂອງ ສະຫາຍ ສະເຫຼີມໄຊ ກົມມະສິດ, ກໍາມະການກົມການເມືອງສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງນາຍົກ ລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ, ເຊິ່ງໄດ້ຕີລາຄາສູງ ຕໍ່ການປະກອບສ່ວນອັນສໍາຄັນ ຂອງເອື້ອຍນ້ອງແມ່ຍິງລາວ ເວົ້າລວມ, ເວົ້າສະເພາະແມ່ນເອື້ອຍນ້ອງແມ່ຍິງ ຂອງກະຊວງການຕ່າງປະເທດ ໃນການ ເຄື່ອນໄຫວວຽກງານການຕ່າງປະເທດ ກໍ່ຄື ການສ້າງສາ ແລະ ພັດທະນາປະເທດຕະຫຼອດໄລຍະຜ່ານມາ, ບໍ່ວ່າໃນຍາມຕໍ່ສູ້ກູ້ຊາດໃນເມື່ອກ່ອນ ກໍ່ຄືໃນໄລຍະແຫ່ງການສ້າງສາ ແລະ ພັດທະນາປະເທດຊາດໃນປັດຈຸບັນ, ເອື້ອຍນ້ອງຍິງ ຍາມໃດກໍເຮັດວຽກຄ່ຽງບ່າຄຽງໄຫລ່ກັບອ້າຍນ້ອງຊາຍ ປະກອບສ່ວນສ້າງຜົນງານ ຢ່າງບໍ່ຮູ້ອິດຮູ້ເມື່ອຍ; ໂອກາດນີ້ ສະຫາຍ ຍັງໄດ້ຊີ້ທິດເຍືອງທາງໃຫ້ແກ່ເອື້ອຍນ້ອງແມ່ຍິງ ໃນການເຄື່ອນໄຫວວຽກງານໃນຕໍ່ໜ້າ, ໂດຍສະເພາະໃນສະພາບການທີ່ພາກພື້ນ ແລະ ໂລກ ກໍາລັງປະເຊີນໜ້າກັບການຜັນປ່ຽນຢ່າງສັບສົນ ແລະ ໄວວາ ທັງໄພທໍາມະຊາດ, ພະຍາດລະບາດ ກໍ່ຄື ການພົວພັນ ລະຫວ່າງ ບັນດາປະເທດມະຫາອໍານາດໃຫຍ່ຂອງໂລກ ທີ່ລ້ວນແຕ່ມີຜົນກະທົບຕໍ່ການພົວພັນ ກໍ່ຄື ການພັດທະນາ ຂອງ ສປປ ລາວ ພວກເຮົາ. ພ້ອມດຽວກັນນັ້ນ, ໃຫ້ສືບຕໍ່ຮັກສາໄດ້ນາມມະຍົດທຸງໄຊ 3 ດີ ເປັນສະໄໝທີ 3 ແລະ ສະໄໝຕໍ່ໆໄປ.

ຂ່າວ;ພາບ: ກົມການຂ່າວ ກະຊວງການຕ່າງປະເທດ

LEAVE A REPLY

Please enter your comment!
Please enter your name here