ສະຖາບັນວິຈິດສິນແຫ່ງຊາດ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຮ່ວມກັບ ສູນວັດທະນະທໍາຫວຽດນາມ ປະຈໍາ ສປປ ລາວ ໄດ້ສຳເລັດການຈັດຕັ້ງຄ້າຍປະຕິມາກໍາ ແລະ ແຕ້ມຮູບໂຄສະນາປຸກລະດົມ ຫົວຂໍ້ ສາຍພົວພັນແບບພິເສດຫວຽດນາມ-ລາວ, ລາວ-ຫວຽດນາມ ເມື່ອວັນທີ 19 ກໍລະກົດ ຜ່ານມາ ທີ່ສູນວັດທະນະທໍາຫວຽດນາມ, ໂດຍການເປັນປະທານຮ່ວມຂອງ ທ່ານ ວັນສີ ກົວມົວ ຮອງລັດຖະມົນຕີ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ແຫ່ງ ສປປ ລາວ ແລະ ທ່ານ ຕະ ກວາງ ດົ່ງ ຮອງລັດຖະມົນຕີ ກະຊວງວັດທະນະທໍາ, ກິລາ ແລະ ທ່ອງທ່ຽວ ສສ ຫວຽດນາມ ມີຫົວໜ້າສູນວັດທະນະທຳ ຫວຽດນາມ, ຕາງໜ້າສະຖານທູດ ສສ ຫວຽດນາມ ປະຈໍາ ສປປ ລາວ ແລະ ແຂກຖືກເຊີນທັງຝ່າຍລາວ ແລະ ຝ່າຍຫວຽດນາມເຂົ້າຮ່ວມ.

ໃນການຈັດງານຄັ້ງນີ້, ເພື່ອເປັນການປຸກລະດົມໃຫ້ ຄູ-ອາຈານ, ສິລະປິນ ແລະ ນັກສຶກສາ ສ້າງສັນຜົນງານດ້ານປະຕິມາກໍາ ແລະ ຈິດຕະກໍາ, ເພື່ອໂຄສະນາ ທັງເປັນການສະເຫຼີມສະຫຼອງ ແລະ ຕ້ອນຮັບປີແຫ່ງຄວາມສາມັກຄີ ມິດຕະພາບລາວ-ຫວຽດນາມ ຢູ ສປປ ລາວ, ເພື່ອເປັນການສະເຫຼີມສະຫຼອງ ວັນສ້າງຕັ້ງສາຍພົວພັນການທູດລາວ-ຫວຽດນາມ ຄົບຮອບ 60 ປີ ແລະ ວັນເຊັນສັນຍາມິດຕະພາບລາວ-ຫວຽດນາມ ຄົບຮອບ 45 ປີ. ເພື່ອເປັນການປະກອບສ່ວນຂະບວນການເຄື່ອນໄຫວທາງດ້ານສິລະປະ ແລະ ວັດທະນະທໍາ ຊຶ່ງການຕັ້ງຄ້າຍປະຕິມາກໍາ ແລະ ແຕ້ມຮູບໂຄສະນາປຸກລະດົມດັ່ງກ່າວ ແມ່ນໄດ້ເລີ່ມແຕ່ວັນທີ 9 ມິຖຸນາ 2022 ແລະ ສໍາເລັດ ວັນທີ 15 ກໍລະກົດ 2022 ຜ່ານມາ ຊຶ່ງມີນັກສິລະປິນ, ຄູ-ອາຈານ, ຈາກສະຖາບັນວິຈິດສິນແຫ່ງຊາດ, ວິທະຍາໄລວິຈິດສິນພື້ນເມືອງ ແຂວງຫຼວງພະບາງ ແລະ ໂຮງຮຽນວິຈິດສິນແຂວງສະຫວັນນະເຂດ ເຂົ້າຮ່ວມ 37 ທ່ານ, ລວມມີ 65 ຜົນງານ, ຜົນງານດ້ານຈິດຕະກໍາ ຈໍານວນ 40 ຜົນງານ, ຜົນງານດ້ານປະຕິມາກໍາ ຈໍານວນ 25 ຜົນງານ.

ຜົນງານທີ່ສິລະລະປິນໄດ້ສ້າງສັນແມ່ນ ສະທ້ອນໃຫ້ເຫັນເຖິງການຮ່ວມມືໂດຍມີຜູ້ນໍາຮຸ່ນຕ່າງໆ ເຊັ່ນ: ເລີ່ມຈາກ ປະທານ ໄກສອນ ພົມວິຫານ ກັບ ປະທານ ໂຮ່ຈິມິນ ຈົນມາເຖິງການນໍາສູງສຸດຂອງສອງປະເທດ ຍຸກປັດຈຸບັນ ຊຶ່ງແມ່ນ ທ່ານ ທອງລຸນ ສີສຸລິດ ແລະ ທ່ານ ຫງວຽນ ຊວນ ຟຸກ. ນອກນັ້ນຍັງມີຜົນງານ ສະທ້ອນໃຫ້ເຫັນເຖິງສາຍພົວພັນ, ມິດຕະພາບ, ຄວາມສາມັກຄີພິເສດ, ໄມຕີຈິດ, ຄູ່ຮ່ວມອຸດົມການ, ຄວາມຮັກຂອງສອງຊາດ ລາວ-ຫວຽດນາມ ຜົນງານດັ່ງກ່າວລ້ວນແຕ່ເປັນຜົນງານທີ່ມີຄຸນຄ່າອັນສູງສົ່ງ ທີ່ສິລະປິນໄດ້ສ້າງສັນອອກມາ. ໃນວັນທີ 16 ກໍລະກົດ 2022 ຜ່ານມາ ຄະນະກໍາມະການໄດ້ຄັດເລືອກຜົນດີເດັ່ນ ເພື່ອໃຫ້ລາງວັນແກ່ຜູ້ຮ່ວມ ຄ້າຍປະຕິມາກໍາ ແລະ ແຕ້ມຮູບໂຄສະນາປຸກລະດົມ ມີສອງສາຂາ ມີ: ລາງວັນຊະນະເລີດ ສາຂາປະຕິມາກໍາ ມີ 1 ຜົນງານ, ຮອງຊະນະເລີດ ມີ 2 ຜົນງານ ແລະ ລາງວັນທີສາມ ມີ 3 ຜົນງານ; ລາງວັນຊະນະເລີດ ສາຂາຈິດຕະກໍາ ມີ 1 ຜົນງານ, ຮອງຊະນະເລີດ ມີ 2 ຜົນງານ ແລະ ລາງວັນທີສາມ ມີ 3 ຜົນງານ.

ຂ່າວ-ພາບ: ຍຸພິນທອງ

#Medialaos MMD (ແຫຼ່ງຂໍ້ມູນຈາກ: ໜັງສືພິມ ປະຊາຊົນ)

LEAVE A REPLY

Please enter your comment!
Please enter your name here