ສະຫະພັນແມ່ຍິງລາວ ເມືອງເງິນ ແຂວງໄຊຍະບູລີ ໄດ້ສ້າງຂະບວນການເນື່ອງໃນໂອກາດ ສະເຫຼີມສະຫຼອງວັນຄ້າຍວັນເກີດ ຂອງ ປະທານ ສຸພານຸວົງ ຄົບຮອບ 113 ປີ, ວັນສ້າງຕັ້ງ ສະຫະພັນແມ່ຍິງລາວ ຄົບຮອບ 67 ປີ, ວັນກິລາກາຍະກຳແຫ່ງຊາດ ຄົບຮອບ 56 ປີ, ທັງເປັນການສ້າງຂະບວນການຕ້ອນຮັບກອງປະຊຸມເຄິ່ງສະໄໝທີ V ຂອງອົງຄະນະບໍລິຫານງານພັກເມືອງ ຂຶ້ນເມື່ອບໍ່ດົນມານີ້ ທີ່ເດີນກິລາ ເມືອງ. ໂດຍການເຂົ້າຮ່ວມຂອງ ທ່ານ ທະວິສັກ ໄຊຍະວົງ ວ່າການເຈົ້າເມືອງໆເງິນ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງພາຍໃນເມືອງເຂົ້າຮ່ວມ.

ທ່ານ ນາງ ວຽງທອງ ສີຫາວົງ ປະທານສະຫະພັນແມ່ຍິງເມືອງເງິນ ໃຫ້ຮູ້ວ່າ: ການສ້າງຂະບວນການໃນຄັ້ງນີ້, ແມ່ນໄດ້ຈັດກິດຈະກໍາຟ້ອນລວມໝູ່ຂອງແມ່ຍິງພາຍໃນເມືອງ, ແຂ່ງຂັນກິລາບານເຕະມິດຕະພາບຍິງ-ຊາຍ ລະຫວ່າງ ຄະນະນຳເມືອງເງິນ ພົບກັບ ເອື້ອຍນ້ອງແມ່ຍິງ ຊຶ່ງເຕັມໄປດ້ວຍຄວາມເບີກບານມ່ວນຊື່ນ ແລະ ມີຄວາມໝາຍຄວາມສຳຄັນ, ທັງເປັນການຮັດແໜ້ນຄວາມສາມັກຄີລະຫວ່າງສະມາຊິກສະຫະພັນແມ່ຍິງເມືອງ ແລະ ບ້ານ.

ຂ່າວ-ພາບ: ອິນແປງ ແຫວນຄຳ

#Medialaos MMD (ແຫຼ່ງຂໍ້ມູນຈາກ: ໜັງສືພິມ ປະຊາຊົນ)

LEAVE A REPLY

Please enter your comment!
Please enter your name here