ໃນຕອນບ່າຍຂອງວັນທີ 19 ກໍລະກົດ 2022 ຜ່ານມານີ້, ຄະນະຜູ້ແທນຂັ້ນສູງ ສປປ ລາວ ນໍາໂດຍສະຫາຍ ບຸນທອງ ຈິດມະນີ, ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດແຫ່ງ ສປປ ລາວ ໄດ້ສຳເລັດຢ່າງຈົບງາມໃນການເຂົ້າ ຮ່ວມງານສະເຫລີມສະຫລອງສອງວັນປະຫວັດສາດ ການພົວພັນຮ່ວມມືລາວ-ຫວຽດນາມ ຄື: ວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 60ປີ (5/9/1962-5/9/2022) ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືຮອບດ້ານ ຄົບຮອບ 45ປີ (18/7/1977-18/7/2022) ທີ່ນະຄອນຫລວງຮ່າໂນ້ຍ ສສ ຫວຽດນາມ ແລະ ຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການແຕ່ວັນທີ 17-19 ກໍລະກົດ 2022 ໄດ້ກັບມາເຖິງນະຄອນຫລວງວຽງຈັນໂດຍສະຫວັດດີພາບ.

ໃນໄລຍະເຄື່ອນໄຫວຢ້ຽມຢາມ ສສ ຫວຽດນາມເປັນເວລາ 3 ວັນ, ສະຫາຍ ບຸນທອງ ຈິດມະນີ ພ້ອມຄະນະໄດ້ຮັບການຕ້ອນຮັບຢ່າງເປັນທາງການ ແລະ ເຂົ້າຮ່ວມພິທີພົບປະສອງຝ່າຍ ກັບສະຫາຍ ນາງ ຫວໍ ແອັງ ຊວັນ ຮອງປະທານປະເທດແຫ່ງ ສສ ຫວຽດນາມ ໄດ້ເຂົ້າຮ່ວມງານໂຮມຊຸມນຸມສະເຫລີມ ສະຫລອງວັນສ້າງຕັ້ງສາຍພົວ ພັນການທູດລະຫວ່າງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາ ລະນະລັດ ສັງຄົມນິຍົມຫວຽດນາມ ຄົບຮອບ 60 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືຮອບດ້ານ ຄົບຮອບ 45 ປີໄດ້ເຂົ້າຮ່ວມງານວາງສະ ແດງ ສາຍພົວພັນມິດຕະພາບ ອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ລາວ-ຫວຽດ ນາມ ໄດ້ເປັນກຽດປະດັບຫລຽນດາວຄໍາແຫ່ງຊາດ ແລະ ຫລຽນໄຊອິດສະຫລະຊັ້ນ Iເຊິ່ງເປັນຫລຽນສູງສຸດຂອງ ສປປ ລາວໃຫ້ແກ່ບັນດາສະຫາຍທີ່ມີຜົນງານດີເດັ່ນ, ຄຸນ ງາມຄວາມດີຕໍ່ ສປປ ລາວ ແລະ ເຂົ້າຮ່ວມພິທີເປີດງານວາງສະແດງຮູບພາບ ພາຍໃຕ້ຫົວຂໍ້: “ສາຍພົວພັນມິດຕະພາບລາວ-ຫວຽດນາມໝັ້ນຄົງຂະນົງແກ່ນຊົ່ວກາລະນານ” ໄດ້ເຂົ້າຮ່ວມພິທີວາງພວງມາລາ ທີ່ອານຸສາວະລີນັກຮົບນິລະນາມ ແລະ ເຂົ້າວາງພວງມາລາໄວ້ອາໄລທີ່ສຸສານປະທານໂຮ່ຈີມິນ ອີກດ້ວຍ.

ໃນພິທີຕ້ອນຮັບການເດີນທາງກັບມາຈາກ ສສ ຫວຽດນາມ ຂອງຄະນະຜູ້ແທນຂັ້ນສູງ ສປປ ລາວ ຄັ້ງນີ້, ມີສະຫາຍ ຄໍາຜາ ພິມມະສອນ ຮອງຫົວຫນ້າຫ້ອງວ່າການສູນກາງພັກ ແລະ ສະຫາຍ ຫງວຽນ ບາ ຮຸ່ງ, ເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະເຂົ້າຮ່ວມ.

ຂ່າວ-ພາບ: ອ່າຍຄຳ

#Medialaos MMD (ແຫຼ່ງຂໍ້ມູນຈາກ: ສຳນັກຂ່າວສານປະເທດລາວ)

LEAVE A REPLY

Please enter your comment!
Please enter your name here