Wednesday, February 5, 2025
Homeຂ່າວການເມືອງຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ຕ້ອນຮັບ ຮອງຫົວໜ້າກົມໃຫຍ່ພະລາທິການ ກອງທັບຣາຊະອານາຈັກກຳປູເຈຍ ເຂົ້າຢ້ຽມຂໍ່ານັບ

ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ຕ້ອນຮັບ ຮອງຫົວໜ້າກົມໃຫຍ່ພະລາທິການ ກອງທັບຣາຊະອານາຈັກກຳປູເຈຍ ເຂົ້າຢ້ຽມຂໍ່ານັບ

ໃນວັນທີ 26 ທັນວາ 2024 ນີ້, ທ່ານ ພົນຕີ ໄພວັນ ຈັນທະພົມມາ ຮອງຫົວໜ້າກົມໃຫຍ່ການເມືອງ ກອງທັບປະຊາຊົນລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ພົນໂທ ນາງ ຕົບສາຣອນ ຮອງຫົວໜ້າກົມໃຫຍ່ພະລາທິການ ກອງທັບຣາຊະອານາຈັກກໍາປູເຈຍ ພ້ອມດ້ວຍຄະນະ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ພັກຜ່ອນ ຢູ່ ສປປ ລາວ ໃນລະຫວ່າງ ວັນທີ 20-29 ທັນວາ 2024.

ໂອກາດນີ້, ທ່ານ ພົນຕີ ໄພວັນ ຈັນທະພົມມາ ໄດ້ສະແດງຄວາມຍິນດີຕ້ອນຮັບ ທ່ານ ພົນໂທ ນາງ ຕົບສາຣອນ ພ້ອມຄະນະ ດ້ວຍໄມຕີຈິດ ມິດຕະພາບອັນອົບອຸ່ນ ພ້ອມທັງຕີລາຄາສູງ ຕໍ່ສາຍພົວພັນການຮ່ວມມືອັນດີງາມ ລະຫວ່າງສອງພັກ, ສອງລັດ, ສອງກອງທັບ ຂອງ ສປປ ລາວ-ຣາຊະອານາຈັກກຳປູເຈຍ ໃນໄລຍະຜ່ານມາ ໄດ້ຮັບການເສີມຂະຫຍາຍ ສາຍພົວພັນທີ່ໃກ້ຊິດ ແລະ ເພີ່ມທະວີການຮ່ວມມືຢ່າງກວ້າງຂວາງ ເຂົ້າສູ່ລວງເລິກ ແລະ ອວຍພອນໃຫ້ ຮອງຫົວໜ້າກົມໃຫຍ່ພະລາທິການ ກອງທັບຣາຊະອານາຈັກກໍາປູເຈຍ ພ້ອມດ້ວຍຄະນະ ທີ່ໄດ້ເດີນທາງມາຢ້ຽມຢາມ ແລະ ພັກຜ່ອນ ຢູ່ ສປປ ລາວ ໃນຄັ້ງນີ້ ຈົ່ງມີຄວາມເບີກບານມ່ວນຊື່ນ, ມີພະລານະໄມແຂງແຮງ, ມີຜົນສຳເລັດອັນໃຫຍ່ຫຼວງໃນໜ້າທີ່ວຽກງານ ແລະ ມີຄວາມສຸກໃນຊີວິດສ່ວນຕົວ ແລະ ຄອບຄົວ.

ທ່ານ ພົນໂທ ນາງ ຕົບສາຣອນ ໄດ້ສະແດງຄວາມຂອບໃຈ ຕໍ່ ທ່ານ ພົນຕີ ໄພວັນ ຈັນທະພົມມາ ພ້ອມດ້ວຍຄະນະ ທີ່ໄດ້ໃຫ້ການຕ້ອນຮັບອັນອົບອຸ່ນ ເຕັມໄປດ້ວຍໄມຕີຈິດມິດຕະພາບ ອັນສະໜິດສະໜົມ ພ້ອມທັງກ່າວຕື່ມວ່າ: ຈະເປັນຂົວຕໍ່ທີ່ດີໃນການພັດທະນາສາຍພົວພັນມິດຕະພາບ ແລະ ການຮ່ວມມື ເພື່ອການພັດທະນາ ຂອງສອງພັກ, ສອງລັດ ກໍຄືສອງກອງທັບ ລະຫວ່າງ ສປປ ລາວ-ຣາຊະອານາຈັກກຳປູເຈຍ ໃຫ້ຈະເລີນງອກງາມຍິ່ງໆ ຂຶ້ນ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments