ໃນຕອນເຊົ້າວັນທີ 19 ກໍລະກົດ 2022 ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແຫ່ງ ສປປ ລາວ ຮ່ວມກັບ ກະຊວງວັດທະນະທໍາ, ກິລາ ແລະ ທ່ອງທ່ຽວ ແຫ່ງ ສສ ຫວຽດນາມ ໄດ້ຈັດພິທີເປີດງານວາງສະແດງຮູບພາບ ລາວ- ຫວຽດນາມ ພາຍໃຕ້ຫົວຂໍ້ “ມິດຕະພາບ ລາວ-ຫວຽດນາມ ຢືນຍົງຕະຫລອດໄປ” ທີ່ນະຄອນ ຫລວງຮ່າໂນຍ້ ສສ ຫວຽດ ນາມ ເຊິ່ງບັນດາຮູບພາບທີ່ມາວາງສະແດງໃນຄັ້ງນີ້ສ່ອງແສງເຖິງສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ, ຫວຽດນາມ- ລາວ, ວິຖີຊີວິດວັດທະນະທໍາຄວາມຮັ່ງມີສວຍງາມຂອງດິນແດນຈໍາປາ ກໍຄືຜົນສໍາເລັດໃນການຮ່ວມມືສອງຝ່າຍ ໂດຍສະເພາະໃນຂົງເຂດວຽກງານຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ເຊິ່ງລວມມີຮູບພາບຈໍານວນ 100 ແຜ່ນ ໂດຍມີ ສະຫາຍ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການເຂາທິການສູນກາງພັກ, ຮອງປະທານປະເທດ ແຫ່ງ ສສປ ລາວ, ສະຫາຍ ຟາມ ບິງ ມິງ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ຜູ້ປະຈຳການລັດຖະບານ ແຫ່ງ ສສ ຫວຽດ ນາມ, ມີການນຳພັກ, ລັດ ພ້ອມດ້ວຍແຂກທັງສອງປະເທດ ເຂົ້າຮ່ວມ.

ທ່ານ ນາງ ສວນສະຫວັນ ວິຍະເກດ ກໍາມະການສູນກາງພັກ, ລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ສປປ ລາວ ໄດ້ກ່າວວ່າ: ໃນທ່າມກາງບັນຍາກາດທີ່ສອງພັກ-ລັດຖະບານ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ, ຫວຽດນາມ-ລາວ ພວກເຮົາພວມພອ້ມກັນຟົດຟື້ນມ່ວນຊື່ນຈັດຕັ້ງກິດຈະກໍາຕ່າງໆ ເພື່ອປະກອບສ່ວນເຂົ້າໃນການສະເຫລີມສະຫລອງສອງວັນປະຫວັດສາດ ຄື: ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 60 ປີ (5 ກັນຍາ 1962-5 ກັນຍາ 2022) ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງຊາດລາວ-ຫວຽດນາມ ຄົບຮອບ 45 ປີ(18 ກໍລະກົດ 1977-18 ກໍລະກົດ 2022) ເຊິ່ງງານວາງສະແດງຄັ້ງນີ້ຈະດໍາເນີນໄປໃນລະຫວ່າງ ວັນທີ 19-21 ກໍລະກົດ 2022.

ພາຍໃຕ້ການນໍາພາຂອງພັກ ປະຊາຊົນ ປະຕິວັດລາວ ແລະ ພັກຄອມມູນິດຫວຽດນາມ ເຊິ່ງມີປະທານ ໂຮ່ຈິມິງ ຜູ້ຍິ່ງໃຫຍ່, ປະທານ ໄກສອນ ພົມວິຫານ ແລະ ປະ ທານ ສຸພານຸວົງ ທີ່ແສນເຄົາລົບຮັກ ກໍຄືຜູ້ນໍາຮຸ່ນຕ່າງໆ ໄດ້ກໍ່ສ້າງ ແລະ ຖະນຸທະໝອມ ຄວາມສາມັກຄີມິດຕະພາບ ກາຍເປັນມໍລະດົກ ອັນລໍ້າຄ່າ ແລະ ຫາໄດ້ຍາກຢູ່ໃນໂລກ. ນັບແຕ່ນັ້ນມາສອງຊາດລາວ-ຫວຽດນາມ, ຫວຽດນາມ-ລາວ ໄດ້ຊ່ວຍເຫລືອເຊິ່ງກັນ ແລະ ກັນ ຮ່ວມສຸກຮ່ວມທຸກ ໃນອຸດົມການ ແລະ ຢືນຢູ່ຂຸມຄອງດຽວກັນ ເຂົ້າເມັດຫັກ ຜັກເສັ້ນໜຶ່ງ ກໍແບ່ງປັນກັນ ເລືອດຂອງນັກຮົບປະຕິວັດ ແລະ ປະຊາຊົນສອງຊາດພວກເຮົາ ໄດ້ໄຫລອາບຍ້ອມຜືນແຜ່ນດິນຂອງສອງຊາດເປັນເວລາອັນແສນຍາວນານ ແລະ ດ້ວຍຄວາມທໍລະຫົດອົດທົນ ເພື່ອຕໍ່ສູ້ກັບພວກຈັກກະພັດຜູ້ຮຸກຮານທັງແບບເກົ່າ ແລະ ແບບໃໝ່ ສາມາດຍາດເອົາເອກະລາດ ອິດສະຫລະພາບ ແລະ ປົດປ່ອຍປະເທດຊາດ ຂອງພວກເຮົາໄດ້ຢ່າງມີໄຊ. ປັດຈຸບັນຢູ່ໃນພາລະກິດການປົກປັກ ແລະ ສ້າງສາພັດທະນາປະເທດຊາດ ສອງຊາດພວກເຮົາກໍຍັງສືບຕໍ່ສາມັກຄີຊ່ວຍເຫລືອເຊິ່ງກັນ ແລະ ກັນຢ່າງຮອບດ້ານ ແລະ ມີປະສິດທິຜົນ ອັນເຮັດໃຫ້ປະເທດຊາດ ແລະ ປະຊາຊົນທັງສອງ ພວກເຮົາມີຄວາມຈະເລີນຮັ່ງມີ ແລະ ເຂັ້ມແຂງຂຶ້ນເທື່ອລະກ້າວ ພ້ອມກັນຄຽງບ່າຄຽງໄຫລ່ກັບປະຊາຊາດໃນຂົງເຂດ ແລະ ໃນໂລກ ປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາສັນຕິພາບ, ມິດຕະພາບ, ການຮ່ວມມື ແລະ ພັດທະນາ.

ປະຊາຊົນລາວ ຈະຂໍສືບຕໍ່ທະນຸຖະໝອມ ແລະ ສືກສາອົບຮົມປະຊາຊົນລາວບັນດາເຜົ່າ ໂດຍສະເພາະແມ່ນຄົນຮຸ່ນໜຸ່ມ ໄດ້ຮຽນຮູ້ສືບທອດເສີມຂະຫຍາຍ ແລະ ປົກປັກຮັກສາສາຍສໍາພັນມິດຕະພາບ ອັນຍິ່ງໃຫຍ່ໃຫ້ຢືນຍົງຊົ່ວກາລະນານ.

ອວຍພອນໃຫ້ມິດຕະພາບອັນຍິ່ງໃຫຍ່ ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງຊາດລາວ-ຫວຽດນາມ, ຫວຽດນາມ-ລາວ ຈົ່ງໝັ້ນຄົງທະນົງແກ່ນ ຈົນຊົ່ວນິລັນດອນ.

ຂ່າວ: ບຸນກອງ

ພາບ: ອ່າຍຄຳ

LEAVE A REPLY

Please enter your comment!
Please enter your name here