ລັດ​ຖະ​ບານ​ຍີ່​ປຸ່ນ​ໄດ້​ປະ​ດັບຫຼຽນ​ກຽດ​ຕິ​ຄຸນ ໃຫ້​ແກ່ ທ່ານ ບຸນກອງ ສີ​ຫາ​ວົງ ອະ​ດີດ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ ຊຶ່ງຫຼຽນ​ດັ່ງ​ກ່າວ ເປັນໜຶ່ງໃນຫຼຽນກຽດຕິຄຸນອັນຊົງກຽດທີ່ສຸດຂອງພົນລະເມືອງຍີ່ປຸ່ນ.

ພິ​ທີ​ປະ​ດັບຫຼຽນ​ດັ່ງ​ກ່າວ ໄດ້​ມີ​ຂຶ້ນ​ໃນ​ວັນ​ທີ 15 ກໍ​ລະ​ກົດ ຜ່ານ​ມາ ທີ່ເຮືອນ​ພັກ​ທູດ​ຍີ່​ປຸ່ນ​ປະ​ຈຳ ສ​ປ​ປ ລາວ, ທ່ານ ໂຄບະປະ ເຄັນອິຈິ ເອກອັກຄະຣາຊະທູດຍີ່ປຸ່ນ ປະຈຳ ສປປ ລາວ ໄດ້ຕາງໜ້າໃຫ້​ລັດ​ຖະ​ບານ​ຍີ່​ປຸ່ນປະດັບຫຼຽນ​ໃນ​ຄັ້ງ​ນີ້.

ທ່ານທູດ​ຍີ່​ປຸ່ນ ປະ​ຈຳ ສ​ປ​ປ ລາວ ໄດ້​ກ່າວ​ສະ​ແດງ​ຄວາມ​ຍິນ​ດີ ແລະ ຂອບ​ອົກ​ຂອບ​ໃຈ​ຕໍ່​ການ​ປະ​ກອບ​ສ່ວນ​ອັນ​ສຳ​ຄັນ​ຂອງ​ ທ່ານ ບຸນກອງ ສີ​ຫາ​ວົງ ໃນ​ການ​ສົ່ງ​ເສີມ ແລະ ຮັກດແໜ້ນ​ສາຍ​ພົວ​ພັນ​ລະ​ຫວ່າງ​ຍີ່​ປຸ່ນ ແລະ ສ​ປ​ປ ລາວ ໃນ​ຂະ​ແໜງ​ສາ​ທາ​ລະ​ນະ​ສຸກ​ເປັນ​ເວ​ລາ​ຍາວ​ນານ.

ໃນໄລຍະດຳລົງຕຳແໜ່ງເປັນລັດຖະມົນຕີກະຊວງສາທາລະນະສຸກ 2016–2021, ທ່ານ ບຸນກອງ ສີ​ຫາ​ວົງ ໄດ້ສະຫຼຸບ “ບົດບັນທຶກການຮ່ວມມື (MOC) ລະຫວ່າງຍີ່ປຸ່ນ ແລະ ສປປ ລາວ ໃນຂະແໜງສາທາລະນະສຸກ”. ບົດບັນທຶກການຮ່ວມມືນັ້ນອີງໃສ່ “ໂຄງການລິເລີ່ມດ້ານຂະແໜງການສາທາລະນະສຸກ ແລະ ສະຫວັດດີການຂອງອາຊີ (AHWIN) ຊຶ່ງເປັນໂຄງການລິເລີ່ມໂດຍລັດຖະບານຍີ່ປຸ່ນ ເພື່ອແນໃສ່ການຮຽນຮູ້ ສັງຄົມທີ່ມີຊີວິດຊີວາເພື່ອຊີວິດທີ່ຍືນຍາວ ແລະ ເພື່ອປະກອບສ່ວນເຂົ້າໃນການພັດທະນາແບບຢືນຍົງໃນຂົງເຂດອາຊີ. ທ່ານ ບຸນກອງ ຍັງໄດ້ປະກອບສ່ວນຢ່າງຫ້າວຫັນ ເພື່ອສົ່ງເສີມການປັບປຸງຄຸນນະພາບດ້ານການບໍລິການທາງດ້ານສາທາລະນະສຸກ ແລະ ການຈັດຕັ້ງປະຕິບັດລະບົບໃບປະກອບອາ ຊີບສຳລັບພະຍາບານ ໃນ ສປປ ລາວ ຜ່ານການຮັບຮອງເອົາການຊ່ວຍເຫຼືອຈາກຜູ້ຊ່ຽວຊານ ລວມທັງທີ່ ປຶກສານະໂຍບາຍດ້ານສາທາລະນະສຸກຂອງອົງການ JICA, ພະຍາບານ, ວິຊາການຫ້ອງປະຕິບັດການ ດ້ານຄຣີນິກ ແລະ ວິຊາການດ້ານລັງສີວິທະຍາ ໃນນາມອາສາສະໝັກຮ່ວມມືສາກົນຍີ່ປຸ່ນ (JOCV).

ຂ່າວ-ພາບ: ແສງ​ຈັນ

LEAVE A REPLY

Please enter your comment!
Please enter your name here