…….
ທ່ານ ລິນຄໍາ ດວງສະຫວັນ ລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ສະເໜີຮ່າງວິໃສທັດ ຮອດປີ 2040, ແຜນຍຸດທະສາດການຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳຮອດປີ 2030 ຕໍ່ກອງປະຊຸມສະໄໝສາມັນ ເທື່ຶອທີ 8 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 25 ພະຈິກ ນີ້, ພາຍໃຕ້ການເປັນປະທານ ຂອງ ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ.
ທ່ານ ລິນຄໍາ ດວງສະຫວັນ ໄດ້ກ່າວເຖິງເຫດຜົນ ແລະ ຄວາມຈຳເປັນໃນການສ້າງ (ຮ່າງ) ວິໄສທັດຮອດປີ 2040 ແລະ ຍຸດທະສາດ ການຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳຮອດປີ 2030 ວ່າ: ຍ້ອນຍັງຂາດນິຕິກໍາສະເພາະໃນການຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ ລະດັບມະຫາພາກ ທີ່ເປັນບ່ອນອີງໃຫ້ແກ່ການຈັດຕັ້ງ ແລະ ການເຄື່ອນໄຫວວຽກງານ ນັບແຕ່ສູນກາງຮອດ ທ້ອງຖິ່ນ; ການແບ່ງຄວາມຮັບຜິດຊອບ ຕໍ່ວຽກງານການຄຸ້ມຄອງທີ່ດິນກະສິກຳ ລະຫວ່າງ ກະຊວງກະສິກໍາ ແລະ ປ່າໄມ້ ແລະ ກະຊວງອື່ນໆທີ່ກ່ຽວຂ້ອງ ຍັງບໍ່ຂາດຕົວ, ບໍ່ທົ່ວເຖິງ ເຮັດໃຫ້ຊ່ອງວ່າງໃນການຄຸ້ມຄອງ, ປົກປັກຮັກສາ, ພັດທະນາ ແລະ ນໍາໃຊ້ທີ່ດິນກະສິກຳ ບໍ່ມີປະສິດທິພາບເທົ່າທີ່ຄວນ; ການລົງທຶນໃສ່ຂອງລັດຖະບານ ລວມທັງການຍາດແຍ່ງທຶນ ແລະ ການຊ່ວຍເຫຼືອຈາກພາຍນອກ ມາຈັດຕັ້ງປະຕິບັດວຽກງານການຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ ຍັງບໍ່ທັນພຽງພໍ ມີຂໍ້ຈຳກັດ ສ່ວນໃຫຍ່ເປັນພຽງການປະກອບສ່ວນເທົ່ານັ້ນ, ພະນັກງານວິຊາການທີ່ມີຄວາມຮູ້ສະເພາະດ້ານ ຍັງມີໜ້ອຍ ແລະ ມີຈຳນວນຈຳກັດ; ຂາດງົບປະມານ ນໍາໃຊ້ເຂົ້າໃນວຽກງານທີ່ຈໍາເປັນຕໍ່ການຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ ເປັນຕົ້ນ ວຽກສໍາຫຼວດ ກຳນົດແບ່ງເຂດປະເພດດິນກະສິກຳໃນລະດັບລະອຽດ (ເມືອງ ແລະ ບ້ານ), ການສ້າງນິຕິກຳ, ການລົງຕິດຕາມກວດກາ ການນໍາໃຊ້ທີ່ດິນກະສິກຳ, ການສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານວິຊາການ ແລະ ຊາວກະສິກອນ.
ສຳລັບໂຄງປະກອບ ແລະ ເນື້ອໃນຕົ້ນຕໍຂອງ (ຮ່າງ) ວິໄສທັດ ຮອດປີ 2040 ແລະ ຍຸດທະສາດການຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ ຮອດປີ 2030. ປະກອບມີ 5 ພາກ ຊຶ່ງພາກທີ I ແມ່ນການນໍາສະເໜີ ສະພາບລວມ ແລະ ຂອບເຂດການຈັດຕັ້ງປະຕິບັດວຽກງານຄຸ້ມຄອງທີ່ດິນກະສິກຳ ແລະ ເຫດຜົນຄວາມຈຳເປັນ ໃນການສ້າງຍຸດທະສາດການຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ. ພາກທີ II: ຕີລາຄາສະພາບການຈັດຕັ້ງປະຕິບັດການຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ ໃນໄລຍະຜ່ານມາ, ພາກນີ້ໄດ້ກ່າວເຖິງສະພາບການຄຸ້ມຄອງ ແລະ ພັດທະນາ ທີ່ດິນກະສິກຳໄລຍະຜ່ານມາ ໂດຍຫຍໍ້ ພ້ອມທັງຕີລາຄາບັນຫາ, ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ຈາກການຈັດຕັ້ງປະຕິບັດ, ພ້ອມທັງໄດ້ຕີລາຄາສະພາບແວດລ້ອມ ທີ່ເອື້ອຍອໍານວຍ ແລະ ສິ່ງທ້າທາຍ ທີ່ອາດຈະເກີດຂຶ້ນໃນອະນາຄົດ. ພາກທີ III: ທິດນໍາ, ວິໄສທັດ, ເປົ້າໝາຍ ແລະ ຜົນປະໂຫຍດທີ່ຈະໄດ້ຮັບ, ໃນພາກນີ້ໄດ້ກຳນົດວິໄສທັດໃນການຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ ຮອດປີ 2040 ແມ່ນ “ຄຸ້ມຄອງ, ປົກປັກຮັກສາ, ພັດທະນາ ແລະ ນໍາໃຊ້ທີ່ດິນກະສິກຳຫັນເປັນທັນສະໄໝ ຕາມທິດສີຂຽວ ແລະ ຍືນຍົງ” ແລະ ໄດ້ກໍານົດ 6 ຄາດ ໝາຍສູ້ຊົນຄື: ສໍາຫຼວດ, ກຳນົດແບ່ງປະເພດ ແລະ ວາງແຜນນໍາໃຊ້ທີ່ດິນກະສິກຳ ຕາມແຜນແມ່ບົດຈັດສັນທີ່ດິນແຫ່ງຊາດກໍານົດໄວ້ ໃນລະດັບມະຫາພາກ ແລະ ຈຸລະພາກ ໃຫ້ສໍາເລັດ, ເນື້ອທີ່ດິນນາ 2 ລ້ານເຮັກຕາ, ກວມເອົາ 44%, ເນື້ອທີ່ດິນປູກພືດລົ້ມລຸກ ຫຼື ພືດອາຍຸສັ້ນ 1 ລ້ານເຮັກຕາ, ກວມເອົາ 22%, ເນື້ອທີ່ດິນປູກໄມ້ໃຫ້ໝາກ ຫຼື ພືດອາຍຸຍາວ 0.8 ລ້ານເຮັກຕາ, ກວມເອົາ 18%, ເນື້ອທີ່ດິນທົ່ງຫຍ້າລ້ຽງສັດ 0.7 ລ້ານເຮັກຕາ, ກວມເອົາ 16% ແລະ ສ້າງບັນດາແຜນທີ່ຕ່າງໆ ທີ່ຕິດພັນກັບທີ່ດິນກະສິກຳ ໃນແຕ່ລະລະດັບເປັນຕົ້ນ ແຜນທີ່ດິນ, ແຜນທີ່ລະດັບທາດອາຫານຫຼັກຂອງພືດ, ແຜນທີ່ການນໍາໃຊ້ທີ່ດິນກະສິກຳ, ແຜນທີ່ຄວາມເໝາະສົມຂອງທີ່ດິນຕໍ່ພືດປູກ, ແຜນທີ່ກຳນົດແບ່ງເຂດທີ່ດິນກະສິກຳ ແລະ ແຜນທີ່ກຳນົດເຂດຜະລິດຕິດພັນກັບການປຸງແຕ່ງ; ເລັ່ງໃສ່ໃນການຄົ້ນຄວ້າ, ສ້າງ ແລະ ປັບປຸງບັນດານິຕິກຳ ການຄຸ້ມຄອງການນໍາໃຊ້ທີ່ດິນກະສິກຳໃຫ້ສອດຄ່ອງ ແລະ ຮັດກຸມ ພ້ອມທັງສ້າງຖານຂໍ້ມູນທີ່ດິນກະສິກຳ ແລະ ເຜີຍແຜ່ຂໍ້ມູນຢ່າງທົ່ວເຖິງ ເພື່ອປົກປັກຮັກສາ ແລະ ພັດທະນາໃຫ້ຍືນຍົງ; ສ້າງ ແລະ ຍົກລະດັບພະນັກງານວິຊາການຂັ້ນສູນກາງ ແລະ ທ້ອງຖິ່ນ ໃຫ້ມີຄວາມຮູ້ພື້ນຖານກ່ຽວກັບກົດໝາຍ, ນິຕິກຳລຸ່ມກົດໝາຍຂອງກະຊວງກະສິກຳ ແລະ ປ່າໄມ້, ເຕັກນິກການສໍາຫຼວດວາງແຜນນໍາໃຊ້ທີ່ດິນ, ຜະລິດ ນໍາໃຊ້ຝຸ່ນ ແລະ ປັບປຸງດິນ, ການຜະລິດແນວພັນ ແລະ ການປູກເຂົ້າ, ສາລີ, ມັນຕົ້ນ, ຢາງພາລາ, ໄມ້ໃຫ້ໝາກ, ພືດຜັກ ແລະ ພືດອື່ນໆ ທີ່ເປັນທ່າແຮງ, ວິຊາການດ້ານການນໍາໃຊ້ຊົນລະປະທານ, ການຜະລິດກະສິກຳສະອາດ ແລະ ການຍົກຜະລິດຕະພາບການຜະລິດ ໂດຍສະເພາະວິຊາການວຽກງານຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳຢ່າງມີປະສິດທິຜົນ.
ທ່ານກ່າວຕື່ມວ່າ: ຄາດຄະເນຜົນໄດ້ຮັບພາຍຫຼັງ (ຮ່າງ) ວິໄສທັດ ຮອດປີ 2040 ແລະ ຍຸດທະສາດການຄຸ້ມຄອງ ແລະ ພັດທະນາທີ່ດິນ ກະສິກຳ ຮອດປີ 2030 ຖືກຮັບຮອງ ແລະ ປະກາດໃຊ້ ຄາດຄະເນວ່າຈະໄດ້ຮັບຜົນດັ່ງນີ້: ໄດ້ຜັນຂະຫຍາຍແຜນແມ່ບົດຈັດສັນທີ່ດິນແຫ່ງຊາດ ອອກເປັນຍຸດທະສາດ ການຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ; ສາມາດກຳນົດແບ່ງປະເພດ ແລະ ວາງແຜນນໍາໃຊ້ທີ່ດິນກະສິກຳ 4,5 ລ້ານເຮັກຕາ ຕາມແຜນແມ່ບົດຈັດສັນທີ່ດິນແຫ່ງຊາດ ໃນລະດັບມະຫາພາກ ແລະ ຈຸນລະພາກ ຊຶ່ງເປັນບ່ອນອີງໃຫ້ແກ່ ຂະແໜງການ ແລະ ທ້ອງຖິ່ນ ໄດ້ນໍາໃຊ້ເຂົ້າໃນການພັດທະນາ ເສດຖະກິດ-ສັງຄົມ ຂອງຕົນ ແລະ ມີການຄຸ້ມຄອງ ນໍາໃຊ້ຢ່າງມີປະສິດທິຜົນ; ປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງປະເທດ ໂດຍສະເພາະແມ່ນພື້ນທີ່ດິນສໍາລັບການຜະລິດຄໍ້າປະກັນສະບຽງອາຫານ ແລະ ຜະລິດເປັນສິນຄ້າ, ສາມາດກຳນົດມາດຕະການ, ກົນໄກ ແລະ ການປະສານງານກັບຂະແໜງການ ແລະ ພາກສ່ວນທີ່ກ່ຽວຂ້ອງ ມີຄວາມຊັດເຈນ ແລະ ຈະແຈ້ງຂຶ້ນ ເຮັດໃຫ້ການຈັດຕັ້ງປະຕິບັດວຽກງານທີ່ດິນ ກະສິກຳ ມີຄວາມຄ່ອງຕົວ ແລະ ມີປະສິດທິຜົນດີ, ຜູ້ປະກອບການ ແລະ ນັກລົງທຶນ ສາມາດເຂົ້າເຖິງຂໍ້ມູນ ທີ່ດິນກະສິກຳຜ່ານລະບົບເອເລັກໂຕຣນິກ, ເປັນບ່ອນອີງໃນການນໍາສະເໜີຕໍ່ຜູ້ໃຫ້ທຶນ ແລະ ນັກລົງທຶນ ທີ່ມີຄວາມສົນໃຈວຽກງານການຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳໃນຕໍ່ໜ້າ, ນັກວິຊາການ ແລະ ພື້ນຖານໂຄງລ່າງກະສິກຳ ຈະໄດ້ຮັບການສ້າງ ແລະ ປັບປຸງ ການຍົກລະດັບ ໃຫ້ມີຄຸນນະພາບ ຕາມແຜນທີ່ກຳນົດໄວ້.
(ຂ່າວ-ພາບ: ສຳນານ)