ໃນຕອນແລງວັນທີ 18 ກໍລະກົດ 2022 ທີ່ນະຄອນຫລວງຮ່າໂນ້ຍ, ເນື່ອງໃນໂອກາດເຂົ້າຮ່ວມ ສະເຫລີມສະຫລອງ ສອງວັນປະຫວັດສາດ ລາວ-ຫວຽດນາມ ຄື: ວັນສ້າງຕັ້ງສາຍພົວພັນການທູດ ຄົບ ຮອບ 60 ປີ (5/9/1962-5/9/2022) ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືຮອບດ້ານ ຄົບຮອບ 45 ປີ(18/7/1977-18/7/2022), ສະຫາຍ ບຸນທອງ ຈິດມະນີ ກຳມະການກົມ ການເມືອງສູນກາງພັກ, ຜູ້ປະຈຳການຄະ ນະເລຂາທິການສູນກາງພັກ, ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ຕາງໜ້າ ພັກ, ລັດຖະບານ ສປປ ລາວ ປະດັບຫລຽນໄຊດາວຄຳ ແລະ ຫລຽນໄຊເອກະ ລາດ ຊັ້ນ I ຂອງ ພັກ, ລັດ ສປປ ລາວ ໃຫ້ແກ່ການນຳຂັ້ນສູງ ພັກ, ລັດ ສສ ຫວຽດ ນາມ ຈຳນວນ 13 ສະຫາຍ ທີ່ມີຄຸນງາມຄວາມດີ ປະກອບສ່ວນຢ່າງໃຫຍ່ຫລວງ ເຂົ້າໃນການເພີ່ມພູນຄູນສ້າງ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ ຄື: ຫລຽນໄຊດາວຄໍາ 2 ສະຫາຍ ທີ່ມີຜົນງານອັນໃຫຍ່ຫລວງ, ມີຄຸນງາມ ຄວາມດີຕໍ່ ສປປ ລາວ, ຜົນງານດັ່ງກ່າວ ເປັນການປະກອບສ່ວນອັນສຳຄັນ ໃນການເສີມຂະຫຍາຍ ສາຍພົວພັນມິດຕະພາບອັນເປັນມູນເຊື້ອ ຄວາມສາມັກຄີພິ ເສດ ແລະ ການຮ່ວມມືຮອບດ້ານ ລະ ຫວ່າງ ສອງພັກ-ສອງລັດ ແລະ ປະຊາ ຊົນສອງຊາດ ລາວ-ຫວຽດນາມ ປະກອບມີ: ສະຫາຍ ຟາມ ມິງຈິງ, ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ສສ ຫວຽດນາມ ແລະ ສະຫາຍ ເວືອງ ດິງເຫວະ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ສສ ຫວຽດນາມ; ປະດັບຫລຽນໄຊອິດສະຫລະຊັ້ນ I ໃຫ້ແກ່ບັນດາສະຫາຍ ກຳມະການກົມການເມືອງ, ຄະນະເລຂາທິການພັກກອມມູນິດຫວຽດນາມ ທີ່ມີຜົນງານດີເດັ່ນ, ຄຸນງາມຄວາມດີຕໍ່ ສປປ ລາວ ຈໍານວນ 11 ສະຫາຍ ຄື: ສະຫາຍ ເຈິ່ນ ເກິ່ມຕູ໋ ກຳມະການກົມ ການເມືອງ, ເລຂາທິການສູນກາງພັກ, ຫົວໜ້າຄະນະກຳມະການກວດກາສູນກາງພັກ; ສະຫາຍ ຟານ ດິ່ງຈາກ, ກຳມະການ ກົມການເມືອງ, ເລຂາທິການສູນກາງພັກ, ຫົວໜ້າຄະນະພາຍໃນສູນກາງພັກ, ສະຫາຍ ເຈິ່ນ ຕວັນແອງ, ກຳມະການກົມການເມືອງ, ຫົວໜ້າຄະນະເສດຖະກິດສູນກາງພັກ, ສະຫາຍ ຟານ ວັນຢາງ, ກຳມະການກົມການເມືອງ, ລັດຖະມົນຕີກະຊວງປ້ອງກັນປະເທດ, ສະຫາຍ ຫງວຽນ ຊວັນທັ້ງ ກຳມະການ ກົມການເມືອງ, ຫົວໜ້າສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ, ປະທານສະພາທິດສະດີສູນກາງພັກ, ສະຫາຍ ດິ່ງ ຕຽນຢຸ້ງ ກຳມະການກົມການເມືອງ, ເລຂາຄະນະພັກນະຄອນຫລວງຮ່າໂນ້ຍ, ສະຫາຍ ຫງວຽນຈ້ອງ ເຫ້ງຍ ເລຂາທິການສູນກາງພັກ, ຫົວໜ້າ ຄະນະໂຄສະນາສຶກສາສູນກາງພັກ, ສະຫາຍ ນາງ ບຸ່ຍຖິ ມິງຮວ່າຍ, ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາຂົນຂວາຍປະຊາຊົນສູນກາງ, ສະຫາຍ ໂດ້ ວັນຈ້ຽນ ເລຂາທິການສູນກາງພັກ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ, ສະຫາຍ ເລ ມິງຂາຍ ເລຂາທິການສູນກາງພັກ, ຮອງນາຍົກລັດຖະມົນຕີ ແລະ ສະຫາຍ ເລ ມິງ ຮຶງ ເລຂາທິການສູນກາງພັກ, ຫົວໜ້າ ຫ້ອງວ່າການສູນກາງພັກ.

ໃນພິທີດັ່ງກ່າວ, ສະຫາຍ ບຸນທອງ ຈິດມະນີ ໄດ້ຕີລາຄາສູງ ຕໍ່ການປະກອບສ່ວນ ສຳຄັນຂອງ ບັນດາສະຫາຍການນຳຂັ້ນ ສູງຂອງ ພັກ, ລັດ ສສ ຫວຽດນາມ ເຂົ້າ ໃນການເພີ່ມພູນຄູນສ້າງ ສາຍພົວພັນພິ ເສດ ຫວຽດນາມ-ລາວ ໃນຕະຫລອດໄລ ຍະທີ່ຜ່ານມາ. ໃນໂອກາດດັ່ງກ່າວ, ສະຫາຍ ຟາມ ມິງຈິງ ໄດ້ຕາງໜ້າໃຫ້ແກ່ການນໍາ ພັກ, ລັດ ສສ ຫວຽດນາມ ທີ່ໄດ້ຮັບການຍ້ອງຍໍ ຄັ້ງນີ້ ສະແດງຄວາມຮູ້ບຸນຄຸນ ແລະ ຂອບອົກຂອບໃຈເປັນຢ່າງສູງຕໍ່ ພັກ, ລັດຖະບານ ສປປ ລາວ ທີ່ໄດ້ມອບຫລຽນໄຊ ໃຫ້ແກ່ການນໍາຂັ້ນສູງ ພັກ, ລັດຖະບານ ສສ ຫວຽດນາມ. ການທີ່ ພັກ, ລັດຖະບານ ສປປ ລາວ ໄດ້ຕົກລົງ ມອບ ຫລຽນໄຊຂັ້ນສູງສຸດ ໃຫ້ແກ່ບັນດາສະຫາຍການນຳຂັ້ນສູງ ພັກ, ລັດຖະບານ ສສ ຫວຽດນາມ ຄັ້ງນີ້ ກໍແມ່ນການຕີລາຄາສູງຕໍ່ການປະກອບສ່ວນຂອງ ບັນດາສະຫາຍການນຳ ພັກ, ລັດ ສສ ຫວຽດນາມ ເຂົ້າໃນການເພີ່ມພູນຄູນສ້າງ ສາຍພົວພັນ ມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີ ພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ ໃຫ້ນັບມື້ໄດ້ຮັບການເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ ແລະ ນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນ ສອງຊາດ ລາວ-ຫວຽດນາມ ໃຫ້ນັບມື້ຫລາຍຂຶ້ນ, ພ້ອມທັງຢືນຢັ້ນວ່າ: ພັກ, ລັດ ແລະ ປະຊາຊົນຫວຽດນາມ ຈະຮ່ວມກັບ ພັກ, ລັດ ແລະ ປະຊາຊົນລາວ ບັນດາເຜົ່າສືບຕໍ່ປົກປັກຮັກສາສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ທີ່ຫາຍາກຢູ່ໃນການພົວພັນສາກົນ ໃຫ້ຄົງຢູ່ນຳ ສອງຊາດ ແລະ ໄດ້ຮັບການສືບທອດ ຈາກຄົນຮຸ່ນນີ້ໄປສູ່ຄົນຮຸ່ນໜ້າ ຕະຫລອດໄປ.

ຂ່າວ: ບຸນກອງ

ພາບ: ອ່າຍຄຳ

LEAVE A REPLY

Please enter your comment!
Please enter your name here