ສປປ ລາວ ກຳລັງໄດ້ຮັບຄວາມສົນໃຈຈາກນັກລົງທຶນຕ່າງປະເທດ ໂດຍສະເພາະ ແມ່ນນັກລົງທຶນຈີນ ທີ່ມາລົງທຶນປູກຖົ່ວລຽນເປັນຈໍານວນຫຼາຍ ໃນເນື້ອທີ່ຫຼາຍພັນເຮັກຕາ ເພື່ອສົ່ງອອກໄປ ສປ ຈີນ. ຕໍ່ສະພາບດັ່ງກ່າວ, ສື່ສັງຄົມອອນລາຍ ກໍໄດ້ມີຄໍາຄໍາເຫັນ ໃນຫຼາກຫຼາຍແງ່ມູມ ຊຶ່ງບາງຄໍາຄິດເຫັນກໍເປັນແງ່ດີ ເພາະເປັນໂອກາດໃຫ້ຊາວກະສິກອນລາວ ຈະໄດ້ຮຽນຮູ້ໃນຫຼາຍໆຢ່າງ ແລະ ມີຜົນປະໂຫຍດໂດຍລວມ ຕໍ່ປະເທດຊາດ. ແຕ່ໃນບາງຄໍາຄິດເຫັນ ກໍເປັນແງ່ທີ່ບໍ່ດີ ມີຄໍາສຽດສີ, ບິດເບືອນແບບບໍ່ສ້າງສັນ ທ່ວງດຶງການພັດທະນາ ກໍໃຫ້ເກີດຄວາມແຄງໃຈ ຕໍ່ປະຊາຊົນ ໃຫ້ມີຫາງສຽງສັງຄົມ ທີ່ກຳລັງມີຫຼາຍພາກສ່ວນໃຫ້ຄວາມສົນໃຈ.
ເພື່ອເປັນການຕອບໂຕ້ຕໍ່ຫາງສຽງສັງຄົມ ກໍຄືບາງບັນຫາທີ່ສັງຄົມໃຫ້ຄວາມສົນໃຈ ໃຫ້ໄດ້ເຂົ້າໃຈຢ່າງຖືກຕ້ອງ. ໜັງສືພິມ ປະຊາຊົນ ສຽງຂອງສູນກາງພັກ ກໍໄດ້ໄປສຳພາດ ທ່ານ ບຸນຈັນ ກົມບຸນຍາສິດ ຫົວໜ້າກົມປູກຝັງ ກະຊວງກະສິກຳ ແລະ ປ່າໄມ້ ເມື່ອວັນທີ 11 ພະຈິກຜ່ານມາ, ຕໍ່ກັບບັນຫາດັ່ງກ່າວ ຊຶ່ງໄດ້ອະທິບາຍຊີ້ແຈງບັນຫາ ທີ່ສັງຄົມໃຫ້ຄວາມສົນໃຈວ່າ: ຕໍ່ຄໍາຖາມ ທີ່ສັງຄົມສົນໃຈ ທັງພາຍໃນ ແລະ ຕ່າງປະເທດ ໂດຍສະເພາະ ການພັດທະນາກະສິກຳຂອງພວກເຮົາ ໂດຍເນັ້ນໜັກກ່ຽວກັບການປູກຖົ່ວລຽນ ຊຶ່ງບັນຫາດັ່ງກ່າວນີ້, ທ່ານ ລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ ພ້ອມດ້ວຍຄະນະນໍາກະຊວງ ກໍໄດ້ຖືສຳຄັນທີ່ສຸດ ຊຶ່ງກ່ຽວຂ້ອງກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ທີ່ຕິດພັນກັບຂະແໜງການນີ້ ທີ່ມີການຊຸກຍູ້ການຜະລິດພາຍໃນ ເພື່ອຫຼຸດຜ່ອນການນໍາເຂົ້າຈາກຕ່າງປະເທດ. ໃນນັ້ນ, ມີ 2 ໝວດໃຫຍ່ ທີ່ເປັນໜ້າທີ່ສຳຄັນ ຕິດພັນກັບກົມປູກຝັງຄື: 1). ປັດໄຈການຜະລິດ (ຝຸ່ນ, ປຸ໋ຍ, ຢາປາບສັກຕູພືດຊີວະພາບທີ່ບໍ່ມີສານພິດຕົກຄ້າງ) ແລະ ພືດທີ່ຢາກໃຫ້ຜະລິດຫຼາຍໆ ເພື່ອຫຼຸດຜ່ອນການນໍາເຂົ້າພືດຜັກ, ໝາກໄມ້ຕ່າງໆ ລວມທັງຖົ່ວລຽນ ຊຶ່ງຜ່ານມາ ກໍມີບົດຮຽນຫຼາຍ ທີ່ເປັນປະເພນີ ມີແຕ່ປູກແບບດັ້ງເດີມ, ແນວພັນແບບດັ້ງເດີມ, ໃຫ້ຜົນຜະລິດໜ້ອຍ, ຄຸນນະພາບບໍ່ທັນສູງ, ແກ່ນໃຫຍ່ນວນໜ້ອຍ, ບໍ່ຫອມ ແມ່ນຈຸດບົກຜ່ອງຂອງຖົ່ວລຽນລາວ ໃນໄລຍະຜ່ານມາ ທີ່ສ່ວນໃຫຍ່ ແມ່ນປູກຢູ່ພູພຽງບໍລິເວນຈໍານວນໜ້ອຍໆເທົ່ານັ້ນ; 2). ຊຸກຍູ້ການຜະລິດຕາມທ່າແຮງຂອງເຂດແຄວ້ນຕິດພັນກັບການປຸງແຕ່ງເພື່ອສົ່ງອອກເປັນສິນຄ້າ ສ້າງລາຍຮັບໃຫ້ປະຊາຊົນ ແລະ ປະເທດຊາດ ຊຶ່ງໄດ້ມີການຊຸກຍູ້, ລາຍງານເລື້ອຍໆໃນທຸກອາທິດ, ທຸກເດືອນ.
ຖົ່ວລຽນ ເປັນພືດສຳຄັນ ທີ່ໄດ້ຈັດເຂົ້າໃນບຸລິມະສິດພືດ ເພື່ອການຜະລິດເປັນສິນຄ້າ ຊຶ່ງໄດ້ຮັບຮອງມີ 5 ພືດໃຫຍ່ຄື: ເຂົ້າ, ກາເຟ, ຊາ, ໄມ້ໃຫ້ໝາກ ໃນນີ້ລວມມີຖົ່ວລຽນ, ພືດລົ້ມລຸກ (ໝາກຖົ່ວ, ໝາກໂມ…). ໃນປັດຈຸບັນ, ສະເພາະເນື້ອທີ່ປູກຖົ່ວລຽນທົ່ວປະເທດ ມີປະມານ 5,000 ເຮັກຕາ ຊຶ່ງປູກຫຼາຍກວ່າໝູ່ແມ່ນເຂດພູພຽງບໍລິເວນ, ຢູ່ປາກຊ່ອງ ແລະ ກຳລັງມີການຂະຫາຍການປູກຢູ່ແຂວງວຽງຈັນເຊັນ: ວັງວຽງ ແລະ ແຂວງບໍລິຄໍາໄຊ ທີ່ກຳລັງທົດລອງປູກຢ່າງຫຼວງຫຼາຍ. ສະພາບການປູກ ແລະ ຜະລິດຖົ່ວລຽນ ໃນປັດຈຸບັນ, ສ່ວນໃຫຍ່ແມ່ນນັກລົງທຶນຈາກຕ່າງປະເທດຈາກ ສປຈີນ ແລະ ສສ ຫວຽດນາມ. ພ້ອມນີ້, ກໍມີນັກລົງທຶນຄົນລາວເອງ ທີ່ກຳລັງນິຍົມປູກ ແລະ ໄດ້ຈັດຕັ້ງກຸ່ມການປູກຖົ່ວລຽນ (ຜ່ານວ໊ອດແອັບ) ຊຶ່ງຫົວໜ້າກົມປູກຝັງເອງ ກໍໄດ້ຢູ່ນໍາກຸ່ມມີ 2-3 ກຸ່ມ ເພື່ອຕິດຕາມຊຸກຍູ້ ເລີ່ມຈາກເຕັກນິກການປູກ, ການບົວລະບັດຮັກສາ ແລະ ອື່ນໆ ທີ່ກຳລັງເປັນຂະບວນການຝົດຟື້ນໃຫຍ່. ການປູກຖົ່ວລຽນຢູ່ລາວ, ມີ 18 ບໍລິສັດ ຊຶ່ງແມ່ນບໍລິສັດຈີນ 12 ບໍລິສັດ, ມີເນື້ອທີ່ທັງໝົດປະມານ 3,200 ເຮັກຕາ ກວມ 64,28%, ບໍລິສັດຫວຽດນາມ 2 ບໍລິສັດ, ມີເນື້ອທີ່ປະມານ 1,250 ເຮັກຕາ ກວມ 25,11%, ບໍລິສັດຂອງຄົນລາວ 4 ບໍລິສັດ, ມີເນື້ອທີ່416 ເຮັກຕາກວມ 8,36% ແລະ ຂອງປະຊາຊົນລາວປະມານ 112 ເຮັກຕາ ກວມ 2,25%.
ນັກລົງທຶນ ມາລົງທຶນປູກຖົ່ວລຽນຫຼາຍຂຶ້ນ ເນື່ອງຈາກທ່າອ່ຽງຂອງຖົ່ວລຽນ ທີ່ນັບມື້ມີຄວາມຕ້ອງການ. ຕະຫຼາດ ສປ ຈີນ ໃນແຕ່ລະປີ ກໍມີຄວາມຕ້ອງການເພີ່ມຂຶ້ນເລື້ອຍໆ, 3 ປະເທດ ທີ່ສົ່ງເຂົ້າກວມເອົາຕະຫຼາດຖົ່ວລຽນຂອງຈີນ ສ່ວນໃຫຍ່ແມ່ນ ໄທ, ຫວຽດນາມ ແລະ ມາເລເຊຍ. ເພື່ອຮອງຮັບຕະຫຼາດໃຫຍ່ຂອງຈີນ ທີ່ກຳລັງຂະຫຍາຍຕົວ, ຝ່າຍຈີນ ກໍທົດລອງປູກຢູ່ແຂວງໄຫໜານ ແລະ ມາສຸມໃສ່ລົງທຶນປູກຢູ່ ລາວ ເພາະເຮົາມີຫຼາຍຈຸດເດັ່ນທີ່ເປັນທ່າແຮງຄື: ພື້ນທີ່ຍັງເປັນພື້ນທີ່ບໍ່ທັນບຸກເບີກ ເປັນພື້ນທີ່ສະອາດສີຂຽວ, ການລະບາດຂອງພະຍາດແມງໄມ້ ຍັງຕໍ່າ, ລາວເຮົາ ກໍເປັນເຂດທີ່ປອດໄພຈາກຜົນກະທົບຂອງພາຍຸທີ່ກະທົບໃສ່ການຜະລິດ ບວກກັບນະໂຍບາຍຂອງລັດຖະບານ , ຂອງກະຊວງ ກປ ທີ່ຊຸກຍູ້ເປັນສິນຄ້າ ເພື່ອການສົ່ງອອກ ທີ່ສອດຄ່ອງ ກໍເຮັດໃຫ້ນັກລົງທຶນສົນໃຈ ມາລົງທຶນຫຼາຍ.
ການລົງທຶນຂອງນັກລົງທຶນຕ່າງປະເທດ ກໍແມ່ນລະບົບຂອງການພັດທະນາ ເນື່ອງຈາກນັກລົງທຶນມີເຕັກນິກສູງ, ມີທຶນຫຼາຍ ແລະ ມີຕະຫຼາດຮອງຮັບ ເປັນຕົ້ນ ສປຈີນ ທີ່ມີເຄືອຂ່າຍທີ່ຫຼາຍທີ່ສຸດໃນການສັ່ງຊື້-ສັ່ງຈອງ ຈຶ່ງເຮັດມີນັກລົງທຶນຈີນຫຼາຍ. ພ້ອມນີ້, ກໍມີຫວຽດນາມ ທີ່ມີປະສົບການສູງ ທີ່ກຳລັງຂະຫຍາຍຕົວ. ນັກລົງທຶນ ກໍໄດ້ຕີລາຄາວ່າ: ການປູກຖົ່ວລຽນຢູ່ລາວ ກຳລັງມີທ່າແຮງ. ເຖິງວ່າເຮົາ ເລີ່ມຊ້າແຕ່ກໍສາມາດດຶງເອົາເຕັກນິກທີ່ດີທີ່ສຸດຂອງບັນດາປະເທດ ທີ່ປູກມາກອ່ນ ເພື່ອມານໍາໃຊ້ໃນລາວ. ນະໂຍບາຍຂອງ ພັກ-ລັດຖະບານເຮົາ ກ່ຽວກັບກະສິກຳສະອາດ, ບັນດານິຕິກຳທີ່ກະຊວງ ກປ ວາງອອກມາ ເປັນຕົ້ນ ການຜະລິດເປັນສິນຄ້າສີຂຽວ, ຄຸ້ມຄອງຝຸ່ນ, ຢາ ຊຶ່ງໄດ້ມີນິຕິກຳໝົດແລ້ວ ຈຶ່ງໄດ້ຮັບຄວາມສົນໃຈ. ສູນກາງ-ທ້ອງຖິ່ນຢູ່ລາວ ກໍໃຫ້ການສະໜັບສະໜູນ ເພື່ອເງື່ອນໄຂອັນພິເສດທີ່ຈະເຮັດໃຫ້ເຮົາ ສົ່ງເຂົ້າໄປຈີນງ່າຍ, ອັນພົ້ນເດັ່ນ ກໍແມ່ນທາງລົດໄຟ ລາວ-ຈີນ ທີ່ມີທ່າແຮງ ຊຶ່ງພືດຜັກ, ໝາກໄມ້ ກໍສາມາດສົ່ງໄປ ໂດຍປັດຈຸບັນມີໝາກກ້ວຍ, ໝາກເດືອຍ, ເຂົ້າ, ຢ່າງພາລາ ແລະ ອື່ນໆ ທີ່ກຳລັງເຈລະຈາເພີ່ມອີກ ໝາຍວ່າ ຜະລິດອອກຈາກລາວ ບໍ່ກາຍ 48 ຊົ່ວໂມງ ກໍໄປຮອດທຸກແຂວງ, ທຸກຕະຫຼາດຂອງຈີນ ຊຶ່ງສະເພາະກະຊວງ ກປ ກໍອຳນວຍຄວາມສະດວກຢັ້ງຢືນດ້ານສຸຂານາໄມ ແລະ ສຸຂານາໄມພືດ.
ເຖິງວ່າການລົງທຶນປູກຖົ່ວລຽນ ກຳລັງຂະຫຍາຍຕົວຫຼາຍໃນ ສປປ ລາວ ແລະ ໄດ້ເກີດມີຄວາມສົນໃຈຈາກສັງຄົມ ແລະ ມີຄໍາຄິດເຫັນໃນຫຼາຍແງ່ມູມ, ແຕ່ການຄຸ້ມຄອງຂອງລັດ ຕໍ່ນັກທຸລະກິດຕ່າງປະເທດ ທີ່ມາລົງທຶນປູກຖົ່ວລຽນ ແມ່ນຕ້ອງໄດ້ປະຕິບັດກົດໝາຍ ວ່າດ້ວຍການສົ່ງເສີມການລົງທຶນ, ຈັດສັນພື້ນທີ່ໃຫ້ເຊົ່າສຳປະທານ ແລະ ປະຕິບັດບັນດານະໂຍບາຍຕ່າງໆ ຊຶ່ງພາກລັດເຮົາ ກໍໄດ້ໃຫ້ຄວາມເອົາໃຈໃສ່ ເພື່ອໃຫ້ເກີດປະໂຫຍດສູງສຸດ ແກ່ປະເທດຊາດ ແລະ ປະຊາຊົນລາວບັນດາເຜົ່າ. ອັນຈະແຈ້ງທີ່ເຮົາໄດ້ຈາກການລົງທຶນຄື: 1). ເຮົາໄດ້ຮຽນຮູ້ເຕັກນິກໃໝ່ ຊຶ່ງເຕັກນິກການປູກຖົ່ວລຽນຫຼາຍປະເທດ ກໍບໍ່ຖ່າຍທອດໃຫ້ກັນ ເນື່ອງຈາກເປັນຄູ່ແຂ່ງ ຊຶ່ງກັນ ແລະ ກັນ. ເຖິງວ່າເຕັກນິກຄ້າຍຄືກັນ ແຕ່ກໍບໍ່ແມ່ນອັນດຽວກັນ; 2). ລະບົບການປຸງແຕ່ງ, ການເກັບຮັກສາ ທີ່ເວົ້າເຖິງເຕັກນິກວິທະຍາການຫຼັງເກັບກ່ຽວ ເປັນຕົ້ນວິທີການກ່ອນເກັບ, ເວລາເກັບ, ເກັບແລ້ວ ເຂົ້າໂຮງງານປຸງແຕ່ງການລ້າງ, ຄັດລ້າງກ່ຽວກັບພະຍາດແມງໄມ້ແນວໃດ ແລະ ວິທີການສົ່ງອອກ ຈະສົ່ງອອກເປັນໜ່ວຍ ຫຼື ສົ່ງເປັນຊີ້ນໝາກຖົ່ວລຽນ ທີ່ເຮົາຕ້ອງໄດ້ຮຽນຮູ້; 3). ການຈັດການບໍລິຫານ ທີ່ຕິດພັນກັບການປຸງແຕ່ງ ຊຶ່ງນັກລົງທຶນເຂົາກໍພ້ອມແລ້ວທີ່ຈະໃຫ້ເຮົາໄດ້ຮຽນຮູ້; 4). ດ້ານວຽກເຮັດງານທໍາ ຈະສ້າງໃຫ້ຄົນລາວ ໄດ້ມີລາຍຮັບ ແລະ ລູກຫຼານ ກໍໄດ້ກັບມາເຮັດວຽກຢູ່ບ້ານຕົນ ຊຶ່ງຕາມການລົງຕິດຕາມກວດກາ ໃນໄລຍະຜ່ານມາ ແລະ ໄລຍະມໍ່ໆນີ້ ເຫັນວ່າ: ສາມາດສ້າງວຽກເຮັດງານທໍາໃຫ້ຊາວກະສິກອນ ຢ່າງໜ້ອຍ 800 ຄົນ/ປີ ແລະ ແຮງງານລາຍວັນປະມານ 3,000 ຄົນ.
ໃນຄວາມສົນໃຈຂອງສັງຄົມອີກໜຶ່ງບັນຫາ, ກໍຄືລົງທຶນແລ້ວ ຈະສາມາດຜະລິດສົ່ງອອກໄດ້ບໍ ແລະ ອີກດົນປານໃດ. ນີ້ກໍເປັນຄໍາຖາມທີ່ລັດຖະບານ ແລະ ການນໍາກະຊວງ ກປ ໃຫ້ຄວາມສົນໃຈ ແລະ ໄດ້ຖາມຕະຫຼອດ; ນີ້ກໍເປັນໜ້າທີ່ໂດຍກົງ ຂອງກົມປູກຝັງ ທີ່ຕ້ອງໄດ້ເຈລະຈາຂໍ້ກໍານົດເງື່ອນໄຂ ດ້ານສຸຂານາໄມພືດ ກ່ຽວກັບໝາກຖົ່ວລຽນເພື່ອການສົ່ງອອກໄປ ສປ ຈີນ ຊຶ່ງທາງກົມປູກຝັງ ກໍໄດ້ປະສານສົມທົບກັບຝ່າຍຈີນ ໃນໄລຍະສັ້ນໆ ປະມານ 2 ເດືອນກວ່າ, ຍ້ອນວ່າເຫັນຄວາມສຳຄັນຂອງການຮ່ວມມືຕາມທິດ “ໝັ້ນຄົງຍາວນານ, ບ້ານໃກ້ເຮືອນຄຽງທີ່ດີ, ໄວ້ເນື້ອເຊື່ອໃຈກັນ, ຮ່ວມມືຮອບດ້ານຕາມທິດ 4 ດີ (ບ້ານໃກ້ເຮືອນຄຽງທີ່ດີ, ເພື່ອນມິດທີ່ດີ, ສະຫາຍທີ່ດີ ແລະ ເປັນຄູ່ຮ່ວມມືທີ່ດີ)” ແລະ “ແຜນແມ່ບົດ ວ່າດ້ວຍການສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ ສະບັບປີ 2024-2028”. ໃນຕົ້ນເດືອນພະຈິກນີ້, ອົງການບໍລິຫານພາສີແຫ່ງຊາດຈີນ ໄດ້ແຕ່ງຕັ້ງຄະນະທີມງານ ເຂົ້າມາກວດກາ ແລະ ປະເມີນສະຖານທີ່ປະກອບການຜະລິດ ໝາກຖົ່ວລຽນ ຢູ່ ສປປ ລາວ ທີ່ມີເປົ້າໝາຍສົ່ງໄປ ສປ ຈີນ ເພື່ອສ້າງຂໍ້ກຳນົດ, ເງື່ອນໄຂດ້ານສຸຂານາໄມພືດ ສຳລັບການສົ່ງອອກໝາກຖົ່ວລຽນ ຈາກ ສປປ ລາວ ໄປ ສປ ຈີນ. ການມາດັ່ງກ່າວ, ກໍໄດ້ມີການພົບປະການນໍາກະຊວງ ກປ ແລະການນໍາແຂວງຈໍາປາສັກ; ກຽມເຂົ້າສູ່ຂັ້ນຕອນຂອງການສົ່ງອອກຄື: ສຳຫຼວດພື້ນທີ່, ຮ່າງເນື້ອໃນຂໍ້ກຳນົດ, ເງື່ອນໄຂທີ່ຈະເຈລະຈາກັນ, ເມື່ອຕົກລົງກັນໄດ້ ຕາງໜ້າລັດຖະບານສອງຝ່າຍ ກໍຈະເຊັນກັນ. ຈາກນັ້ນ, ກໍເອົາລາຍຊື່ບັນດາບໍລິສັດຜູ້ປະກອບການຕ່າງໆ ທັງຊາວສວນລາວ ທີ່ເງື່ອນໄຂ, ຈາກນັ້ນ ຝ່າຍຈີນ ກໍຈະປະກາດທາງເວບໄຊຂອງເຂົາວ່າ ໃຜຈະສົ່ງອອກ. ປັດຈຸບັນ, ພວກເຮົາ ກໍເຮັດໄດ້ທັນກັບສະພາບການ ເພື່ອຮ່າງຂໍ້ກຳນົດ, ເງື່ອນໄຂຕ່າງໆ ຖ້າເປັນໄປຕາມແຜນກໍອາດສາມາດສົ່ງອອກຖົ່ວລຽນ ຈາກ ສປປ ລາວ ໄປ ສປ ຈີນ ໃນປີ 2025.
ສັງລວມແລ້ວ, ບາງບັນຫາທີ່ສັງຄົມໃຫ້ຄວາມສົນໃຈ ຕໍ່ກັບການລົງທຶນປູກຖົ່ວລຽນ ຂອງນັກລົງທຶນຕ່າງປະ ເທດ ທີ່ມາລົງທຶນຢູ່ ສປປ ລາວ ແມ່ນບັນຫາດ້ານຜົນປະໂຫຍດວ່າ: ຈະຄຸ້ມຄ່າກັບການໃຫ້ເຂົາເຈົ້າ ມາສຳປະທານ ຫຼື ບໍ່, ຈະເຮັດໃຫ້ປະເທດຊາດ ແລະ ປະຊາຊົນລາວ ໄດ້ຮັບຜົນປະໂຫຍດໜ້ອຍຫຼາຍປານໃດ ຊຶ່ງບັນດາຂໍ້ມູນຂ້າງເທິງ ກໍໄດ້ໃຫ້ຮູ້ ແລະ ຕອບໂຕ້ຫາງສຽງສັງຄົມ ເພື່ອໃຫ້ທົ່ວສັງຄົມລາວ ແລະ ຜູ້ຢູ່ຕ່າງປະເທດ ໄດ້ເຂົ້າໃຈຢ່າງຖືກຕ້ອງຈະແຈ້ງ ເພື່ອພ້ອມກັນພັດທະນາປະເທດຊາດ ເວົ້າລວມ, ເວົ້າສະເພາະ ແມ່ນສົ່ງເສີມການພັດທະນາດ້ານກະສິກຳ ເພື່ອຈະໄດ້ມີຄວາມຮູ້ເຕັກນິກຕ່າງໆ, ມີເຄືອຂ່າຍ ແລະ ມີຕະຫຼາດຈໍາໜ່າຍ ນໍາເອົາລາຍຮັບເຂົ້າມາສູ່ປະເທດຊາດ ໃຫ້ໄດ້ຄຸ້ມຄ່າ ມີຜົນປະໂຫຍດສູງສຸດ ເພື່ອອະນາຄົດ ຂອງຊາວກະສິກອນລາວ.