ໃນວັນທີ 18 ກໍລະກົດ 2022 ທີ່ໂຮງງານຂອງສະຫະກອນຜູ້ຜະລິດກາເຟ ເຂດພູພຽງບໍລະເວນ ຫຼັກ 24 ເມືອງບາຈຽງຈະ ເລີນສຸກ ແຂວງຈໍາປາສັກ ໄດ້ເປີດກອງປະຊຸມສະໄໝສາມັນຄັ້ງທີ XV ຂອງສະ ຫະກອນຜູ້ຜະລິດກາເຟເຂດພູພຽງບໍລະເວນ ຢ່າງເປັນທາງການ ພາຍໃຕ້ການເປັນປະທານຂອງທ່ານ ອຳນວຍ ເຮືອງວົງສາ ຮອງເລຂາພັກເມືອງບາຈຽງຈະເລີນສຸກ, ທ່ານ ຄຳ ນີລາວົງ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ,ທ່ານ ຫວຽນຄຳ ໄຊຍະສິດ ຮັກສາການປະທານສະຫະ ກອນຜູ້ຜະລິດກາເຟເຂດພູພຽງບໍລະເວນ. ເຂົ້າຮ່ວມມີຜູ້ຈັດການ,ຜູ້ອຳນວຍການ ແລະ ຄະນະສະຫະກອນ,ຫົວໜ້າຂະ ແໜງການ,ຫ້ອງການ,ພະນັກງານກ່ຽວ ຂ້ອງຕະຫຼອດຮອດສະມາຊິກຊາວສວນແຕ່ລະກຸ່ມເຂົ້າຮ່ວມ.

ໃນກອງປະຊຸມຄັ້ງນີ້ ທ່ານ ຫວຽນຄຳ ໄຊຍະສິດ ຮັກສາການປະທານສະຫະກອນຜູ້ຜະລິດກາເຟເຂດພູພຽງບໍລະເວນ. ໄດ້ກ່າວວ່າ: ກອງປະຊຸມສະໄໝສາມັນ ຄັ້ງທີ 15 ຂອງ ສະຫະກອນ ຜູ້ຜະລິດກາເຟ ເຂດພູພຽງບໍລະເວນ ຂອງພວກເຮົາໃນຄັ້ງນີ້ມີຄວາມສຳຄັນຫຼາຍ.ຊຶ່ງຈະໄດ້ສະຫຼຸບລາຍງານວຽກງານກິດຈະກຳສະຫະກອນຂອງພວກເຮົາເຊັ່ນວ່າ: ວຽກພາກສະໜາມ, ສ່ວນທົດ ລອງ, ຄຸນນະພາບ, ກະສິກຳອິນຊີ, ກິດຈະກຳໂຮງງານ-ຫ້ອງທົດລອງ ແລະ ໂຮງງານຝຸ່ນ, ຮັບຟັງ ແລະ ຮັບຮອງ ບົດສະຫຼຸບລາຍງານ ວຽກງານການຕະຫຼາດ ພາຍໃນ ແລະ ສາກົນ ຮັບຟັງ ແລະ ຮັບຮອງ ບົດລາຍງານ ບັນຊີ-ການ ເງິນ ແລະ ການກວດສອບ ໃນລະດູການເກັບກ່ຽວທີ່ຜ່ານມາ ສົກ 2021-2022 ແລະ ແຜນກິດຈະກຳ, ແຜນ ງົບປະມານໃນລະດູເກັບກ່ຽວ ສົກປີ 2022-2023 ພ້ອມດ້ວຍທິດທາງຈັດຕັ້ງປະຕິບັດໃນສົກປີຕໍ່ໜ້າ.

ປະຈຸບັນສະຫະກອນຜູ້ຜະລິດກາເຟເຂດພູພຽງບໍລະເວນມີສະມາຊິກກຸ່ມທັງໝົດ 37 ກຸ່ມ,​ມີ 34 ບ້ານ,​ໃນນີ້ຢູ່ເມືອງເລົ່າງາມ 11 ກູ່ມ,​ມີ 9 ບ້ານ,​ເມືອງປາກຊ່ອງ 24 ກູ່ມ,​ມີ 23 ບ້ານ,​ເມືອງທ່າແຕງ 2 ກູ່ມ,ມີ 2 ບ້ານ,​ມີສະມາຊິກທີ່ຮັບຮອງທັງໝົດ 779 ຄອບຄົວ.​1 ປີຜ່ານມາຜະລິດກາເຟນ້ອຍໝາກແດງໄດ້ 5,567,329 ກິໂລກຼາມ,ທຽບໃສ່ປີຜ່ານມາຫລຸດລົງ 35% ,ຜະລິດກາເຟກາງໝາກແດງໄດ້ 751,756 ກິໂລກຼາມ, ລື່ນແຜນການ 14 %, ແປຮູບ ແລະ ສົ່ງອອກທັງໝົດ 938,700 ກິໂລກຼາມ ເທົ່າກັບ 48 ຕູ້ຄອນເທນເນີ,ສ້າງລາຍຮັບໄດ້ 60 ຕື້ກວ່າກີບ.

ໃນກອງປະຊຸມທ່ານ ໄຊຍະກອນ ອ່ອນນາລີ ຜູ້ຈັດການ ສະຫະກອນຜູ້ຜະລິດກາເຟເຂດພູພຽງບໍລະເວນ ໄດ້ລາຍງານກິດຈະກຳວຽກພາກສະໜາມສວນທົດລອງຄຸນນະພາບ,ກະສິກຳອິນຊີ ແລະ ກິດຈະກຳ ໂຮງງານຝຸ່ນ,ທ່ານ ບຸນເຮືອງ ວົງມະນີຄູນ ຮອງຜູ້ຈັດການ,ຜູ້ອໍານວຍການຂອງສະຫະກອນຜູ້ຜະລິດກາເຟເຂດພູພຽງບໍລະເວນ ໄດ້ຜ່ານບົດລາຍງານການບັນຊີການເງິນ,ທ່ານ ຄຳພັນ ແກ້ວທະວີ ຮອງຜູ້ຈັດການ ຂອງສະຫະກອນຜູ້ຜະລິດກາເຟເຂດພູພຽງບໍລະເວນ.ໄດ້ຜ່ານຜ່ານບົດສະຫຼຸບວຽກງານການຕະຫຼາດ ພາຍໃນ ແລະ ຕ່າງປະເທດ.

ພິເສດກອງປະຊຸມເຂົ້າຮ່ວມໄດ້ມີການເລືອກເອົາຄະນະບໍລິຫານງານ ແລະ ຄະນະກວດກາ ຊຸດໃໝ່ ສະໄໝ ທີ 6 ຂອງ ສະຫະກອນ ຜູ້ຜະລິດກາເຟ ເຂດພູພຽງບໍລະເວນ ເຊິ່ງມີຜູ້ສະໝັກ 17 ທ່ານ ເລືອກເອົາ 8 ທ່ານ.ຄື: ເລືອກເອົາ ທ່ານ ສີທອງ ເພັດລັງສີ ເປັນປະທານສະ ຫະກອນ,​ ທ່ານ​ ຫວຽນຄຳ ໄຊຍະສິດ ເປັນຮອງປະທານສະຫະກອນ,​ຈາກນີ້ກໍມີ ທ່ານ ແສງເດືອນ ແສງຄີຍະວົງ,​ທ່ານ ຄໍາສີ ແກ້ວເດດສູດາສັກ, ທ່ານ ຄຳປະເສີດ ເທບໄກສອນ,​ ທ່ານ ນາງ ແສງພະຈັນ ອູດົມແສງ,​ ທ່ານ ມິດຕະພອນ ປັນຍາຈັກ ແລະ ທ່ານ ໂຫ່ຍ ຫລ້າຍະລັດ ເປັນຄະນະ.

LEAVE A REPLY

Please enter your comment!
Please enter your name here