Saturday, October 12, 2024
Homeຂ່າວໜ້າໜຶ່ງລາວ-ສິງກະໂປ ສືບຕໍ່ຮັດແໜ້ນການພົວພັນຮ່ວມມື

ລາວ-ສິງກະໂປ ສືບຕໍ່ຮັດແໜ້ນການພົວພັນຮ່ວມມື

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ທ່ານ ລໍເຣັນສ ວອງ (H.E. Mr. Lawrence WONG), ນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງການເງິນ ແຫ່ງ ສາທາລະນະລັດ ສິງກະໂປ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ເດີນທາງມາຢ້ຽມຢາມທາງການ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ແລະ ກອງປະຊຸມທີ່ກ່ຽວຂ້ອງອື່ນໆ ທີ່ ສປປ ລາວ ໃນລະຫວ່າງວັນທີ 8-12 ຕຸລາ 2024 ເພື່ອເສີມຂະຫຍາຍ ແລະ ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງສອງປະເທດ ລາວ ແລະ ສິງກະໂປ ໃຫ້ເລິກເຊິ່ງກວ່າເກົ່າ.

ພິທີຕ້ອນຮັບ ທ່ານ ລໍເຣັນສ ວອງ ພ້ອມດ້ວຍພັນລະຍາ ແລະ ຄະນະ ຢ່າງເປັນທາງການ ໄດ້ຈັດຂຶ້ນຢ່າງສົມກຽດ ທີ່ ສໍານັກງານນາຍົກລັດຖະມົນຕີ, ໂດຍການຕ້ອນຮັບຂອງ ທ່ານ ສອນໄຊ ສີພັນດອນ ພ້ອມດ້ວຍພັນລະຍາ ແລະ ຄະນະ. ພາຍຫຼັງສໍາເລັດພິທີຕ້ອນຮັບ, ສອງຝ່າຍ ໄດ້ດໍາເນີນການພົບປະສອງຝ່າຍຢ່າງເປັນທາງການ. ໃນໂອກາດນີ້, ທ່ານ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ມີຄວາມປິຕິຍິນດີທີ່ໄດ້ຕ້ອນຮັບ ທ່ານ ລໍເຣັນສ ວອງ ແລະ ຄະນະ ໃນຄັ້ງນີ້, ຊຶ່ງຖືວ່າເປັນການຢ້ຽມຢາມ ສປປ ລາວ ຄັ້ງທໍາອິດ ພາຍຫຼັງດໍາລົງຕໍາແໜ່ງ ນາຍົກລັດຖະມົນຕີ ແຫ່ງ ສ ສິງກະໂປ ໃນເດືອນພຶດສະພາ 2024 ທີ່ຜ່ານມາ.

ໃນການພົບປະຄັ້ງນີ້, ສອງຝ່າຍ ໄດ້ແຈ້ງສະພາບການພັດທະນາເສດຖະກິດ-ສັງຄົມ ຂອງແຕ່ລະປະເທດໃຫ້ກັນຊາບ, ພ້ອມທັງໄດ້ຕີລາຄາ ແລະ ທົບທວນຄືນສາຍພົວພັນມິດຕະພາບອັນຍາວນານ ແລະ ການຮ່ວມມືທີ່ເຕັມໄປດ້ວຍໝາກຜົນ ລະຫວ່າງ ສປປ ລາວ ແລະ ສ ສິງກະໂປ ຕະຫຼອດໄລຍະ 5 ທົດສະວັດຜ່ານມາ ທີ່ໄດ້ຮັບການຊຸກຍູ້ສົ່ງເສີມ ແລະ ພັດທະນາຂຶ້ນເປັນກ້າວໆ, ສະແດງອອກໃນການພົບປະແລກປ່ຽນຢ້ຽມຢາມຊຶ່ງກັນ ແລະ ກັນ ຂອງຄະນະຜູ້ແທນຂັ້ນສູງສອງປະເທດ ຢ່າງເປັນປົກກະຕິ, ການໄປມາຫາສູ່ລະຫວ່າງປະຊາຊົນດ້ວຍກັນ, ການຮ່ວມມືດ້ານເສດຖະກິດ, ການຄ້າ-ການລົງທຶນ, ການພົວພັນຮ່ວມມືຂອງບັນດາຫົວໜ່ວຍທຸລະກິດ, ການສຶກສາ, ການພັດທະນາຊັບພະຍາກອນມະນຸດ, ສາທາລະນະສຸກ, ການສະໜັບສະໜູນ ແລະ ຊ່ວຍເຫຼືອຊຶ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ ໂດຍສະເພາະ ໃນຂອບອາຊຽນ ແລະ ອົງການ ສປຊ. ສອງຝ່າຍ ໄດ້ສະແດງຄວາມຊົມເຊີຍມາຍັງພາກສ່ວນກ່ຽວຂ້ອງຂອງສອງປະເທດ ທີ່ໄດ້ຮ່ວມກັນສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດ ລະຫວ່າງ ສປປ ລາວ ແລະ ສ ສິງກະໂປ ຄົບຮອບ 50 ປີ ໃນປີ 2024 ນີ້ຢ່າງຄຶກຄື້ນ ແລະ ມີຄວາມຫມາຍ ໂດຍສະເພາະການຈັດກິດຈະກໍາຕ່າງໆເປັນຕົ້ນແມ່ນ ການອອກແບບ ແລະ ການປະກາດຮອງຮັບສັນຍາລັກ (LOGO) 50 ປີ, ການຈັດງານລ້ຽງ ແລະ ການສະແດງສິລະປະດົນຕີຮ່ວມກັນຂອງນັກສິນລະປິນຈາກສິງກະໂປ ແລະ ສປປ ລາວ. ພ້ອມນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ໝາກຜົນຂອງການພົບປະກັນ ທີ່ ສິງກະໂປ ໃນເດືອນກໍລະກົດ 2024 ຜ່ານມາ ແລະ ຢືນຢັນຄືນຄວາມໝາຍໝັ້ນ ໃນການສືບຕໍ່ເຮັດວຽກຢ່າງໃກ້ຊິດຮ່ວມກັນ ເພື່ອສືບຕໍ່ເສີມຂະຫຍາຍ ແລະ ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງສອງປະເທດ ໃຫ້ກ້າວສູ່ລວງເລິກຍິ່ງຂຶ້ນໃນຊຸມປີຕໍ່ໜ້າ.

ສຳລັບທິດທາງໃນຕໍ່ໜ້າ, ສອງຝ່າຍ ເຫັນດີຈະສືບຕໍ່ຊຸກຍູ້ຂະແໜງການກ່ຽວຂ້ອງຂອງຕົນເພື່ອຈັດຕັ້ງປະຕິບັດບັນດາແຜນງານ ແລະ ໂຄງການຮ່ວມມືຂອງສອງລັດຖະບານ ໃຫ້ສໍາເລັດຜົນຕາມຄາດໝາຍ, ໂດຍສະເພາະ ການຮ່ວມມືດ້ານການເມືອງ ແລະ ດ້ານເສດຖະກິດ ກໍຄືການຄ້າ, ການລົງທຶນ ເປັນຕົ້ນແມ່ນ ການຮ່ວມມືດ້ານພະລັງງານສະອາດ, ດ້ານກະສິກຳ, ດ້ານຊັບພະຍາກອນທໍາມະຊາດ ກໍຄືສິນເຊື່ອກາກບອນ (Carbon Credit), ດ້ານສາທາລະນະສຸກ ແລະ ພັດທະນາຊຸມຊົນ, ການພັດທະນາຊັບພະຍາກອນມະນຸດ, ການທ່ອງທ່ຽວ ແລະ ຂະແໜງການອື່ນໆ ທີ່ເປັນທ່າແຮງບົ່ມຊ້ອນ, ລວມທັງການຮ່ວມມືໃນການພັດທະນາຂົງເຂດພາກພື້ນ ແລະ ສາກົນ ໂດຍສະເພາະການສ້າງຄວາມເຂັ້ມແຂງໃຫ້ແກ່ປະຊາຄົມອາຊຽນ ເພື່ອຜົນສໍາເລັດສໍາລັບການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024. ນອກນັ້ນ, ສອງຝ່າຍ ຍັງໄດ້ແລກປ່ຽນຄໍາຄິດເຫັນກ່ຽວກັບສະພາບການພົ້ນເດັ່ນໃນພາກພື້ນ ແລະ ສາກົນ ທີ່ສອງຝ່າຍມີຄວາມສົນໃຈ.

ໃນໂອກາດດຽວກັນນີ້, ທ່ານ ສອນໄຊ ສີພັນດອນ ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ກໍຄືໃນນາມສ່ວນຕົວ ສະແດງຄວາມຂອບໃຈຢ່າງຈິງໃຈມາຍັງ ທ່ານ ລໍເຣັນສ ວອງ ກໍຄືລັດຖະບານ ແລະ ປະຊາຊົນສິງກະໂປ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຮ່ວມມືຊ່ວຍເຫຼືອ ສປປ ລາວ ຕະຫຼອດໄລຍະຜ່ານມາ, ໂດຍສະເພາະ ການເປັນປະທານອາຊຽນ ໃນປີ 2024 ໃຫ້ສໍາເລັດຢ່າງຈົບງາມ, ລວມເຖິງການຊ່ວຍເຫຼືອເຄື່ອງບັນເທົາທຸກໃນເຫດການໄພພິບັດນໍ້າຖ້ວມ ຢູ່ ບັນດາແຂວງຕ່າງໆຂອງລາວ, ຊຶ່ງເປັນການຊ່ວຍເຫຼືອທາງດ້ານມະນຸດສະທໍາທີ່ມີຄຸນຄ່າ ແລະ ທັນການ.

ໃນຂະນະດຽວກັນ, ທ່ານ ລໍເຣັນສ ວອງ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ ທ່ານ ສອນໄຊ ສີພັນດອນ ກໍຄືລັດຖະບານ ແລະ ປະຊາຊົນລາວ ທີ່ໃຫ້ການຕ້ອນຮັບຢ່າງອົບອຸ່ນ, ທັງໄດ້ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດໃນຖານະເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ຕະຫຼອດເກືອບ 10 ເດືອນຜ່ານມາ ແລະ ໄດ້ຢຶນຢັນຄືນຈະສືບຕໍ່ໃຫ້ການສະໜັບສະໜູນຈົນສໍາເລັດຢ່າງຈົບງາມ ເຊັ່ນດຽວກັນກັບການສືບຕໍ່ເສີມຂະຫຍາຍການພົວພັນຮ່ວມມືຂອງສອງປະເທດ ໃຫ້ໄດ້ຮັບການພັດທະນາຍິ່ງໆຂຶ້ນ.

ຂ່າວ: ກະຊວງການຕ່າງປະເທດ,

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments