Friday, October 11, 2024
Homeຂ່າວໜ້າໜຶ່ງສປປ ລາວ-ຍີ່ປຸ່ນ ເຫັນດີສືບຕໍ່ຍົກລະດັບການພົວພັນຮ່ວມມືຂຶ້ນເປັນ “ຄູ່ຮ່ວມຍຸດທະສາດຮອບດ້ານ”

ສປປ ລາວ-ຍີ່ປຸ່ນ ເຫັນດີສືບຕໍ່ຍົກລະດັບການພົວພັນຮ່ວມມືຂຶ້ນເປັນ “ຄູ່ຮ່ວມຍຸດທະສາດຮອບດ້ານ”


ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ພະນະທ່ານ ອິຊິບະ ຊິເງະຣຸ (ISHIBA Shigeru), ນາຍົກລັດຖະມົນຕີ ແຫ່ງ ຍີ່ປຸ່ນ ພ້ອມດ້ວຍຄະນະ ໄດ້ຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ-ຍີ່ປຸ່ນ ຄັ້ງທີ 27 ແລະ ກອງປະຊຸມສຸດຍອດອື່ນໆທີ່ກ່ຽວຂ້ອງ, ໃນລະຫວ່າງວັນທີ 10-11 ຕຸລາ 2024 ເພື່ອສືບຕໍ່ເພີ່ມທະວີຮັດແໜ້ນສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມືອັນດີງາມ ພາຍໃຕ້ການເປັນ ຄູ່ຮ່ວມຍຸດທະສາດ ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ.


ພິທີຕ້ອນຮັບຢ່າງເປັນທາງການ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 11 ຕຸລາ 2024, ທີ່ສໍານັກງານນາຍົກລັດຖະມົນຕີ. ພາຍຫຼັງສໍາເລັດພິທີ, ພະນະທ່ານ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ແລະ ພະນະທ່ານ ນາຍົກລັດຖະມົນຕີ ອິຊິບະ ຊິເງະຣຸ ພ້ອມດ້ວຍຄະນະ ກໍ່ໄດ້ເຂົ້າຮ່ວມກອງປະຊຸມພົບປະສອງຝ່າຍຢ່າງເປັນທາງການ. ໃນການພົບປະ, ຝ່າຍລາວ ໄດ້ສະແດງຄວາມຊົມເຊີຍຕໍ່ຄູ່ຮ່ວມຕຳແໜ່ງຝ່າຍຍີ່ປຸ່ນ ທີ່ໄດ້ຮັບເລືອກຕັ້ງເປັນປະທານພັກເສລີປະຊາທິປະໄຕ (Liberal Democratic Party) ແລະ ໄດ້ຮັບການແຕ່ງຕັ້ງເປັນນາຍົກລັດຖະມົນຕີ ຍີ່ປຸ່ນ ຄົນໃຫມ່ ໃນວັນທີ 01 ຕຸລາ 2024 ຜ່ານມາ, ເຊິ່ງການມາຢ້ຽມຢາມຄັ້ງນີ້ ໄດ້ເປັນຂີດໝາຍສໍາຄັນໃນການເສີມຂະຫຍາຍການພົວພັນຮ່ວມມື ລາວ-ຍີ່ປຸ່ນ ພາຍໃຕ້ການເປັນ ຄູ່ຮ່ວມຍຸດທະສາດ ໃຫ້ແຕກດອກອອກຜົນຍິ່ງຂຶ້ນກວ່າເກົ່າ. ສອງຝ່າຍ ເຫັນດີຈະສືບຕໍ່ແລກປ່ຽນການຢ້ຽມຢາມພົບປະຂອງການນຳຂັ້ນສູງຂອງສອງປະເທດ ລາວ-ຍີ່ປຸ່ນ ຢ່າງເປັນປົກກະຕິ, ສືບຕໍ່ຈັດຕັ້ງປະຕິບັດບັນດາເອກະສານທີ່ໄດ້ລົງນາມກັນແລ້ວ ໃຫ້ປະກົດຜົນເປັນຈິງ, ພ້ອມນັ້ນ ສອງຝ່າຍ ໄດ້ເຫັນດີເປັນເອກະພາບນໍາກັນທີ່ຈະຍົກລະດັບການພົວພັນຮ່ວມມື ຈາກ ຄູ່ຮ່ວມຍຸດທະສາດ ຂຶ້ນເປັນ “ຄູ່ຮ່ວມຍຸດທະສາດຮອບດ້ານ” ແລະ ເຫັນດີຕໍ່ແບບໂລໂກ້ 70 ປີ ໂດຍມີສັນຍາລັກ ຊ້າງ ແລະ ດອກສະກຸຣະ ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ຍີປຸ່ນ ໃນປີ 2025 ທີ່ຈະມາເຖິງນີ້.

ພ້ອມນີ້ ທ່ານ ນາຍົກ ສອນໄຊ ສີພັນດອນ ກໍ່ໄດ້ຕອບຮັບການເຊື້ອເຊີນ ແລະ ມີຄວາມຍິນດີ ທີ່ຈະເດີນທາງໄປຢ້ຽມຢາມເຮັດວຽກທາງການ (Official Working Visit) ທີ່ ຍີ່ປຸ່ນ ໃນຕົ້ນປີ 2025 ເພື່ອເປີດປີແຫ່ງການສະເຫຼີມສະຫຼອງ ຄົບຮອບ 70 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລາວ-ຍີ່ປຸ່ນ, ຄົບຮອບ 10 ປີ ແຫ່ງການເປັນ ຄູ່ຮ່ວມຍຸດທະສາດ ແລະ ຄົບຮອບ 60 ປີ ທີ່ ລັດຖະບານຍີ່ປຸ່ນ ໄດ້ສົ່ງອາສາສະຫມັກມາຊ່ວຍເຫຼືອລາວ. ພ້ອມດຽວກັນນີ້, ຝ່າຍຍີ່ປຸ່ນ ຍັງເຫັນດີສືບຕໍ່ຮ່ວມມືກັບຝ່າຍລາວ ເພື່ອແກ້ໄຂເສດຖະກິດ-ການເງິນຂອງລາວ ແລະ ສືບຕໍ່ເພີ່ມທະວີວຽກງານການເຊື່ອມໂຍງ-ເຊື່ອມຈອດ ສປປ ລາວ ອອກສູ່ພາກພື້ນ ໂດຍຈະພິຈາລະນາໃຫ້ການຊ່ວຍເຫຼືອບັນດາໂຄງການບູລິມະສິດຂອງ ສປປ ລາວ ເພື່ອຊຸກຍູ້ໃຫ້ ສປປ ລາວ ສາມາດບັນລຸເປົ້າຫມາຍການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາໃນຕໍ່ຫນ້າ. ພ້ອມນີ້, ສອງຝ່າຍ ໄດ້ສະແດງຄວາມຍິນດີຈະສືບຕໍ່ຮ່ວມມື ແລະ ສະຫນັບສະໜູນເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ ເປັນຕົ້ນ ຂອບການຮ່ວມມື ອາຊຽນ-ຍີ່ປຸ່ນ, ການຮ່ວມມືຂອບແມ່ນ້ຳຂອງ-ຍີ່ປຸ່ນ, ສປຊ ແລະ ອື່ນໆ; ຝ່າຍລາວ ໄດ້ສະແດງຄວາມຊົມເຊີຍຕໍ່ພາລະບົດບາດຂອງຍີ່ປຸ່ນ ໃນການເປັນເຈົ້າພາບຈັດ ກອງປະຊຸມສຸດຍອດຂອງປະຊາຄົມອາຊີ ເພື່ອຫຼຸດຜ່ອນການປ່ອຍອາຍພິດໃຫ້ເຫຼືອສູນ (ASIA Zero Emission Community – AZEC) ຄັ້ງທີ 2 ໃນໂອກາດກອງປະຊຸມສຸດຍອດອາຊຽນ ທີ່ ສປປ ລາວ ເປັນເຈົ້າພາບປີ 2024, ເຊິ່ງເປັນການຊຸກຍູ້ສົ່ງເສີມການຮ່ວມມືໃນດ້ານພະລັງງານ ໃນຕໍ່ຫນ້າ.


ໃນໂອກາດນີ້, ພະນະທ່ານ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈຕໍ່ການສະໜັບສະໜູນ ແລະ ການຊ່ວຍເຫຼືອອັນລ້ຳຄ່າຈາກ ລັດຖະບານ ແລະ ປະຊາຊົນ ຍີ່ປຸ່ນ ໃນໄລຍະຜ່ານມາ, ໂດຍສະເພາະ ການພັດທະນາຊັບພະຍາກອນມະນຸດ, ການພັດທະນາໂຄງລ່າງພື້ນຖານ, ສາທາລະນະສຸກ, ກໍາສິກໍາ-ປ່າໄມ້, ວຽກງານເກັບກູ້ລະເບີດບໍ່ທັນແຕກ (UXO), ການສົ່ງຊ່ຽວຊານ ແລະ ອາສາສະຫມັກຂອງອົງການ JICA ມາຊ່ວຍເຫຼືອ ສປປ ລາວ, ພິເສດ ໂຄງການຊ່ວຍເຫຼືອປັບປຸງສະໜາມກິລາເຈົ້າອານຸວົງ, ໂຄງການປັບປຸງສະໜາມບິນສາກົນວັດໄຕ ແລະ ການສະໜັບສະໜູນ ສປປ ລາວ ໃນການເປັນປະທານອາຊຽນ ປີ 2024.


ນະຄອນຫຼວງວຽງຈັນ, ວັນທີ 11 ຕຸລາ 2024
ບົດຂ່າວ: ກົມການຂ່າວ,​ ກະຊວງການຕ່າງປະເທດ
ຮູບພາບ: ກົມສື່ມວນຊົນ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments