Home ຂ່າວໜ້າໜຶ່ງ ຜູ້ນໍາອາຊຽນ-ຜູ້ຕາງໜ້າຊາວໜຸ່ມອາຊຽນ ແລກປ່ຽນຄວາມເຫັນ ເສີມຂະຫຍາຍບົດບາດຂອງຊາວໜຸ່ມອາຊຽນ

ຜູ້ນໍາອາຊຽນ-ຜູ້ຕາງໜ້າຊາວໜຸ່ມອາຊຽນ ແລກປ່ຽນຄວາມເຫັນ ເສີມຂະຫຍາຍບົດບາດຂອງຊາວໜຸ່ມອາຊຽນ

0
4

ກອງປະຊຸມພົບປະ ລະຫວ່າງຜູ້ນໍາອາຊຽນ ແລະ ບັນດາຜູ້ຕາງໜ້າຊາວໜຸ່ມອາຊຽນ, ໄດ້ຈັດຂຶ້ນໃນວັນທີ 9 ຕຸລານີ້ ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມີບັນດາຜູ້ນໍາອາຊຽນ, ພ້ອມດ້ວຍຜູ້ຕາງໜ້າຊາວໜຸ່ມອາຊຽນ ເຂົ້າຮ່ວມ.

ກ່ອນກອງປະຊຸມພົບປະໃນຄັ້ງນີ້, ຊາວໜຸ່ມອາຊຽນ ໄດ້ຈັດກອງປະຊຸມສົນທະນາຊາວໜຸ່ມອາຊຽນ ຄັ້ງທີ 3 ຂຶ້ນໃນລະຫວ່າງວັນທີ 5-7 ຕຸລາ 2024 ຜ່ານມາ ທີ່ ແຂວງຫຼວງພະບາງ ພາຍໃຕ້ຫົວຂໍ້ “ການເສີມສ້າງຄວາມເຂັ້ມແຂງ ແລະ ການຊຸກຍູ້ແບບຮອບດ້ານ ເພື່ອການພັດທະນາຊາວໜຸ່ມອາຊຽນທີ່ຍືນຍົງ” ຊຶ່ງບັນດາຜູ້ຕາງໜ້າຊາວໜຸ່ມອາຊຽນ ໄດ້ທົບທວນຜົນການຈັດຕັ້ງປະຕິບັດບັນດາກິດຈະກໍາຊາວໜຸ່ມອາຊຽນ ແລະ ມີຄໍາເຫັນກ່ຽວກັບແນວທາງໃນການພັດທະນາຊາວໜຸ່ມອາຊຽນໃນດ້ານຕ່າງໆ ແລະ ໄດ້ສ້າງເປັນຂໍ້ສະເໜີ ກໍຄືຖະແຫຼງການຊາວໜຸ່ມອາຊຽນ ເພື່ອກະກຽມລາຍງານຕໍ່ຜູ້ນໍາອາຊຽນ.

ໃນກອງປະຊຸມພົບປະ ລະຫວ່າງ ຜູ້ນໍາອາຊຽນ ແລະ ບັນດາຜູ້ຕາງໜ້າຊາວໜຸ່ມອາຊຽນໃນຄັ້ງນີ້, ຕາງໜ້າຊາວໜຸ່ມອາຊຽນ ໄດ້ນໍາສະເໜີຖະແຫຼງການຊາວໜຸ່ມອາຊຽນ ຕໍ່ຜູ້ນໍາອາຊຽນເພື່ອຮັບຊາບ ແລະ ໃຫ້ທິດຊີ້ນໍາ. ການພົບປະດັ່ງກ່າວນີ້, ເປັນເວທີທີ່ມີຄວາມສຳຄັນ ເພາະເປັນການແລກປ່ຽນຄວາມຄິດເຫັນ ແລະ ສະເໜີທິດທາງກ່ຽວກັບການພັດທະນາ ແລະ ການເສີມຂະຫຍາຍບົດບາດຂອງຊາວໜຸ່ມອາຊຽນ ແນໃສ່ເພື່ອປະກອບສ່ວນເຂົ້າໃນຄວາມພະຍາຍາມໃນການສ້າງປະຊາຄົມອາຊຽນໃຫ້ມີຄວາມເຂັ້ມແຂງ ແລະ ໃຫ້ບັນລຸຕາມເປົ້າໝາຍການພັດທະນາແບບຍືນຍົງ.

ສປປ ລາວ ໃນນາມປະທານອາຊຽນປີ 2024 ໄດ້ສະແດງຄວາມຊົມເຊີຍ ຕໍ່ການປະກອບສ່ວນອັນສຳຄັນຂອງຊາວໜຸ່ມອາຊຽນ ເຂົ້າໃນວຽກງານຕ່າງໆຂອງອາຊຽນ ກໍຄືຂະບວນການສ້າງປະຊາຄົມອາຊຽນ ຕະຫຼອດໄລຍະຜ່ານມາ ແລະ ໄດ້ຊຸກຍູ້ໃຫ້ຊາວໜຸ່ມອາຊຽນ ສືບຕໍ່ເສີມຂະຫຍາຍການຮ່ວມມື ໃນດ້ານຕ່າງໆຢ່າງສ້າງສັນ ແລະ ມີຄວາມຮັບຜິດຊອບສູງ ເພື່ອປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງອາຊຽນ. ພ້ອມດຽວກັນນີ້, ໄດ້ສະເໜີໃຫ້ຂະແໜງການຊາວໜຸ່ມອາຊຽນ ສືບຕໍ່ປະກອບສ່ວນຜັນຂະຫຍາຍ ແລະ ຈັດຕັ້ງປະຕິິບັດວິໄສທັດປະຊາຄົມອາຊຽນ 2025 ແລະ ແຜນແມ່ບົດຂອງເສົາຄໍ້າປະຊາຄົມອາຊຽນ ລວມທັງບັນດາເອກະສານສືບທອດ ແລະ ບັນດາເອກະສານກ່ຽວຂ້ອງ ຢ່າງມີປະສິດທິຜົນ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here