Thursday, October 10, 2024
Homeຂ່າວການເມືອງລາວ-ອີຢູ ປຶກສາຫາລືການຮ່ວມມືສອງຝ່າຍ

ລາວ-ອີຢູ ປຶກສາຫາລືການຮ່ວມມືສອງຝ່າຍ

ໃນຕອນບ່າຍວັນທີ 9 ຕຸລາ 2024 ຢູ່ຫໍປະຊຸມແຫ່ງຊາດ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະ ມົນຕີ ແຫ່ງ ສປປ ລາວ ພ້ອມຄະນະ ໄດ້ພົບປະສອງຝ່າຍກັບ ທ່ານ ຊາກ ມິແຊນ ປະທານສະພາເອີຣົບ ພ້ອມດ້ວຍຄະນະ ທີ່ໄດ້ເດີນທາງມາເຂົ້າຮ່ວມກອງປະຊຸມສຸດຍອດ ອາຊີຕາເວັນອອກ ຄັ້ງທີ 19, ຕາມການເຊື້ອເຊີນຂອງປະ ເທດເຈົ້າພາບ, ທີ່ໄດ້ຈັດຂຶ້ນ ໃນລະຫວ່າງວັນທີ 9-12 ຕຸລາ 2024 ຢູ່ນະຄອນຫລວງວຽງຈັນ ສປປ ລາວ.

ການພົບປະຄັ້ງນີ້, ທ່ານ ສອນໄຊ ສີພັນດອນ ໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ແລະ ຕີລາຄາສູງຕໍ່ການເດີນທາງມາຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມຄັ້ງນີ້, ຕາມການເຊື້ອເຊີນ ເຊິ່ງເປັນການເດີນທາງຢ້ຽມຢາມ ສປປ ລາວ ຄັ້ງທໍາອິດ ຂອງ ທ່ານປະທານສະພາເອີຣົບ ແລະ ຖືເປັນຂີດໝາຍອັນສໍາຄັນຍິ່ງ ແຫ່ງການສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ມີມາຍາວນານ ລະຫວ່າງ ລາວ-ອີຢູ ນັບຕັ້ງແຕ່ສ້າງຕັ້ງ ສາຍພົວພັນການທູດຮ່ວມກັນ ໃນວັນທີ 21 ພະຈິກ 1975 ແລະ ໃນປີ 2025 ທັງສອງຝ່າຍ ກໍຈະໄດ້ມີການສະເຫລີມສະຫລອງ ຄົບຮອບ 50 ປີຮ່ວມກັນ; ສອງຝ່າຍ ໄດ້ພ້ອມກັນຕີລາຄາສູງຕໍ່ການພົວພັນ ແລະ ການຮ່ວມມື ລະຫວ່າງ ລາວ-ອີຢູ ໃນໄລຍະຜ່ານມາ ເຊິ່ງໄດ້ມີການຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ ໂດຍສະເພາະ ມີການແລກ ປ່ຽນ ການຢ້ຽມຢາມນໍາກັນຢ່າງເປັນປົກກະຕິ ໃນຫລາຍລະດັບ, ມີການຮ່ວມມືນໍາກັນທາງດ້ານເສດຖະກິດ, ການຄ້າ, ການລົງທຶນ, ການປົກປັກຮັກສາສິ່ງແວດລ້ອມ ແລະ ການທ່ອງທ່ຽວ ແລະ ອື່ນໆ.

ໃນໂອກາດນີ້, ທ່ານ ສອນໄຊ ສີພັນດອນ ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈ ຕໍ່ ຝ່າຍອີຢູ ທີ່ໄດ້ໃຫ້ການຊ່ວຍເຫລືອອັນລໍ້າຄ່າແກ່ ສປປ ລາວ ໃນຕະຫລອດໄລຍະຜ່ານມາ ເຊິ່ງການຊ່ວຍເຫລືອດັ່ງກກ່າວ ແມ່ນສອດຄ່ອງກັບແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ກໍຄື ການພັດທະນາຊົນນະ ບົດ ແລະ ຫລຸດຜ່ອນຄວາມທຸກຍາກຂອງປະຊາຊົນ ແນໃສ່ເຮັດໃຫ້ ສປປ ລາວ ຫລຸດພົ້ນອອກຈາກ ສະຖານະພາບປະເທດດ້ອຍພັດທະນາ ໃນຊຸມປີຕໍ່ໜ້າ ແລະ ຊ່ວຍໃຫ້ ສປປ ລາວ ບັນລຸເປົ້າໝາຍແຜນການພັດທະນາແບບຍືນຍົງຂອງ ອົງການ ສປຊ ໃນປີ 2030.

ທ່ານ ຊາກ ມິແຊນ ກໍໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍໍ່ການເຊື້ອເຊີນ ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້, ແລະ ຊົມເຊີຍການເປັນປະທານອາຊຽນ ຂອງ ສປປ ລາວ. ພ້ອມດຽວກັນ, ກໍຢືນຢັນທີ່ຈະສືບຕໍ່ໃຫ້ການສະໜັບສະໜູນແກ່ ສປປ ລາວ ໃນການພັດທະນາເສດະກິດ-ສັງຄົມ ໂດຍສະເພາະໃນຂົງເຂດການເຊື່ອມໂຍງ-ເຊື່ອມຈອດ, ການຄ້າ-ການລົງທຶນ, ການເຕີບໂຕສີຂຽວ ແລະ ອື່ນໆ. ທັງໄດ້ອວຍພອນໃຫ້ ກອງປະຊຸມຄັ້ງນີ້ ປະສົບຜົນສໍາເລັດຢ່າງຈົບງາມ.

ນອກຈາກການປຶກສາຫາລື ວຽກງານສອງຝ່າຍ, ທັງສອງຝ່າຍຍັງໄດ້ແລກປ່ຽນຄໍາຄິດຄໍາເຫັນ ກ່ຽວກັບ ການຮ່ວມມືອາຊຽນ-ອີຢູ, ສະພາບການພາກພື້ນ ແລະ ສາກົນ ທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ.

ພາບ: ອ່າຍຄຳ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments