Wednesday, October 9, 2024
Homeຂ່າວພາຍໃນVietjet ເພີ່ມຖ້ຽວບິນຈາກນະຄອນຫຼວງວຽງຈັນ ແລະ ທົ່ວອາຊີ ພ້ອມກັບໂປຣໂມຊັນດີໆສຸດພິເສດສ່ວນຫຼຸດສູງສຸດ 100% ໃນວັນທີ 10 ຕຸລາ ແລະປີ້ລາຄາ 0 ກີບທຸກໆວັນສຸກ.

Vietjet ເພີ່ມຖ້ຽວບິນຈາກນະຄອນຫຼວງວຽງຈັນ ແລະ ທົ່ວອາຊີ ພ້ອມກັບໂປຣໂມຊັນດີໆສຸດພິເສດສ່ວນຫຼຸດສູງສຸດ 100% ໃນວັນທີ 10 ຕຸລາ ແລະປີ້ລາຄາ 0 ກີບທຸກໆວັນສຸກ.

(ນະຄອນຫຼວງວຽງຈັນ, 9 ຕຸລາ 2024) – ສາຍການບິນ Vietjet ​ເສີມ​ຂະຫຍາຍ​ຄວາມ​ໝັ້ນ​ໃຈ​ຂອງ​ພວກ​ເຮົາ​ໃນ​ການ​ຊຸກຍູ້​ການ​ຄ້າ ​ແລະ ການ​ທ່ອງ​ທ່ຽວ​ລະຫວ່າງ​ລາວ ​ແລະ ຫວຽດນາມ ໂດຍ​ການ​ເພີ່ມ​ຄວາມ​ຖີ່​ຂອງ​ຖ້ຽວບິນ​ລະຫວ່າງ​ນະຄອນຫຼວງ​ວຽງ​ຈັນ ​ແລະ ນະຄອນ​ໂຮ່ຈິ​ມິນ ​ເມືອງ​ທີ່ໃຫຍ່ທີ່ສຸດຂອງ​ຫວຽດນາມ. ຖ້ຽວບິນຈະເລີ່ມແຕ່ວັນທີ 27 ຕຸລາ 2024 ເປັນຕົ້ນໄປ, ເສັ້ນທາງນີ້ຈະເປີດຖ້ຽວບິນປະຈໍາວັນ ເພີ່ມຂຶ້ນຈາກເກົ່າທີ່ແມ່ນ 4 ຖ້ຽວບິນ ໄປ-ກັບ ຕໍ່ອາທິດ ເຊິ່ງຊ່ວຍສະໜອງທາງເລືອກການເດີນທາງທີ່ປະຢັດໃຫ້ແກ່ນັກທ່ອງທ່ຽວລາວ. ປີ້ເຮືອບິນນີ້ແມ່ນຈະຂາຍຢູ່ໃນເວັບໄຊທ໌ www.vietjetair.com ແລະແອັບພລິເຄຊັນມືຖື Vietjet Air, ສາມາດຈອງຖ້ຽວບິນໄດ້ເລີຍຕອນນີ້. ນັກທ່ອງທ່ຽວຍັງສາມາດໃຊ້ປະໂຫຍດຈາກໂປຣໂມຊັນຕໍ່ເນື່ອງໄດ້ ໃນວັນທີ 10 ຕຸລາ 2024, ເວລາ 12:00AM ຫາ 11:59PM (UTC+7), ຜູ້ໂດຍສານຍັງສາມາດຮັບສ່ວນຫຼຸດສູງສຸດ 100% ສໍາລັບປີ້ຊັ້ນປະຢັດ () ໂດຍໃຊ້ ລະຫັດໂປຣໂມຊັນ VJ1010. ຂໍ້ສະເໜີດີໆນີ້ ແມ່ນໃຊ້ໄດ້ກັບການເດີນທາງລະຫວ່າງວັນທີ 1 ມັງກອນ 2025 ຫາ 22 ພຶດສະພາ 2025

ນອກຈາກນີ້ຍັງມີປີ້ເຮືອບິນຈຳນວນຫຼາຍລ້ານໃບ ສຳລັບທຸກເສັ້ນທາງຂອງ Vietjet ເຊິ່ງວາງຈຳໜ່າຍທຸກໆວັນສຸກ. ສໍາລັບຜູ້ໂດຍສານທີ່ຊອກຫາປະສົບການທີ່ພຣີມຽມ Vietjet ຍັງໃຫ້ສ່ວນຫຼຸດສູງສຸດ 50% ໃນຄ່າໂດຍສານຊັ້ນ deluxe () ສໍາລັບການເດີນທາງຕັ້ງແຕ່ມື້ນີ້ຈົນຮອດວັນທີ 20 ພະຈິກ 2024. ປີ້ເຮືອບິນເຫຼົ່ານີ້ມາພ້ອມກັບສະຫວັດດີການ ສິດທິປະໂຫຍດ 3 ຢ່າງ, ລວມມີ ຄ່າໂຫລດກະເປົາຟຣີສູງສຸດ 40 ກິໂລ, ສາມາດເລືອກບ່ອນນັ່ງໄດ້ຟຣີ ແລະ ປ່ຽນວັນທີເດີນທາງໄດ້ຟຣີ ()
ການຂະຫຍາຍການບໍລິການຖ້ຽວບິນຈາກນະຄອນຫຼວງວຽງຈັນ ໄດ້ສ້າງໂອກາດທີ່ໜ້າຕື່ນເຕັ້ນສໍາລັບຄົນລາວ ພິ​ເສດ​ແມ່ນ​ຜູ້​ທີ່​ຢາກ​ໄປ​ຢ້ຽມ​ຢາມ​ນະ​ຄອນ​ໂຮ່​ຈິ​ມິນ. ດ້ວຍເວລາການເດີນທາງທີ່ເພີ່ມຂຶ້ນການວາງແຜນການເດີນທາງຂອງທ່ານກໍ່ຈະງ່າຍຂຶ້ນ ເຊິ່ງຈະຊ່ວຍໃຫ້ມີຄວາມສະດວກຫຼາຍຂຶ້ນ ເພື່ອໃຫ້ເໝາະສົມກັບຕາຕະລາງປະຈຳວັນຂອງທ່ານ. ການ​ເພີ່ມ​ຖ້ຽວ​ບິນ​ເຫຼົ່າ​ນີ້ຍັງ​ເພີ່ມ​ທະວີ​ການ​ເຂົ້າ​ເຖິງ​ບັນດາ​ການ​ເຄື່ອນ​ໄຫວ​ທາງທຸລະ​ກິດ, ວັດທະນະທຳ ​ແລະ ການພັກຜ່ອນ​ຢ່ອນ​ອາລົມ​ຢູ່​ນະຄອນ​ຫຼວງທາງ​ພາກ​ໃຕ້​ຂອງ​ຫວຽດນາມ.


ນັກ​ທ່ອງ​ທ່ຽວ​ລາວ​ຍັງສາ​ມາດໄດ້ຮັບປະໂຫຍດຈາກການເຊື່ອມຕໍ່ ທີ່ກວ້າງຂວາງ ຂອງ Vietjet ໄປ​ສູ່​ຈຸດ​ໝາຍ​ປາຍທາງຕ່າງໆ ໃນທົ່ວພາກພື້ນອາຊີປາຊີຟິກ ຜ່ານນະຄອນໂຮ່ຈີມິນ ເພື່ອຮອງຮັບຄວາມຕ້ອງການ ການທ່ອງທ່ຽວທີ່ເພີ່ມຂຶ້ນໃນທ້າຍປີ ແລະ ປີໃໝ່ສາກົນ. ສາຍການບິນຈະເປີດເສັ້ນທາງລະຫວ່າງປະເທດໃໝ່ ແລະ ເພີ່ມຄວາມຖີ່ຖ້ຽວບິນ ລະຫວ່າງຫວຽດນາມ ແລະ ຈຸດໝາຍປາຍທາງສຳຄັນໃນ ອາຊີ
ຫວຽດນາມ ຈະເລີ່ມໃຫ້ບໍລິການລະຫວ່າງປະເທດໃໝ່ ທີ່ເຊື່ອມຕໍ່ຮ່າໂນ້ຍ ໄປ ກົວລາລຳເປີ ເລີ່ມແຕ່ວັນທີ 28 ພະຈິກ 2024 ແລະ ເລີ່ມໃຫ້ບໍລິການຄືນໃໝ່ໃນເສັ້ນທາງ ໂຮ່ຈີມິນ-ໄຖໜານ ເລີ່ມແຕ່ວັນທີ 12 ທັນວາ 2024. ນອກຈາກນີ້, Vietjet ຍັງໄດ້ເພີ່ມຄວາມຖີ່ໃນຖ້ຽວບິນເສັ້ນທາງ ເຊື່ອມຕໍ່ຮ່າໂນ້ຍ ກັບ Siem Rab, Nagoya ແລະ Busan ​ລວມເຖິງ​ນະຄອນ​ໂຮ່ຈິ​ມິນ ​ໄປ Bali ອີກດ້ວຍ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments