Monday, October 7, 2024
Homeຂ່າວໜ້າໜຶ່ງກອງປະຊຸມຄະນະກໍາມະການຜູ້ຕາງໜ້າຖາວອນປະຈໍາອາຊຽນ ຄັ້ງທີ 10

ກອງປະຊຸມຄະນະກໍາມະການຜູ້ຕາງໜ້າຖາວອນປະຈໍາອາຊຽນ ຄັ້ງທີ 10

….

ກອງປະຊຸມຄະນະກໍາມະການຜູ້ຕາງໜ້າຖາວອນປະຈໍາອາຊຽນ ຄັ້ງທີ 10 (10th Meeting of the Committee of Permanent Representatives to ASEAN (CPR) – 10/2024 CPR Meeting) ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 6 ຕຸ​ລາ​ນີ້ ທີ່​ນະ​ຄອນຫຼວງວຽງ​ຈັນ ພາຍ​ໃຕ້​ການ​ເປັນ​ປະ​ທານ​ຂອງ ທ່ານ ບໍວອນທັດ ດວງຈັກ ເອກອັກຄະລັດຖະທູດ ຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈໍາອາຊຽນ ໃນນາມປະທານຄະນະກໍາມະການຜູ້ຕາງໜ້າຖາວອນປະຈໍາອາຊຽນ ສໍາລັບປີ 2024 ໂດຍມີບັນດາຜູ້ຕາງໜ້າຖາວອນປະຈໍາອາຊຽນ, ຕີມໍແລັດສະເຕ ໃນນາມຜູ້ສັງເກດການ ແລະ ກອງເລຂາອາຊຽນ​ເຂົ້າ​ຮ່ວມ.

ກອງປະຊຸມໄດ້ປຶກສາຫາລືຫຼາຍບັນຫາສຳຄັນ ໂດຍສະເພາະການກະກຽມບັນດາເອກະສານຜົນກອງປະຊຸມທີ່ຈະນໍາສະເໜີໃຫ້ແກ່ຜູ້ນຳພິຈາລະນາຮັບຮອງເອົາໃນໂອກາດກອງປະຊຸມສຸດຍອດຊຽນ ຄັ້ງ 44 ແລະ 45 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ລວມມີ: ຮ່າງຖະແຫຼງການກອງປະຊຸມສຸດຍອດອາຊຽນ-ການາດາ ສະໄໝພິເສດ; ຮ່າງຖະແຫຼງການກອງປະຊຸມສຸດຍອດອາຊຽນ-ອິນເດຍ ຄັ້ງທີ 21; ຮ່າງຖະແຫຼງການກອງປະຊຸມສຸດຍອດອາຊຽນ-ຈີນ; ຮ່າງຖະແຫຼງການກອງປະຊຸມສຸດຍອດອາຊຽນ-ສ ເກົາຫຼີ ຄັ້ງທີ 25; ແລະ ຮ່າງເອກະສານກອງປະຊຸມສຸດຍອດອາຊີຕາເວັກອອກ ຄັ້ງທີ 19. ນອກຈາກນີ້, ກອງປະຊຸມຍັງໄດ້ປຶກສາຫາລື ແລະ ທົບທວນຄືນຄວາມຄືບໜ້າຂອງວຽກງານການສ້າງປະຊາຄົມອາຊຽນ, ການພົວພັນຮ່ວມມືກັບພາຍນອກ ເເລະ ການກະກຽມດ້ານພະລາທິການໃຫ້ແກ່ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ທີ່ຈະຈັດຂຶ້ນໃນວັນທີ 8-11 ຕຸລາ 2024 ທີ່ ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ.

ກອງປະຊຸມຄະນະກໍາມະການຜູ້ຕາງໜ້າຖາວອນປະຈໍາອາຊຽນຄັ້ງນີ້ ແມ່ນຈັດເປັນຄັ້ງທີ 4 ຢູ່ ສປປ ລາວ ພາຍໃຕ້ການເປັນປະທານຂອງຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈໍາອາຊຽນ.

(ຂ່າວ: ກະ​ຊວງ​ການ​ຕ່າງ​ປະ​ເທດ-ພາບ: ສຸກສະຫວັນ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments