Monday, October 7, 2024
Homeຂ່າວການເມືອງນາຍົກລັດຖະມົນຕີ ກວດກາສະຖານທີ່ຕ້ອນຮັບ ແລະ ຈັດກອງປະຊຸມສຸດຍອດອາຊຽນ

ນາຍົກລັດຖະມົນຕີ ກວດກາສະຖານທີ່ຕ້ອນຮັບ ແລະ ຈັດກອງປະຊຸມສຸດຍອດອາຊຽນ

ຂປລ. ໃນວັນທີ 6 ຕຸລາ 2024 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ລົງຕິດຕາມກວດກາສະຖານທີ່ຕ່າງໆ ເພື່ອກຽມຄວາມພ້ອມ ເປັນເຈົ້າພາບ ຈັດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ແລະ ກອງປະຊຸມອື່ນໆ ປິ່ນອ້ອມ ເຊິ່ງຈະຈັດຂຶ້ນຢ່າງເປັນທາງການໃນລະຫວ່າງວັນທີ 8-11 ຕຸລາ 2024 ນີ້ ຢູ່ນະຄອນຫລວງວຽງຈັນ. ໃນນັ້ນ, ໄດ້ລົງກວດກາສະຖານທີ່ຕ້ອນຮັບຄະນະຜູ້ແທນ ຢູ່ສະໜາມບິນສາກົນວັດໄຕ ແລະ ລົງກວດກາສະຖານທີ່ຈັດກອງປະຊຸມ ຢູ່ຫໍປະຊຸມແຫ່ງຊາດ ເພື່ອຊີ້ນໍາວຽກງານຕ່າງໆ ໃຫ້ມີຄວາມພ້ອມຮອບດ້ານ ເພື່ອເຮັດໃຫ້ກອງປະຊຸມສຸດຍອດອາຊຽນຄັ້ງນີ້ ດຳເນີນໄປດ້ວຍຜົນສຳເລັດຢ່າງຈົບງາມ.

ໂອກາດດັ່ງກ່າວ, ທ່ານ ສອນໄຊ ສີພັນດອນ ໄດ້ເນັ້ນໃຫ້ທຸກພາກສ່ວນທີ່ກ່ຽວຂ້ອງ ເອົາໃຈໃສ່ຈັດຕັ້ງປະຕິ ບັດວຽກງານຕາມການມອບໝາຍ, ເປັນເຈົ້າການເອົາໃຈໃສ່ ຈັດຕັ້ງປະຕິບັດວຽກງານຕາມພາລະບົດບາດ, ສິດ ແລະ ໜ້າທີ່ຄວາມຮັບຜິດຊອບຂອງຕົນໃຫ້ມີຜົນສຳເລັດ ເພື່ອຮັບປະກັນເຮັດໃຫ້ການເປັນເຈົ້າພາບ ຈັດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ແລະ ກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ດຳເນີນໄປດ້ວຍຜົນສຳເລັດ.

ຂ່າວ: ທະນູທອງ

ພາບ: ຂັນໄຊ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments