Friday, October 4, 2024
Homeຂ່າວພາຍໃນໄຊຍະບູລີ ສະເຫຼີມສະຫຼອງສອງວັນປະຫວັດສາດ

ໄຊຍະບູລີ ສະເຫຼີມສະຫຼອງສອງວັນປະຫວັດສາດ

ໃນວັນທີ 4 ຕຸລາ ນີ້ ທີ່ຫ້ອງປະຊຸມພະແນກສຶກສາທິການ ແລະ ກິລາແຂວງໄຊຍະບູລີ ໄດ້ຈັດພິທີສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 30 ປີ (7 ຕຸລາ 1994-7 ຕຸລາ 2024) ແລະ ວັນວິທະຍາສາດແຫ່ງຊາດ ຄົບຮອບ 37 ປີ (12 ຕຸລາ 1987-12 ຕຸລາ 2024) ຂຶ້ນ, ເປັນກຽດເຂົ້າຮ່ວມຂອງທ່ານ ເພັດພິໄຊ ສູນວິໄລ ຮອງເຈົ້າແຂວງໄຊຍະບູລີ, ທ່ານ ອ່ອນຕາ ພົມມະຈິດ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ມີການນໍາຂັ້ນແຂວງ, ຄູອາວຸໂສນໍານານ, ຫົວໜ້າ-ຮອງຫົວໜ້າພະແນກການ, ກົມກອງ, ອົງການຈັດຕັ້ງມະຫາຊົນອ້ອມຂ້າງແຂວງ, ຜູ້ບໍລິຫານການສຶກສາ-ກິລາ, ຄູ-ອາຈານ ພ້ອມດ້ວຍນ້ອງນັກຮຽນ-ນັກສຶກສາເຂົ້າຮ່ວມ.

ໃນພິທີ, ທ່ານ ເພັດພິໄຊ ສູນວິໄລ ໄດ້ກ່າວວ່າ: “ຄົນແນວໃດຈຶ່ງເອີ້ນວ່າຄູ” ຄູໝາຍເຖິງຜູ້ປະຕິບັດໜ້າທີ່ສິດສອນ, ທີ່ມີຄວາມຮູ້, ມີປະສົບການ, ສາມາດຖ່າຍຖອດຄວາມຮູ້ໄປສູ່ຜູ້ອື່ນ. ຂະບວນການສົ່ງຄວາມຮູ້ຈາກຜູ້ຮູ້ໄປສູ່ຜູ້ບໍໍ່ທັນຮູ້ ເອີ້ນວ່າການສອນ-ການຮຽນ ໝາຍຄວາມວ່າ: ຄູຄືຜູ້ໃຫ້ຄວາມຮູ້, ໃຫ້ໂອກາດ, ໃຫ້ຄວາມຄິດ, ໃຫ້ແນວທາງຊີວິດ, ໃຫ້ກໍາລັງໃຈ, ໃຫ້ການຊ່ວຍເຫຼືອ ແລະ ຊີ້ສ່ອງທາງເດີນໃຫ້ແກ່ ຜູ້ຮຽນ (ລູກສິດ) ເດີນໄປໃນທາງທີ່ຖືກຕ້ອງ ເພື່ອໃຫ້ສາມາດເພິ່ງຕົນເອງ, ກຸ້ມຕົນເອງ, ດໍາລົງຊີວິດຢ່າງມີຄວາມສຸກໃນສັງຄົມ ແລະ ປະກອບສ່ວນໃນການສ້າງສາພັດທະນາບ້ານ, ເມືອງ ແລະ ປະເທດຊາດ ໃຫ້ຈະເລີນກ້າວໜ້າຍິ່ງໆຂຶ້ນ ຈຶ່ງສາມາດເວົ້າໄດ້ວ່າ: “ຄູຄືແສງສະຫວ່າງເຍືອງທາງໃຫ້ທຸກຄົນເດີນໄປສູ້ຄວາມສໍາເລັດ”, “ຄູຄືນັກວິສະວະກອນຫຼໍ່ຫຼອມຈິດວິນຍານຂອງຄົນ”. ພ້ອມດຽວກັນນີ້, ທ່ານ ເພັດພິໄຊ ສູນວິໄລ, ທ່ານ ອ່ອນຕາ ພົມມະຈິດ ໄດ້ຜັດປ່ຽນກັນ ມອບໃບຍ້ອງຍໍ ຂອງທ່ານເຈົ້າແຂວງ ແລະ ໃບຍ້ອງຍໍ ຂອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ໃຫ້ຜູ້ທີ່ມີຜົນງານດີເດັ່ນ ໃນການປະຕິບັດໜ້າທີ່ວິຊາສະເພາະ.

(ຂ່າວ: ມະໄລວັນ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments