Friday, October 4, 2024
Homeຂ່າວການເມືອງຂະແໜງກະສິກຳ ແລະ ພັດທະນາຊົນນະບົດ ສປປ ລາວ ແລະ ສ ເກົາຫຼີ ຮັດແໜ້ນການຮ່ວມມື ໃນໄລຍະໃໝ່

ຂະແໜງກະສິກຳ ແລະ ພັດທະນາຊົນນະບົດ ສປປ ລາວ ແລະ ສ ເກົາຫຼີ ຮັດແໜ້ນການຮ່ວມມື ໃນໄລຍະໃໝ່

……..

ໃນວັນທີ 30 ກັນຍາ ຜ່ານມາ, ທ່ານ ລິນຄຳ ດວງສະຫວັນ ລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ ສປປ ລາວ ແລະ ທ່ານ ນາງ Song Miryung ລັດຖະມົນຕີ ກະຊວງກະສິກໍາ, ອາຫານ ແລະ ກິດຈະການຊົນນະບົດ ສ ເກົາຫຼີ ໄດ້ພົບປະປຶກສາຫາລື ແລະ ເຊັນບົດບັນທຶກຄວາມເຂົ້າໃຈ (MOU) ເພື່ອຮ່ວມມືໃນຂົງເຂດ ກະສິກຳ ແລະ ພັດທະນາຊົນນະບົດ, ໃນໂອກາດທີ່ ທ່ານລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກທີ່ ສ ເກົາຫຼີ ຢ່າງເປັນທາງການ ໃນລະຫວ່າງວັນທີ 27 ກັນຍາ ຫາ 3 ຕຸລາ 2024.

ການເຊັນບົດບັນທຶກ ແມ່ນເປັນການຜັນຂະຫຍາຍ ແລະ ປັບປຸງບົດບັນທຶກຄວາມເຂົ້າໃຈ ລະຫວ່າງ 2 ກະຊວງ ທີ່ໄດ້ເຊັນຮ່ວມກັນໃນປີ 2019 (ຄັ້ງທໍາອິດ) ທີ່ຜ່ານມາ ເພື່ອໃຫ້ເນື້ອໃນບົດບັນທຶກດັ່ງກ່າວ ມີຄວາມສອດຄ່ອງກັບສະພາບຕົວຈິງໃນປັດຈຸບັນ ແລະ ເພີ່ມປະສິດທິພາບ-ປະສິດທິຜົນ ຂອງການຮ່ວມມືຂອງທັງສອງພາກສ່ວນ. ໃນບົດບັນທຶກຄວາມເຂົ້າໃຈ ແມ່ນເນັ້ນໜັກໃສ່ການແລກປ່ຽນບົດຮຽນ ທາງດ້ານເຕັກນິກວິຊາການ, ຂໍ້ມູນຂ່າວສານ ແລະ ການຈັດຕັ້ງປະຕິບັດກິດຈະກຳການພັດທະນາຂອງຂະແໜງການທີ່ມີປະສິດທິພາບ ແລະ ປະສິດທິຜົນ ຮ່ວມກັນ ເປັນຕົ້ນ: ການພັດທະນາພື້ນຖານໂຄງລ່າງດ້ານກະສິກຳ; ການຍົກສູງສະມັດຖະພາບການຜະລິດ ໂດຍສະເພາະຜະລິດຕະພັນກະສິກຳ; ການພັດທະນາຄວາມອາດສາມາດໃຫ້ແກ່ພະນັກງານວິຊາການ; ການນຳໃຊ້ນະວັດຕະກຳ ແລະ ເຕັກໂນໂລຊີທີ່ທັນສະໄໝ; ການປັບໂຕຕໍ່ການປ່ຽນແປງດິນຟ້າອາກາດ; ການສົ່ງເສີມອົງການຈັດຕັ້ງຊາວກະສິກອນ ແລະ ຊຸມຊົນ; ການສົ່ງເສີມການຮ່ວມມືຂອງພາກລັດ; ເອກະຊົນ ແລະ ການຮ່ວມມືອື່ນໆ.

ຂ່າວ :ກະຊວງກະສິກຳ ແລະ ປ່າໄມ້

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments