Friday, October 4, 2024
Homeຂ່າວພາຍໃນກອງປະຊຸມໃຫຍ່ ສະຫະພັນກຳມະບານ ອົງການໄອຍະການປະຊາຊົນສູງສຸດ ຄັ້ງທີ VIII

ກອງປະຊຸມໃຫຍ່ ສະຫະພັນກຳມະບານ ອົງການໄອຍະການປະຊາຊົນສູງສຸດ ຄັ້ງທີ VIII

………

ໃນທ່າມກາງບັນຍາກາດ ທີ່ທົ່ວພັກ, ທົ່ວກອງທັບ ແລະ ທົ່ວປວງຊົນລາວທັງຊາດ ກຳລັງເບີກບານມ່ວນຊື່ນ ສະຫຼຸບຜົນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີຄັ້ງທີ 9 ແລະ ມະຕິຂອງກອງປະຊຸມໃຫຍ່ຄັ້ງທີ VI ຂອງອົງຄະນະພັກອົງການໄອຍະການປະຊາຊົນສູງສຸດ, ໃນວັນທີ 3 ຕຸລາ ນີ້ ທີ່ ນະຄອນຫຼວງວຽງຈັນ ໄດ້ເປີດກອງປະຊຸມໃຫຍ່ ສະຫະພັນກໍາມະບານ ອົງການໄອຍະການປະຊາຊົນສູງສຸດ ຄັ້ງທີ VIII ຢ່າງເປັນທາງການ ໂດຍການເປັນປະທານຂອງ ສະຫາຍ ບົວລີ ເພັດມີໄຊ ກຳມະການຄະນະບໍລິຫານງານພັກ ປະທານຄະນະບໍລິຫານງານສະຫະພັນກໍາມະບານ ອົງການໄອຍະການປະຊາຊົນສູງສຸດ ໂດຍເປັນກຽດເຂົ້າຮ່ວມຂອງ ສະຫາຍ ເລັດ ໄຊຍະພອນ ກຳມະການສູນກາງພັກ ປະທານສູນກາງສະຫະພັນກໍາມະບານລາວ, ສະຫາຍ ໄຊຊະນະ ໂຄດພູທອນ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ມີແຂກຖືກເຊີນ ແລະ ສະມາຊິກກໍາມະບານ ອົງການໄອຍະການປະຊາຊົນສູງສຸດ ເຂົ້າຮ່ວມ.

ສະຫາຍ ບົວລີ ເພັດມີໄຊ ໄດ້ຜ່ານບົດລາຍງານການເມືອງ ຊຶ່ງສະຫຼຸບຕີລາຄາຜົນສຳເລັດການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຕະຫຼອດໄລຍະ 5 ປີຜ່ານມາ, ຍົກໃຫ້ເຫັນດ້ານດີ, ດ້ານອ່ອນ-ຂໍ້ຄົງຄ້າງ, ສາເຫດ ແລະ ບົດຮຽນທີ່ຖອດຖອນໄດ້, ແຜນພັດທະນາວຽກງານກຳມະບານອົງການໄອຍະການປະຊາຊົນສູງສຸດ, ຜ່ານບົດສຳຫຼວດການນຳພາລວມຂອງຄະນະບໍລິຫານງານສະຫະພັນກຳມະບານອົງການໄອຍະການປະຊາຊົນສູງສຸດ ສະໄໝທີ VII ແລະ ເປັນເອກະພາບກັນຮັບຮອງເອົາທິດທາງແຜນການ 5 ປີຕໍ່ໜ້າ.

ກອງປະຊຸມໃຫຍ່ຄັ້ງນີ້, ຜູ້ແທນກອງປະຊຸມໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານສະຫະພັນກຳມະບານອົງການໄອຍະການປະຊາຊົນສູງສຸດ ຊຸດໃໝ່ ເພື່ອຊີ້ນໍາ-ນໍາພາວຽກງານກໍາມະບານ ອົງການໄອຍະການປະຊາຊົນສູງສຸດໃນ 5 ປີຕໍ່ໜ້າ ຊຶ່ງມີຜູ້ລົງສະໝັກ 13 ສະຫາຍ ເລືອກເອົາ 11 ສະຫາຍ.

ກອງປະຊຸມຄັ້ງປະຖົມມະລືກ ໄດ້ເປັນເອກະສັນກັນເລືອກເອົາ ສະຫາຍ ບົວລີ ເພັດມີໄຊ ເປັນປະທານ, ສະຫາຍ ຄຳນຸທອນ ສູນວິເລີດ ເປັນຮອງປະທານ, ສະຫາຍ ນາງ ປີຍາ ພົນເສນາ ເປັນຮອງປະທານ ທັງເປັນປະທານກວດກາ.

ໃນຕອນທ້າຍຂອງກອງປະຊຸມ, ຜູ້ແທນໄດ້ຮັບຟັງການໂອ້ລົມຈາກ ສະຫາຍ ເລັດ ໄຊຍະພອນ ຊຶ່ງສະຫາຍໄດ້ຍ້ອງຍໍຊົມເຊີຍຕໍ່ຜົນສໍາເລັດຂອງຄະນະບໍລິຫານງານ ສະຫະພັນກຳມະບານຊຸດເກົ່າ ແລະ ໄດ້ເນັ້ນໃຫ້ຄະນະຊຸດໃໝ່ ຈົ່ງພ້ອມກັນສືບຕໍ່ປັບປຸງ, ແກ້ໄຂດ້ານອ່ອນ-ຂໍ້ຄົງຄ້າງ, ພ້ອມກັນສຸມທຸກສະຕິປັນຍາເຫື່ອແຮງເຂົ້າໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດ, ຊີ້ນຳ-ນຳພາ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງນີ້ ໃຫ້ມີຜົນສຳເລັດໃໝ່ທີ່ກ້າວໜ້າ, ເອົາໃຈໃສ່ຈັດຕັ້ງປະຕິບັດໜ້າທີ່ການເມືອງ ກໍຄືວຽກງານວິຊາສະເພາະຢາງມີຄວາມຮັບຜິດຊອບສູງ ແລະ ມີຜົນສໍາເລັດ.

(ຂ່າວ-ພາບ: ຕຸໄລເພັດ )

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments