Wednesday, October 2, 2024
Homeຂ່າວພາຍໃນນະ​ຄອນຫຼວງວຽງ​ຈັນ ຊຸກຍູ້ໂຮງແຮມ ແລະ ຮ້ານອາຫານ ກຽມ ພ້ອມຮັບໃຊ້ກອງປະຊຸມສຸດຍອດອາຊຽນ

ນະ​ຄອນຫຼວງວຽງ​ຈັນ ຊຸກຍູ້ໂຮງແຮມ ແລະ ຮ້ານອາຫານ ກຽມ ພ້ອມຮັບໃຊ້ກອງປະຊຸມສຸດຍອດອາຊຽນ

ພະ​ແນກ​ຖະ​ແຫຼງ​ຂ່າວ ວັດ​ທະ​ນະ​ທຳ ແລະ ທ່ອງ​ທ່ຽວ​ ນະ​ຄອນຫຼວງວຽງ​ຈັນ ເຄື່ອນ​ໄຫວ​ຊຸກ​ຍູ້ການຕົວແຕ່ງປະດັບປະດາຂອງບັນດາໂຮງ ແຮມ ແລະ ຮ້ານອາຫານ ເພື່ອກຽມຄວາມພ້ອມຮັບໃຊ້ກອງປະຊຸມສຸດຍອດອາຊຽນ ແລະ ກອງປະ ຊຸມປີ່ນອ້ອມທີ່ ສປປ ລາວ ຈະເປັນເຈົ້າພາບໃນ​ເດືອນ​ຕຸ​ລານີ້.

ກາກາເຄື່ອນ​ໄຫວ​ຊຸກ​ຍູ້​ຄັ້ງ​ນີ້ມີຂຶ້ນໃນທ້າຍເດືອນກັນຍາຜ່ານ ມາ ນຳ​ໂດຍ ທ່ານ ນາງ ວຽງພອນ ແກ້ວຄູນສີ ຫົວໜ້າພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ນະຄອນຫຼວງວຽຈັນ.

ຈຸດປະສົງເພື່ອແນະນຳໃຫ້ບັນດາໂຮງແຮມ ແລະ ຮ້ານອາຫານ ປະດັບປະດາ ເຮັດອະນາໄມສະຖານທີ່ ໃຫ້ບໍລິການຂອງຕົນ ໃຫ້ມີຄວາມສະອາດ ສວຍງາມ ແລະ ໃຫ້ຕິດຕັ້ງທຸງອາຊຽນ ກາຫມາຍ ASEAN 2024 ເພື່ອຕ້ອນຮັບກອງປະຊຸມສຸດຍອດອາຊຽນ ໃນຖານະທີ່ ສປປ ລາວ ເປັນປະທານອາຊຽນ ແລະ ປີທ່ອງທ່ຽວລາວ 2024 ເພື່ອໃຫ້ຮັກສາຄຸນນະພາບຂອງການບໍລິການທີ່ດີ ບໍ່ໃຫ້ສວຍໂອກາດຂຶ້ນລາຄາການບໍລິການທີ່ພັກ, ອາຫານ- ເຄື່ອງ ດື່ມ ແລະ ສິນຄ້າຕ່າງໆທີ່ຈະເກີດຄວາມບໍ່ຍຸຕິທໍາຕໍ່ແຂກ ເປັນພາບພົດບໍ່ດີໃຫ້ການທ່ອງທ່ຽວລາວ ທັງເປັນການຮັກສາຄວາມ ເປັນລະບຽບຮຽບຮ້ອຍ ແລະ ຄວາມຈົບງາມຂອງລະບົບການບໍລິການ ແລະ ຄວາມສະຫງົບປອດໄພຂອງສັງຄົມ.

ການ​ລົງ​ເຄື່ອນ​ໄຫ​ວ​ຄັ້ງນີ້ ໄດ້​ລົງຊຸກຍູ້ຮ້ານອາຫານໂຣເຢິນຄິສເຊັນ ຮ້ານອາ ຫານປີ້ງໄກ່ນາປົງ ຮ້ານອາຫານນາດາວ ໂຮງແຮມລາຊະວົງວັນດາວິສຕ້າ ໂຮງແຮມຢູເອິນ ໂຮງແຮມໂປລີ ໂຮງແຮມສຸພັດ ຕຣາລັກຊູຣີ ແລະ ອື່ນໆ ເພື່ອໃຫ້ທຸກພາກສ່ວນຈັດຕັ້ງຕົບ ແຕ່ງ ປະດັບດາໃຫ້ສຳເລັດກ່ອນວັນທີ 3 ຕຸລາ 2024.

ຂ່າວ: ສະບາໄພ, ວຽງຈັນໃໝ່

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments