Tuesday, October 1, 2024
Homeຂ່າວການເມືອງຮອງປະທານສະພາແຫ່ງຊາດເຄື່ອນໄຫວວຽກງານຢູ່ແຂວງອຸດົມໄຊ

ຮອງປະທານສະພາແຫ່ງຊາດເຄື່ອນໄຫວວຽກງານຢູ່ແຂວງອຸດົມໄຊ

ຂປລ. ແຫລ່ງຂ່າວ ຈາກແຂວງອຸດົມໄຊ ຫ້ຮູ້ວ່າ: ໃນວັນທີ 30 ກັນຍາ 2024 ນີ້, ທ່ານ ບຸນຄົງ ຫລ້າຈຽມພອນ ກຳມະການສຳຮອງສູນກາງພັກ, ເລຂາພັກແຂວງເຈົ້າແຂວງອຸດົມໄຊ ໄດ້ຕ້ອນຮັບການເຂົ້າພົບປະຂອງ ທ່ານ ຄຳໃບ ດຳລັດ ກຳມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະ ໃນໂອກາດລົງເຄື່ອນໄຫວ ເຮັດວຽກຢູ່ແຂວງອຸດົມໄຊ ເພື່ອຕິດຕາມ-ກວດກາ ຊຸກຍູ້ວຽກງານ 3 ສ້າງ, ການປະເມີນຜົນການສ້າງແຂວງເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ, ສ້າງບ້ານ ເປັນຫົວໜ່ວຍພັດທະນາ ແລະ ດຳລັດ ວ່າດ້ວຍມາດຕະຖານພົ້ນທຸກ.

ໂອກາດນີ້, ທ່ານ ບຸນຄົງ ຫລ້າຈຽມພອນ ໄດ້ລາຍງານສະພາບທີ່ຕັ້ງ, ຈຸດພິເສດ, ການນໍາພາ-ຊີ້ ນໍາການພັດທະນາເສດຖະກິດ-ສັງຄົມຂອງແຂວງ ໃນໄລຍະຜ່ານມາ ເຊິ່ງຄະນະພັກ-ອົງການປົກຄອງທ້ອງຖິ່ນ ຍາມໃດກໍເອົາໃຈໃສ່ສຶກສາອົບຮົມ, ເຕົ້າໂຮມຄວາມສາມັກຄີປະຊາຊົນບັນດາເຜົ່າໃຫ້ເປັນປຶກແຜ່ນ, ຕິດຕາມ, ກວດກາ, ຄຸ້ມຄອງ ແລະ ແກ້ໄຂບັນຫາປະກົດການຫຍໍ້ທໍ້ຕ່າງໆ ເປັນຕົ້ນ ການ ເຄື່ອນໄຫວຂອງພວກກຸ່ມຄົນບໍ່ຫວັງດີ ຜິດຕໍ່ແນວທາງ, ແຜນນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ບັນຫາການເຊື່ອຖືງົມງວາຍ ແລະ ອື່ນໆ ນັບມື້ຫລຸດໜ້ອຍຖອຍລົງ. ພ້ອມທັງ, ຍົກໃຫ້ເຫັນການພັດ ທະນາເສດຖະກິດ-ສັງຄົມ ຮອບດ້ານ, ຜັນຂະຫຍາຍ 2 ວາລະແຫ່ງຊາດ, ການເຝົ້າລະວັງໄພພິບັດ ແລະ ໂຄງການຕ່າງໆ ເຊັ່ນ: ໂຄງການອຳມະຕະເມືອງນາໝໍ້, ໂຄງການໄຟຟ້າແສງຕາເວັນ, ໂຄງການທີ່ປິ່ນອ້ອມສະຖານີລົດໄຟ ແລະ ການກະກຽມກອງປະຊຸມ 3 ຂັ້ນຂອງພັກ.

ຂະນະດຽວກັນ, ທ່ານ ຄຳໃບ ດຳລັດ ໄດ້ເນັ້ນໃຫ້ແຂວງ ສືບຕໍ່ຫັນພະນັກງານລົງກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດຮອບດ້ານ, ແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງ; ພັດທະນາພື້ນຖານໂຄງລ່າງ, ພັດທະນາສີມືແຮງງານ, ຂະຫຍາຍຕາໜ່າງການສຶກສາ, ສາທາລະນະສຸກ, ຊຸກຍູ້ ແລະ ສົ່ງເສີມຂະບວນການຜະລິດເປັນສິນຄ້າ, ຈັດສັນທີ່ຢູ່ອາໄສ-ອາຊີບຄົງທີ່, ສ້າງວຽກເຮັດງານທໍາ ແລະ ລາຍໄດ້ທີ່ໝັ້ນຄົງໃຫ້ປະຊາຊົນ.

ຂ່າວ: ຄຳພັນ ແກ້ວມະນີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments