Wednesday, September 25, 2024
Homeຂ່າວການເມືອງອາຊຽນ ປຶກສາຫາລືຖະແຫຼງການວ່າດ້ວຍວັດທະນະທຳການປ້ອງກັນເຫດ

ອາຊຽນ ປຶກສາຫາລືຖະແຫຼງການວ່າດ້ວຍວັດທະນະທຳການປ້ອງກັນເຫດ

……..

ກອງປະຊຸມໜ່ວຍງານຮັບຜິດຊອບຖະແຫຼງການວ່າດ້ວຍວັດທະນະທຳການປ້ອງກັນເຫດອາຊຽນ ຄັ້ງທີ 7 ເພື່ອໃຫ້ສັງຄົມມີສັນຕິພາບ, ກວມລວມ, ເຂັ້ມແຂງ, ສຸຂະພາບດີ ແລະ ສາມັກຄີປອງດອງກັນ (the 7th WG on CoP Meeting) ໄດ້ຈັດຂຶ້ນໃນວັນທີ 25 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ ສປປ ລາວ ໂດຍການເປັນປະທານຂອງ ທ່ານ ຄຳພູ ເພັຍສັກຂາ ຮອງຫົວໜ້າກົມແຜນການ ແລະ ການຮ່ວມມືສາກົນ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຫົວໜ້າເຈົ້າໜ້າທີ່ອາວຸໂສວັດທະນະທຳ-ສັງຄົມອາຊຽນ, ມີບັນດາເຈົ້າໜ້າທີ່ອາວຸໂສເສົາຄ້ຳວັດທະນະທຳ-ສັງຄົມອາຊຽນ, ປະເທດຕີມໍແລັດສະເຕ, ມີຮອງເລຂາທິການໃຫຍ່ອາຊຽນ, ບັນດາປະທານຂະແໜງການທີ່ກ່ຽວຂ້ອງ, ພ້ອມດ້ວຍຄະນະຜູ້ແທນຈາກປະເທດສະມາຊິກອາຊຽນ ເຂົ້າຮ່ວມ.

ຈຸດປະສົງກອງປະຊຸມໃນຄັ້ງນີ້, ເພື່ອຮັບຟັງການລາຍງານຄວາມຄືບໜ້າການຈັດຕັ້ງປະຕິບັດແຜນງານ ກໍຄືການຕີລາຄາບັນດາກິດຈະກໍາທີ່ໄດ້ຈັດຕັ້ງປະຕິບັດໃນການຊຸກຍູ້ຜັນຂະຫຍາຍຖະແຫຼງການດັ່ງກ່າວໃນໄລຍະຜ່ານມາ ພ້ອມທັງພ້ອມກັນປຶກສາຫາລືທິດທາງແຜນການຕໍ່ໜ້າ ໂດຍສະເພາະແຜນຮ່ວມມືລະຫວ່າງຂະແໜງການທີ່ກ່ຽວຂ້ອງທັງພາຍໃນອາຊຽນ ແລະ ບັນດາປະເທດຄູ່ຮ່ວມເຈລະຈາ ກໍຄືຂະ ແໜງການທີ່ກ່ຽວຂ້ອງອື່ນໆ ເພື່ອຊຸກຍູ້ສົ່ງເສີມການຈັດຕັ້ງຜັນຂະຫຍາຍຖະແຫຼງການດັ່ງກ່າວໃຫ້ເປັນຮູບປະທໍາຍິ່ງຂຶ້ນ ແນໃສ່ຮັບປະກັນຄວາມຖືກຕ້ອງສອດຄ່ອງກັບແຜນບຸລິມະສິດທີ່ກ່ຽວຂ້ອງຂອງອາຊຽນ ລວມທັງແຜນຍຸດທະສາດຂອງປະຊາຄົມວັດທະນະທໍາ-ສັງຄົມອາຊຽນ ຫຼັງປີ 2025.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments