Monday, September 23, 2024
Homeຂ່າວໜ້າໜຶ່ງລາວຈະສືບຕໍ່ເນັ້ນການຮ່ວມມືກັບຈີນຫຼາຍດ້ານຜ່ານເວທີການຮ່ວມມືຈີນ-ອາຊຽນ

ລາວຈະສືບຕໍ່ເນັ້ນການຮ່ວມມືກັບຈີນຫຼາຍດ້ານຜ່ານເວທີການຮ່ວມມືຈີນ-ອາຊຽນ

ໃນໂອກາດໃຫ້ສໍາພາດຕໍ່ສື່ມວນຊົນຈີນ ໃນວັນທີ 23 ກັນຍາ 2024 ນີ້ ທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີຂອງ ສປປ ລາວ ຫົວໜ້າຄະນະຜູ້ແທນລາວ ທີ່ເຂົ້າງານວາງສະແດງສິນຄ້າຈີນ-ອາຊຽນ ຄັ້ງທີ 21 ໄດ້ກ່າວວ່າ: ສປປ ລາວ ຈະສືບຮ່ວມມືລົງເລິກກັບຈີນຫຼາຍດ້ານໃນຂົງເຂດການຄ້າ ແລະ ການລົງທຶນ, ເຕັກໂນໂລຢີ, ເສດຖະກິດສີຂຽວ, ການທ່ອງທ່ຽວ ໂດຍອີງໃສ່ທ່າແຮງດ້ານຕ່າງໆຂອງລາວ ສົມທົບກັບໝາກຜົນແຫ່ງການຮ່ວມມືຂອງ ລາວ ກັບ ຈີນ ໄລຍະຜ່ານມາ ເຊັ່ນ ການຮ່ວມມືດ້ານວັດທະນະທໍາ-ສັງຄົມ, ການຄ້າຊາຍແດນ, ທາງລົດໄຟລາວ-ຈີນທີ່ມາຊ່ວຍຫຼຸດຕົ້ນທຶນດ້ານການຂົນສົ່ງ ແລະ ເປັນສິ່ງເຊື່ອມຈອດຕ່ອງໂສ້ການສະໜອງ, ສັນຍາການຄ້າເສລີຈີນ-ອາຊຽນ 3.0 ເຊິ່ງເປັນເງື່ອນໄຂໃຫ້ການຮ່ວມມືເກີດໝາກຜົນໃນລະດັບໃໝ່, ນໍາເອົາລາຍໄດ້, ວຽກເຮັດງານທໍາມາໃຫ້ແກ່ປະຊາຊົນ.

ທ່ານຍັງໄດ້ຕັ້ງຄວາມຫວັງໄວ້ວ່າ ຜ່ານການວາງສະແດງໃນງານຄັ້ງນີ້ ຈະເຮັດໃຫ້ນັກທຸລະກິດ, ນັກລົງທຶນໃນຈີນເຫັນເຖິງທ່າແຮງຂອງລາວໃນດ້ານຕ່າງໆທີ່ຕົນສົນໃຈລົງທຶນ ແລະເຂົ້າໄປລົງທຶນໃນລາວຫຼາຍຂຶ້ນ, ລາວຈະພິຈາລະນາສືບຕໍ່ການຍົກເວັ້ນວີຊ່າແກ່ນັກທ່ອງທ່ຽວຈີນທີ່ເດີນທາງທ່ອງທ່ຽວເປັນກຸ່ມ ຫຼັງຈາກມາດຕະການຍົກເວັ້ນວີຊ່າແກ່ນັກທ່ອງທ່ຽວຈີນປັດຈຸບັນສິ້ນສຸດລົງ, ຈະຮ່ວມກັນຜ່ານຜ່າສິ່ງທ້າທາຍທັງໃນດ້ານການເມືອງ, ເສດຖະກິດ ແລະ ສະພາບການປ່ຽນແປງດິນຟ້າອາກາດ. ເຊິ່ງທ່ານໄດ້ຕີລາຄາສູງ ແລະ ເຊື່ອໝັ້ນວ່າ ຈີນມີເງື່ອນໄຂທີ່ດີໃນດ້ານທຶນຮອນ, ບຸກຄະລາກອນ, ເຕັກໂນໂລຢີທີ່ມີຄວາມທັນສະໄໝ, ມິຫົວຄິດປະດິດສ້າງໃໝ່ ແນ່ນອນຈະສາມາດຍົກລະດັບໝາກຜົນຂອງການຮ່ວມມືໃນຂົງເຂດພາກພື້ນສູ່ປະລິມານ ແລະ ຄຸນນະພາບໃໝ່ ອັນຈະເອື້ອປະໂຫຍດມະຫາສານຕໍ່ປວງຊົນຊາວໂລກເວົ້າລວມ ເວົ້າສະເພາະກໍແມ່ນສອງຊາດລາວ-ຈີນໃນຕໍ່ໜ້າ. ໃນໂອກາດທີ່ລາວໄດ້ເປັນປະທານໝູນວຽນຂອງກອງປະຊຸມສຸດຍອດອາຊຽນ ສປປ ລາວ ຈະນໍາເອົາຫົວຂໍ້ການຮ່ວມມືນີ້ຍົກຂຶ້ນເປັນບັນຫາສໍາຄັນ.

ງານວາງສະແດງສິນຄ້າຈີນອາຊຽນຄັ້ງທີ 21ຈະຈັດຂຶ້ນເລີ່ມແຕ່ວັນທີ 24-28 ກັນຍາ 2024 ນະຄອນໜານໜິງ ສປ ຈີນ. ຈະມີສິນຄ້າຫຼາກຫຼາຍໝວດຈາກຈີນ ແລະ ບັນດາປະເທດອາຊຽນເຂົ້າວາງສະແດງ.

ທີ່ມາ: CMG FM93

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments