Monday, September 23, 2024
Homeຂ່າວດ່ວນສະພາບນ້ຳຖ້ວມເມືອງຊຳເໜືອ ບົກແຫ້ງລົງແລ້ວ

ສະພາບນ້ຳຖ້ວມເມືອງຊຳເໜືອ ບົກແຫ້ງລົງແລ້ວ

ສະພາບນ້ຳຖ້ວມຢູ່ເມືອງຊຳເໜືອ ແຂວງຫົວພັນ, ປັດຈຸບັນນ້ຳໄດ້ບົກແຫ້ງລົງແລ້ວ ແລະ ສາມາດສັນຈອນໄປ-ມາໄດ້, ປັດຈຸບັນປະຊາຊົນ ແລະ ພາກສ່ວນກ່ຽວຂ້ອງກຳລັງເລັ່ງອະນາໄມບ້ານເຮືອນຂອງຕົນ, ສ່ວນການຊ່ວຍເຫຼືອເບື້ອງຕົ້ນ ແຂວງ ແລະ ເມືອງຊຳເໜືອ ໄດ້ນຳເຄື່ອງອຸປະໂພກໄປຊ່ວຍເຫຼືອເບື້ອງຕົ້ນ, ນອກຈາກນີ້ ບັນດາບໍລິສັດ, ຫ້າງຮ້ານ ຕະຫຼອດຮອດປະຊາຊົນຜູ້ມີກຳລັງແຮງ ຍັງໄດ້ນຳເອົານ້ຳດື່ມ, ອາຫານແຫ້ງໄປຊ່ວຍເຫຼືອ.

ທ່ານ ນາງ ຄຳພອນ ສົມບູນ ຮອງເຈົ້າເມືອງໆຊຳເໜືອ ປະທານຄະນະກຳມະການຄຸ້ມຄອງໄພພິບັດຂັ້ນເມືອງ ເປີດເຜີຍເມື່ອຕອນບ່າຍຂອງວັນທີ 23 ກັນຍາ ນີ້ ວ່າ: ໃນລະຫວ່າງວັນທີ 21-22 ກັນຍາ ຜ່ານມາ ຢູ່ເຂດເມືອງຊຳເໜືອ ໄດ້ມີຝົນຕົກໜັກຕິດຕໍ່ກັນຫຼາຍຊົ່ວໂມງ, ເຮັດໃຫ້ນໍ້າຫຼາຍສາຍນອງຂຶ້ນຢ່າງກະທັນຫັນ, ໄຫຼເຂົ້າຖ້ວມເຮືອນຊານ, ຖະໜົນ ຫົນທາງ, ໄຮ່ນາ ແລະ ຮົ້ວສວນຂອງປະຊາຊົນໃນຂອບເຂດເທດສະບານເມືອງຊໍາເໜືອ ໂດຍນ້ຳໄດ້ເລີ່ມໄຫຼເຂົ້າຖ້ວມເມືອງຊຳເໜືອຕັ້ງແຕ່ເວລາປະມານ 12:00 ໂມງ ຂອງວັນທີ 22 ກັນຍາຜ່ານມາ.

ບ້ານທີ່ໄດ້ຮັບຜົນກະທົບຫຼາຍກວ່າໝູ່ປະກອບມີ: ບ້ານນາລີວ, ນາສະກາງ, ມີສຸກ, ນາທົ່ງຈອງ, ບ້ານຊໍາເໜືອ, ນາໜອງບົດ ແລະ ບ້ານປຸ່ງ; ໃນຈຳນວນ 7 ບ້ານທີ່ກ່າວມານັ້ນ, ຖ້ວມໜັກກວ່າໝູ່ແມ່ນບ້ານນາລີວ ຊຶ່ງນ້ຳໄດ້ພັດເອົາເຮືອນປະຊາຊົນຫາຍໄປ 1 ຫຼັງ, ນອກຈານີ້ ປະຊາຊົນຫຼາຍຄອບຄົວບໍ່ທັນໄດ້ເກັບເຄື່ອງຂອງ ແລະ ຊັບສິນມີຄ່າ (ບໍ່ເຫຼືອຫຍັງ) ເນື່ອງຈາກນ້ຳຂຶ້ນຖ້ວມຢ່າງໄວວາ.

ເຫດການນ້ຳຖ້ວມເມືອງຊຳເໜືອຄັ້ງນີ້ ເຮັດໃຫ້ມີຜູ້ບາດເຈັບເລັກໜ້ອຍ 2 ຄົນ, ບ້ານເຮືອນຂອງປະຊາຊົນຫຼາຍຫຼັງເປ່ເພເສຍຫາຍ, ຂະນະນີ້ ພາກສ່ວນກ່ຽວຂ້ອງກຳລັງລົງເກັບກຳຂໍ້ມູນຕົວຈິງຢູ່ບັນດາບ້ານທີ່ຖືກນ້ຳຖ້ວມ.

ຂ່າວ: ຄຳປະສິດ-ພາບ: ຖວທ ແຂວງຫົວພັນ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments