Monday, September 23, 2024
Homeຂ່າວໜ້າໜຶ່ງຫົວໜ້າ ອອປສ ຕ້ອນຮັບ ຜູ້ຕາງໜ້າອົງການສະຫະປະຊາຊາດສຳລັບເດັກ ປະຈຳລາວ ຄົນໃໝ່

ຫົວໜ້າ ອອປສ ຕ້ອນຮັບ ຜູ້ຕາງໜ້າອົງການສະຫະປະຊາຊາດສຳລັບເດັກ ປະຈຳລາວ ຄົນໃໝ່

ໃນວັນທີ 23 ກັນຍາ 2024 ນີ້, ທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ (ອອປສ) ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ບິລາລ ໂອແຣັງ ເຊັບ ດູຣານິ ຜູ້ຕາງໜ້າອົງການສະຫະປະຊາຊາດສຳລັບເດັກ ໃນໂອກາດມາດຳລົງຕຳແໜ່ງເປັນ ຜູ້ຕາງໜ້າອົງການສະຫະປະຊາຊາດສຳລັບເດັກ ຄົນໃໝ່ ປະຈຳລາວ.

ທ່ານ ໄຊຊະນະ ໂຄດພູທອນ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ຕໍ່ ທ່ານ ບິລາລ ໂອແຣັງ ເຊັບ ດູຣານິ ທີ່ໄດ້ຮັບການແຕ່ງຕັ້ງໃຫ້ມາດຳລົງຕຳແໜ່ງ ເປັນຜູ້ຕາງໜ້າອົງການສະຫະປະຊາຊາດສຳລັບເດັກ ຄົນໃໝ່ລາວ, ພ້ອມທັງສະແດງຄວາມເຊື່ອໝັ້ນວ່າ ດ້ວຍຄວາມຮູ້ຄວາມສາມາດຂອງທ່ານ ຈະເປັນຂົວຕໍ່ເຮັດໃຫ້ການພົວພັນຮ່ວມມື ໂດຍສະເພາະວຽກງານຂົງເຂດຍຸຕິທຳ ຢູ່ ສປປ ລາວ, ພ້ອມທັງສະເໜີສືບຕໍ່ໄດ້ຮັບການຊ່ວຍເຫລືອ ທາງດ້ານວິຊາການ ແລະ ງົບປະມານຕ່າງໆ ເຂົ້າໃນວຽກງານກົດໝາຍ ເພື່ອຍົກລະດັບຄວາມເຂົ້າໃຈ ກ່ຽວກັບບັນຫາການປົກປ້ອງເດັກ ເພີ່ມຂຶ້ນ, ການແກ້ໄຂບັນຫາທີ່ສໍາຄັນໃນການໃຊ້ຄວາມຮຸນແຮງຕໍ່ເດັກ ແລະ ປັບປຸງບັນດານິຕິກຳກ່ຽວຂ້ອງ. ພ້ອມກັນນີ້, ທ່ານຍັງໄດ້ສະແດງຄວາມຫວັງວ່າ ອົງການສະຫະປະຊາຊາດສຳລັບເດັກ ຈະຊຸກຍູ້ສົ່ງເສີມຂະຫຍາຍການຮ່ວມມືເຂົ້າສູ່ລວງເລິກ ແລະ ຢ່າງມີປະສິດທິພາບ, ປະສິດທິຜົນສູງ ໃນອະນາຄົດຍິ່ງຂຶ້ນ.

ໂອກາດດຽວກັນ, ທ່ານ ບິລາລ ໂອແຣັງ ເຊັບ ດູຣານິ ກໍໄດ້ສະແດງຄວາມຂອບໃຈຕໍ່ ທ່ານ ໄຊຊະນະ ໂຄດພູທອນ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນໃນຄັ້ງນີ້, ພ້ອມທັງຢືນຢັນວ່າ ຈະສຸມທຸກເຫື່ອແຮງ, ສະຕິປັນຍາ ເຂົ້າໃນການປະຕິບັດໜ້າທີ່ຢ່າງຕັ້ງໜ້າ, ປະກອບສ່ວນເຂົ້າໃນການພັດທະນາ ເສດຖະກິດ-ສັງຄົມຂອງ ສປປ ລາວ ກໍຄື ຊຸກຍູ້ສົ່ງເສີມການພົວພັນຮ່ວມມື ໃນວຽກງານການປົກປ້ອງ ແລະ ສົ່ງເສີມສິດທິເດັກ ໃຫ້ນັບມື້ໄດ້ຮັບການເສີມຂະຫຍາຍຍິ່ງຂຶ້ນ ໃນອະນາຄົດ.

ຂ່າວ: ກິດຕາ

ພາບ: ອ່າຍຄຳ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments