Monday, September 23, 2024
Homeຂ່າວພາຍໃນກອງພັນໃຫຍ່ 11 ປະສານສົມທົບກັບເຫລົ່າຮົບອື່ນໃນການຊ້ອມຮົບຮ່ວມລາວ-ຣັດເຊຍ

ກອງພັນໃຫຍ່ 11 ປະສານສົມທົບກັບເຫລົ່າຮົບອື່ນໃນການຊ້ອມຮົບຮ່ວມລາວ-ຣັດເຊຍ

ໃນການຊ້ອມຮົບຮ່ວມ ລາວ-ຣັດເຊຍ “ LAROS-2024’’ ກອງພັນໃຫຍ່ 11 ແມ່ນກົມກອງໜຶ່ງ ທີ່ໄດ້ເຂົ້າຮ່ວມ ແລະ ເປັນກໍາລັງຕົ້ນຕໍໃນການປະສານສົມທົບກັບບັນດາເຫລົ່າຮົບອື່ນຂອງກອງທັບສະຫະພັນຣັດເຊຍ ເຊິ່ງທັງສອງກອງທັບ ໄດ້ຮ່ວມກັນຝຶກແອບ ແລະ ຖອດຖອນບົດຮຽນເຊິ່ງກັນ ແລະ ກັນທາງດ້ານສິລະປະຍຸດ, ຍຸດທະວິທີ ການນໍາໃຊ້ອາວຸດ-ຍຸດໂທອຸປະກອນ ຂອງທະຫານຮາບ ໃຫ້ມີຄວາມຊໍານິຊໍານານ ຄ່ອງແຄ້ວ ເພື່ອຈັດຕັ້ງປະຕິບັດໃນສະເພາະໜ້າ ແລະ ຍາວນານ.

ສະຫາຍ ພັນເອກ ສົມແພງ ແກ້ວສີລາ ຫົວໜ້າການທະຫານ ກອງພັນໃຫຍ່ 11 ໄດ້ໃຫ້ຮູ້ວ່າ: ພາຍຫລັງທີ່ໄດ້ຮັບການມອບໝາຍຈາກຂັ້ນເທິງ ກໍຄື ກະຊວງປ້ອງກັນປະເທດ ກອງພັນໃຫຍ່ 11 ກໍໄດ້ຈັດຕັ້ງກຳລັງພົນເພື່ອກຽມພ້ອມເຂົ້າຮ່ວມ ຊ້ອມຮົບຮ່ວມລາວ-ຣັດເຊຍ, ການຫັດແອບແມ່ນໄດ້ເປີດການຊ້ອມຮົບຮ່ວມຢ່າງເປັນທາງການມາແຕ່ວັນທີ 18 ກັນຍາ 2024 ຜ່ານມາ ເຊິ່ງທັງສອງຝ່າຍໄດ້ຈັດຕັ້ງປຶກສາຫາລື, ຄົ້ນຄວ້າ ແລະ ແລກປ່ຽນເພື່ອກໍານົດເນື້ອໃນຫັດແອບຊ້ອມຮົບຮ່ວມກັນ ແລະ ມາເຖິງປັດຈຸບັນ, ແຕ່ລະພາກສ່ວນກໍໄດ້ເລີ່ມຫັດແອບເນື້ອໃນທີໜຶ່ງ ຈົນຮອດເນື້ອໃນສຸດທ້າຍທີ່ພວກເຮົາໄດ້ກໍານົດໄວ້. ຜ່ານການຈັດຕັ້ງຫັດແອບຊ້ອມຮົບ ເຫັນວ່າ ທັງສອງຝ່າຍມີຄວາມຫຍຸ້ງຍາກທາງດ້ານການສື່ສານ, ທາງດ້ານພາສາ, ແຕ່ຜ່ານການເຮັດວຽກປະຕິບັດຕົວຈິງ ພວກເຮົາກໍສາມາດເຂົ້າໃຈກັນໄດ້ ເພາະພວກເຮົາຕ່າງຝ່າຍຕ່າງມີພື້ນຖານໃນການຮັບຮູ້ ແລະ ມີປະສົບການທາງດ້ານສິລະປະຍຸດ-ຍຸດທະວິທີທີ່ດີເຮັດໃຫ້ການປະສານງານ, ການຫັດແອບໃນແຕ່ລະວັນມີຄວາມຄ່ອງແຄ້ວນັບມື້ດີຍິ່ງໆຂື້ນ.

ສະຫາຍ ພັນເອກ ສົມແພງ ແກ້ວສີລາ ຍັງໃຫ້ຮູ້ອີກວ່າ: ການຊ້ອມຮົບຮ່ວມກັນໃນຄັ້ງນີ້, ແມ່ນການຜູກແໜ້ນຄວາມສາມັກຄີຂອງສອງກອງທັບ ແລະ ເປັນການຍົກລະດັບຄວາມພ້ອມ ເພື່ອແກ້ໄຂສະພາບການຕ່າງໆ ທີ່ຈະເກີດຂຶ້ນໃນສະເພາະໜ້າ, ພາຍຫລັງສິ້ນສຸດການຊ້ອມຮົບໃນຄັ້ງນີ້, ເຊື່ອໝັ້ນວ່າ ຈະເປັນອີກປະສົບການໜຶ່ງຢູ່ໃນຂີດມາດຕະຖານທີ່ແນ່ນອນ ເຮັດໃຫ້ພະນັກງານ-ນັກຮົບທັງໝົດທີ່ເຂົ້າຮ່ວມໃນການຊ້ອມຮົບຮ່ວມໃນຄັ້ງນີ້ ຈະນໍາເອົາບົດຮຽນ ແລະ ປະສົບການ ໂດຍສະເພາະແມ່ນການຊ້ອມຮົບຮ່ວມກັບກອງທັບສະຫະພັນຣັດເຊຍ ທີ່ມີອຸປະກອນ, ພາຫະນະ-ອາວຸດ, ເຄື່ອງມື ແລະ ແບບແຜນທີ່ທັນສະໄໝ, ພວກເຮົາກໍຈະໄດ້ຖອດຖອນເອົາບົດຮຽນໄປໝູນໃຊ້-ນໍາໃຊ້ ແລະ ສືບຕໍ່ຫັດແອບໃຫ້ກົມກອງຂອງພວກເຮົາ ໃຫ້ນັບມື້ເຂັ້ມແຂງ, ທັນສະໄໝ ແລະ ຮັບປະກັນວຽກງານກຽມພ້ອມສູ້ຮົບໃຫ້ໄດ້ດີທີ່ສຸດ.

ຂ່າວ: ຈິດ ເພັດພູທອງ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments