Friday, September 20, 2024
Homeບຸນປະເພນີປະເພນີບຸນຫໍ່ເຂົ້າສະຫຼາກ

ປະເພນີບຸນຫໍ່ເຂົ້າສະຫຼາກ

ບຸນຫໍ່ເຂົ້າສະຫຼາກ ເປັນໜຶ່ງໃນຫຼາຍບຸນປະເພນີຂອງຊາວລາວ ທີ່ມີຄວາມໝາຍ-ຄວາມສຳຄັນ, ມີປະຫວັດຄວາມເປັນມາດົນນານ ແລະ ຍັງເປັນບຸນທີ່ຢູ່ໃນຮີດ 12 ຄອງ 14 ປະເພນີຊາວພຸດທີ່ເຄີຍສືບທອດປະຕິບັດກັນມາ ເມື່ອຮອດເດືອນ 10 ລາວຂອງທຸກໆປີ, ປີນີ້ແມ່ນກົງກັບມື້ຂຶ້ນ 15 ຄໍ່າ ເດືອນ 10 ພ.ສ 2567 ຫຼື ກົງກັບວັນອັງຄານວັນທີ 17 ກັນຍາ 2024.

ຄວາມໝາຍຂອງປະເພນີບຸນຫໍ່ເຂົ້າສະຫຼາກ ແມ່ນການເຮັດບຸນຫໍ່ເຂົ້າສະຫຼາກເພື່ອອຸທິດບຸນກຸສົນໃຫ້ແກ່ວິນຍານຍາດພີ່ນ້ອງຜູ້ທີ່ລ່ວງລັບໄປແລ້ວ ແລະ ພວກຜີເຜດ ໂດຍມີເວລາຫ່າງຈາກບຸນຫໍ່ເຂົ້າປະດັບດິນພຽງແຕ່ 14 ວັນ ຊຶ່ງເປັນໄລຍະເວລາທີ່ຜີເຜດ ຕ້ອງກັບໄປຢູ່ທີ່ຂອງຕົນ, ບຸນທັງສອງນີ້ມີລັກສະນະຄ້າຍກັນຄື: ການເຮັດຫໍ່ເຂົ້າສົ່ງໃຫ້ຜີເຜດ ຊຶ່ງລວມທັງບັນພະບຸລຸດ, ຍາດພີ່ນ້ອງຂອງຜູ້ທໍາບຸນ ແລະ ຜີເຜດທີ່ບໍ່ມີຍາດ.

ຕາມປະເພນີສືບທອດກັນມາເມື່ອຮອດມື້ຂຶ້ນ 14 ຄໍ່າເດືອນ 10 ຈະເປັນມື້ກະກຽມເຂົ້າ, ປາ, ອາຫານ ແລະ ໝາກໄມ້ຕ່າງໆ (ຕາມທີ່ສັດທາຫາມາໄດ້) ແລ້ວນໍາມາໃສ່ກວຍ (ເຮັດດ້ວຍໄມ້ໄຜ່) ພໍຮອດຕອນເຊົ້າຂອງມື້ຂຶ້ນ 15 ຄໍ່າ ກໍນໍາເອົາເຄື່ອງຂອງທີ່ກະກຽມໄວ້ນັ້ນໄປວັດເພື່ອຖວາຍໃຫ້ແກ່ພະພິຂຸສົງ ແລະ ຢາດນໍ້າໄປໃຫ້ວິນຍານຂອງບັນພະບຸລຸດ ແລະ ຜີເຜດທີ່ບໍ່ມີຍາດ. ແຕ່ປະເພນີບຸນຫໍ່ເຂົ້າສະຫຼາກຈະມີຄວາມແຕກຕ່າງຈາກບຸນອື່ນໆຄື: ກ່ອນຈະນໍາເຄື່ອງ ທານໄປຖວາຍພະສົງຊາວບ້ານຈະຈັບສະຫຼາກກັບພະພິຂຸສາມະເນນກ່ອນ, ຖ້າຈັບຖືກສະຫຼາກໃນຊື່ພະສົງ-ເນນອົງໃດ ກໍເອົາຂອງໄປທານພະສົງ-ເນນອົງນັ້ນ, ອີກວິທີໜຶ່ງຜູ້ຖວາຍຈະຂຽນຊື່ຕົນເອງລົງໃນບາດແລ້ວໃຫ້ພະສົງ-ສາມະເນນ ຈັບເອົາ ຖ້າອົງໃດໄດ້ສະຫຼາກຂອງໃຜຜູ້ນັ້ນ ກໍນໍາເອົາຂອງທານຖວາຍຂອງຕົນໄປຖວາຍພະສົງ-ເນນອົງນັ້ນ.

ນອກນັ້ນ, ຍັງມີການຈັດພາເຂົ້າເພື່ອໄປບູຊາ “ ຜີຕາແຮກ ” ຊຶ່ງເປັນຜີທີ່ຊາວນາເຊື່ອວ່າເປັນຜູ້ດູແລເຂົ້າກ້າໃນນາໃຫ້ຈະເລີນງອກງາມ ຕະຫຼອດຈົນຊ່ວຍຂັບໄລ່ສັດຕູເຂົ້າໄດ້ແກ່: ນົກ, ໜູ ຫຼື ຫອຍ ເປັນຕົ້ນ ບໍ່ໃຫ້ເຂົ້າມາທຳລາຍຕົ້ນເຂົ້າ.

ຈາກບາງເລື່ອງເລົ່າປະຫວັດຄວາມເປັນມາຂອງບຸນຫໍ່ເຂົ້າສະຫຼາກໃຫ້ຮູ້ໂດຍຫຍໍ້: ໃນອະດີດຕະການລ່ວງມາແລ້ວ ໄດ້ມີພະພຸດທະເຈົ້າອົງໜຶ່ງຊົງພະນາມວ່າ: ປະທະມຸດຕະຣະ ອາໄສຢູ່ໃນກຸງຫົງສາວະດີ ມະຫານະຄອນທານີ ເປັນທີ່ໂຄຈອນທຽວບິນທະບາດ ຍັງມີສາມີພັນລະຍາຄູ່ໜຶ່ງ ເປັນຄົນອານາຖາເຂັນໃຈຢູ່ໃນພະນະຄອນ, ມີອາຊີບຮັບຈ້າງຕັດຟືນຂາຍຕາມພາສາຄົນຍາກຈົນ ແຕ່ເປັນຜູ້ເຫຼື້ອມໃສໃນພຸດທະສາສະ ໜາ ຢູ່ມາມື້ໜຶ່ງຜູ້ເປັນສາມີ ມາຄິດເບິ່ງວ່າການລ້ຽງຊີບຄືມີຄວາມຫຍຸ້ງຍາກແທ້? ຄົງຈະເນື່ອງມາຈາກຕົນບໍ່ໄດ້ບໍາເພັນກອງການກຸສົນ, ບໍ່ໄດ້ໃຫ້ທານຮັກສາສິນ, ຟັງທໍາມະຈະເລີນທໍາເມດຕາພາວະນາໃນຊາດປາງກ່ອນ ມາໃນຊາດນີ້ຈຶ່ງເປັນຄົນຍາກຈົນເຂັນໃຈໄຮ້ຊັບອັບປັນຍາ ກໍເລີຍມີຈິດໃຈຢາກສ້າງກຸສົນ ເຮັດບຸນກິນທານເພື່ອເປັນການສ້າງຂຸມຊັບ ແລະ ສະບຽງອາຫານເອົາໄວ້ໃນຊາດພົບໜ້າ ຈຶ່ງໄດ້ປຶກສາກັບພັນລະຍາ ແລ້ວພັນລະຍາກໍເຫັນດີ. ຢູ່ມາມື້ໜຶ່ງສາມີພັນລະຍາກໍພາກັນເຂົ້າປ່າ ເພື່ອເກັບຜັກຫັກຟືນມາຂາຍໄດ້ພໍເປັນມູນຄ່າແລ້ວ ກໍພາກັນໄປຊື້ໝໍ້ເຂົ້າໜ່ວຍໜຶ່ງ, ໝໍ້ແກງໜ່ວຍໜຶ່ງ, ອ້ອຍ 4 ລໍາ, ກ້ວຍ 4 ໜ່ວຍ ນໍາມາຈັດແຈງແຕ່ງເຄື່ອງສໍາເລັດແລ້ວຈຶ່ງນ້ອມໄປສູ່ວັດວາອາຮາມເຮັດເປັນສະຫຼາກກາພັດທານ ພ້ອມກັບຊາວບ້ານຄົນອື່ນໆ ສາມີພັນລະຍາຄູ່ນັ້ນຈົກສະຫຼາກຖືກພະພິຂຸສົງໜຶ່ງກໍດີໃຈຫຼາຍ ຈຶ່ງໄດ້ນ້ອມເອົາສະຫຼາກກາພັດທານຂອງຕົນໄປຖວາຍແລ້ວຫຼັ່ງນໍ້າທັກຂີໂນທົກ (ນໍ້າຕາ) ໃຫ້ຕົກລົງເໜືອແຜ່ນພື້ນພະສຸທາ (ແຜ່ນດິນ) ແລ້ວຕັ້ງຄວາມປາຖະໜາວ່າ: ເຕຊະບຸນກຸສົນຜົນທານນີ້ຂ້າພະເຈົ້າທັງສອງເກີດໃນພົບໃດໆກໍດີ ຂຶ້ນຊື່ວ່າຄວາມເຂັນໃຈໄຮ້ຊັບອັບປັນຍາ ເໝືອນດັ່ງຊາດນີ້ຢ່າໄດ້ມີແກ່ພວກຂ້າພະເຈົ້າທັງສອງເລີຍ ຂໍໃຫ້ຂ້າພະເຈົ້າທັງສອງເປັນຜູ້ຮັ່ງມີ ພ້ອມໄປດ້ວຍຊັບສົມບັດ ສິນທານບໍລິວານລາບຍົດສັນລະເສີນສຸກ ແລະ ມີລິດເດດຢ່າງເຫຼືອຫຼາຍໃນພົບນີ້ ແລະ ພົບໜ້າເທີ້ນ. ຕໍ່ມາບໍ່ນານສາມີພັນລະຍາທັງສອງກໍໄດ້ຕາຍໄປ ແລະ ໄດ້ໄປເກີດເປັນເທວະບຸດ ເທວະດາໃນຊັ້ນດາວະດຶງ (ສະຫວັນ) ສະເຫວີຍສົມບັດທິບອັນເປັນທີ່ຢູ່ໃນວິມານຜາສາດຄໍາ ເມື່ອຈຸດຕິຕາຍຈາກສະຫວັນ ກໍໄດ້ລົງມາເກີດເປັນບໍຣົມກະສັດສະເຫວີຍລາດຊະສົມບັດຢູ່ໃນນະຄອນພຣານະສີມີນາມວ່າ: ພະເຈົ້າສັດທາດິດສະ ເຫວີຍລາດຊະສົມບັດຢູ່ສີ່ໝື່ນແປດພັນປີ. ນີ້ແຫຼະຄືບຸນກຸສົນຈາກການໃຫ້ທານສະຫຼາກ ມີຜົນອັນຍິ່ງໃຫຍ່ ສາມາດນໍາທ່ານທັງຫຼາຍໃຫ້ໄດ້ຮັບຄວາມສຸກ ຄວາມຈະເລີນທັງໃນພົບນີ້ພົບໜ້າ ແລະ ພົບຕໍ່ໆໄປ.

ສະຫຼຸບແລ້ວການເຮັດບຸນຫໍ່ເຂົ້າສະຫຼາກ ເປັນບຸນຮີດຄອງປະເພນີຂອງຊາວພຸດທີ່ເຄີຍສືບທອດປະຕິບັດກັນມາ. ຫຼັງຈາກໄດ້ເຮັດບຸນດັ່ງກ່າວແລ້ວເຊື່ອວ່າຍາດພີ່ນ້ອງທີ່ລ່ວງລັບໄປນັ້ນ, ພວກຜີເຜດຈະມາຮັບຈັບໂຈມເອົາສິ່ງຂອງຕ່າງໆທານໄປຈຶ່ງເຮັດໃຫ້ຈະມີຄວາມສະບາຍກາຍ-ໃຈ ແລະ ເຊື່ອວ່າຜົນບຸນທີ່ກະທຳໄປຈະນຳຄວາມຢູ່ເຢັນເປັນສຸກຄວາມຈະເລີນຮຸ່ງເຮືອງມາສູ່ຕົນເອງ ແລະ ຄອບຄົວ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments