Friday, September 20, 2024
Homeຂ່າວໜ້າໜຶ່ງນາຍົກລັດຖະມົນຕີ ຊີ້ນໍາຕໍ່ກອງປະຊຸມການຮັບມື ແລະ ການແກ້ໄຂໄພນໍ້າຖ້ວມ

ນາຍົກລັດຖະມົນຕີ ຊີ້ນໍາຕໍ່ກອງປະຊຸມການຮັບມື ແລະ ການແກ້ໄຂໄພນໍ້າຖ້ວມ

…………..

ໃນວັນທີ 16 ກັນຍາ ນີ້ ທີ່ສຳນັກງານນາຍົກລັດຖະມົນຕີ ໄດ້ຈັດກອງປະຊຸມລາຍງານຜົນກະທົບຕໍ່ສະພາບໄພນໍ້າຖ້ວມ ແລະ ແຜນການຟື້ນຟູຊ່ວຍເຫຼືອຢູ່ບັນດາແຂວງ ແລະ ບາງແຜນຈຸດສຸມໃນຕໍ່ໜ້າ ໂດຍການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງປ້ອງກັນປະເທດ, ປະທານຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ, ບັນດາທ່ານລັດຖະມົນຕີ, ຮອງລັດຖະມົນຕີ, ຮອງເຈົ້າຄອງນະຄອນຫຼວງວຽງຈັນ ແລະ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ພ້ອມດ້ວຍ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ກອງປະຊຸມ ໄດ້ຮັບຟັງການລາຍງານ ຈາກທ່ານ ນາງ ໃບຄໍາ ຂັດທິຍະ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຮອງປະທານ ຜູ້ປະຈໍາການຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໃຫ້ຮູ້ວ່າ: ນັບແຕ່ວັນທີ 18 ກໍລະກົດ 2024 ຮອດປັດຈຸບັນ, ສປປ ລາວ ໄດ້ຮັບຜົນກະທົບ ແລະ ຜົນເສຍຫາຍຈາກພາຍຸດີເປຣຊັນ (Depression), ພາຍຸໝູນເຂດຮ້ອນ ພຣະພິຣູນ (Prapiroon) ແລະ ລົມພາຍຸໄຕ້ຝຸ່ນ ຢາກິ (YAKI), ຕາມການເກັບກຳຂໍ້ມູນ ແລະ ປະເມີນເບື້ອງຕົ້ນ ມີທັງໝົດ 15 ແຂວງ, ກວມເອົາ 100 ເມືອງ, 1.144 ບ້ານ, 45.661 ຄອບຄົວ, ຈໍານວນພົນ 176 ພັນກວ່າຄົນ ຍິງ 75.054 ຄົນ, ເສຍຊີວິດ 5 ຄົນ ແລະ ສູນຫາຍ 1 ຄົນ, ຄອບຄົວຖືກຍົກຍ້າຍຊົ່ວຄາວ 182 ຄອບຄົວ, ເຮືອນເປ່ເພ 169 ຫຼັງ, ເນື້ອທີ່ການຜະລິດເສຍຫາຍ ¬13 ພັນກວ່າເຮັກຕາ, ເສັ້ນທາງ 262 ເສັ້ນ, ຂົວ 12 ແຫ່ງ, ຊົນລະປະທານ 87 ແຫ່ງ, ສຸກສາລາ 5 ແຫ່ງ, ນໍ້າລິນ 30 ແຫ່ງ, ໜອງປາ 334 ໜອງ, ສັດໃຫຍ່ ແລະ ສັດປີກ ລວມຈໍານວນ 13 ພັນກວ່າໂຕ, ປັດຈຸບັນ ພາກສ່ວນກ່ຽວຂ້ອງຍັງສືບຕໍ່ເກັບຂໍ້ມູນຄວາມເສຍຫາຍ ໃຫ້ລະອຽດ ເພື່ອເປັນຂໍ້ມູນໃນການກຳນົດແຜນຊ່ວຍເຫຼືອ ແລະ ຟື້ນຟູ; ໃນນີ້ ສະເພາະຜົນກະທົບຈາກພາຍຸ ຢາກິ (YAKI) ມາຮອດປັດຈຸບັນມີທັງໝົດ 8 ແຂວງ ຊຶ່ງແຂວງທີ່ໄດ້ຮັບຜົນກະທົບຫຼາຍກວ່າໝູ່ ແມ່ນແຂວງຫຼວງນໍ້າທາ ແລະ ນະຄອນຫຼວງວຽງຈັນ. ນອກຈາກນັ້ນ ຍັງຮັບຟັງການລາຍງານ ກ່ຽວກັບແຜນການຮັບມື, ການແກ້ໄຂໄພພິບັດນໍ້າຖ້ວມຢູ່ບັນດາແຂວງ ແລະ ບາງແຜນຈຸດສຸມໃນຕໍ່ໜ້າ ເປັນຕົ້ນສະພາບຜົນກະທົບໄພນໍ້າຖ້ວມທີ່ເກີດຂຶ້ນ ໂດຍສະເພາະຢູ່ແຂວງຫຼວງນໍ້າທາ ແລະ ນະຄອນຫຼວງວຽງຈັນ; ການຊ່ວຍເຫຼືອຕອບໂຕ້ສຸກເສີນ; ການລະດົມການຊ່ວຍເຫຼືອ; ແຜນການຈຸດສຸມໃນຕໍ່ໜ້າ ແລະ ຄວາມພ້ອມດ້ານຕ່າງໆ ທີ່ຈະສາມາດຮອງຮັບການແກ້ໄຂສຸກເສີນ ໃຫ້ບັນດາຜູ້ປະສົບໄພນໍ້າຖ້ວມ. ຄຽງຄູ່ກັນນີ້, ກອງປະຊຸມຍັງໄດ້ຮັບຟັງການລາຍງານ ສະພາບຜົນກະທົບໄພນໍ້າຖ້ວມຕົວຈິງ ຈາກຂະແໜງການກ່ຽວຂ້ອງ ຕື່ມອີກ.

ໂອກາດນີ້, ທ່ານນາຍົກລັດຖະມົນຕີ ໄດ້ສະແດງຄວາມຊົມເຊີຍ ຕໍ່ຄວາມເອົາໃຈໃສ່ຂອງຄະນະຄຸ້ມຄອງໄພພິບັດທຸກຂັ້ນ (ຂັ້ນສູນກາງ, ຂັ້ນແຂວງ, ຂັ້ນເມືອງ); ອົງການປົກຄອງທ້ອງຖິ່ນ ລວມທັງ ພາກສ່ວນຕ່າງໆ ທີ່ໄດ້ໃຫ້ການຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມ ໄດ້ຢ່າງທັນການ; ພ້ອມດຽວກັນນີ້ ທ່ານນາຍົກລັດຖະມົນຕີ ຍັງໄດ້ເນັ້ນໜັກໃຫ້ພາກສ່ວນກ່ຽວຂ້ອງ ສືບຕໍ່ເອົາໃຈໃສ່ຕື່ມບາງດ້ານ ເປັນຕົ້ນໃຫ້ຄະນະຄຸ້ມຄອງໄພພິບັດທຸກຂັ້ນ ສືບຕໍ່ຈັດຕັ້ງປະຕິບັດຕາມກົນໄກການເຮັດວຽກຂອງຄະນະຄຸ້ມຄອງໄພພິບັດ; ໃຫ້ເອົາໃຈໃສ່ໃຫ້ການຊ່ວຍເຫຼືອຜູ້ປະສົບໄພ ກໍຄືຜູ້ໄດ້ຮັບຜົນກະທົບ, ຕິດຕາມໃຫ້ການຊ່ວຍເຫຼືອເບິ່ງແຍງດູແລສຸຂະພາບ, ສຸຂະອະນາໄມ ຂອງຜູ້ປະສົບໄພໃຫ້ດີ; ຮີບຮ້ອນປັບປຸງພື້ນຖານໂຄງລ່າງຕ່າງໆ ທີ່ໄດ້ຮັບຜົນກະທົບເສຍຫາຍ ໃຫ້ນໍາໃຊ້ໂດຍໄວ ເພື່ອເປັນເງື່ອນໄຂອໍານວຍຄວາມສະດວກ ໃຫ້ແກ່ການດໍາລົງຊີວິດຂອງປະຊາຊົນ; ສືບຕໍ່ຕິດຕາມສະພາບດິນຟ້າອາກາດ ເພື່ອສືບຕໍ່ຮັບມືກັບໄພພິບັດທີ່ອາດຈະເກີດຂຶ້ນອີກ ໃນຕໍ່ໜ້າ ໃຫ້ກໍານົດແຜນລະອຽດ ເພື່ອກະກຽມຄວາມພ້ອມການຊ່ວຍເຫຼືອທາງດ້ານກໍາລັງ, ເຄື່ອງອຸປະກອນຊ່ວຍເຫຼືອ ແລະ ເຄື່ອງຊ່ວຍເຫຼືອອຸປະໂພກ, ບໍລິໂພກຕ່າງໆ ຕ້ອງຮອດເປົ້າໝາຍ ຜູ້ປະສົບໄພ ຢ່າງວ່ອງໄວທັນການ; ເອົາໃຈໃສ່ຍົກຍ້າຍປະຊາຊົນ ທີ່ມີຄວາມສ່ຽງ ແລະ ວັດຖຸສິ່ງຂອງທີ່ຈຳເປັນໄປຢູ່ບ່ອນທີ່ປອດໄພ; ການແກ້ໄຂໄພພິບັດຕ້ອງເຝົ້າຕິດຕາມລະວັງ ໂດຍມີການຈັດຕັ້ງບັນຊາ, ແບ່ງຄວາມຮັບຜິດຊອບລະອຽດຈະແຈ້ງ, ລົງເລິກຊີ້ນໍາໃຫ້ແທດຕົວຈິງ, ມີລະບົບການປະສານງານທີ່ສະດວກ, ວ່ອງໄວ, ມີແຜນການແກ້ໄຂທີ່ດີ, ມີການຕິດຕາມ-ກວດກາ ຢ່າງເປັນປົກກະຕິ, ເມື່ອພົບບັນຫາຍຸ້ງຍາກ ໃຫ້ມີການປຶກສາຫາລືກັນ ຫຼື ຂໍທິດຊີ້ນຳຈາກຂັ້ນເທິງຢ່າງທັນການ, ເດັດຂາດບໍ່ໃຫ້ຊັກຊ້າແກ່ຍາວ; ເອົາໃຈໃສ່ໂຄສະນາປະຊາສຳພັນ ແຈ້ງເຕືອນໃຫ້ພໍ່ແມ່ປະຊາຊົນ ຈົ່ງມີສະຕິລະມັດລະວັງ, ຕິດຕາມຂ່າວສານຢ່າງທົ່ວເຖິງ ກ່ຽວກັບການປ່ຽນແປງຂອງສະພາບອາກາດ ຜ່ານທາງສື່ອອນລາຍ ແລະ ເຝົ້າລະວັງລະດັບນ້ຳຢ່າງໃກ້ຊິດ ເປັນແຕ່ລະໄລຍະ, ການໂຄສະນາເຜີຍແຜ່ກະຈາຍຂ່າວຢ່າງກວ້າງຂວາງ ໂດຍສະເພາະການສະ ໜັບສະໜູນປະກອບສ່ວນ ຂອງທຸກພາກສ່ວນໃນສັງຄົມ ລວມທັງການລົງຕິດຕາມບັນຊາແກ້ໄຂບັນຫາຢູ່ພື້ນທີ່ຕົວຈິງ ຂອງການນໍາທຸກຂັ້ນ ເພື່ອອອກຂ່າວໃຫ້ຖືກຕ້ອງກັບຄວາມຈິງ ທັງເປັນການຕ້ານຫາງສຽງບໍ່ດີ ທີ່ເປັນການໃສ່ຮ້າຍປ້າຍສີ, ການໃຫ້ຂໍ້ມູນທີ່ບໍ່ຖືກຕ້ອງ ກໍຄືການສ້າງຄວາມປັ່ນປ່ວນຕ່າງໆ; ການບໍລິຫານຈັດການນໍ້າຂອງເຂື່ອນຕ່າງໆ ຕ້ອງຮັບປະກັນຄວາມປອດໄພ ແລະ ລະບາຍນໍ້າອອກ ຕ້ອງມີການປະສານງານກັນຄັກແນ່; ເອົາໃຈໃສ່ຕໍ່ວຽກງານການປ້ອງກັນຄວາມສະຫງົບ, ປົກປັກຮັກສາວັດຖຸສິ່ງຂອງປະຊາຊົນໃຫ້ດີ, ບໍ່ໃຫ້ມີການສວຍໂອກາດ ໂດຍສະເພາະບັນຫາຂີ້ລັກ ແລະ ການຂຶ້ນລາຄາສິນຄ້າ ທີ່ອາດເກີດຂຶ້ນ; ມອບໃຫ້ຄະນະກໍາມະການຄະນະຄຸ້ມຄອງໄພພິບັດຂັ້ນສູນກາງ ຕິດຕາມ, ກວດກາ, ເກັບກໍາສັງລວມບັນດາຂໍ້ມູນ ຜູ້ທີ່ໄດ້ຮັບຜົນກະທົບທັງໝົດ ໂດຍສະເພາະແຜນຄວາມຕ້ອງການຕົວຈິງຕ່າງໆໃນສະເພາະໜ້າ ແລະ ຍາວນານ ສິ່ງສໍາຄັນ ແມ່ນຫຼີກລ່ຽງ ການຂຶ້ນແຜນທີ່ຊໍ້າຊ້ອນ ເພື່ອເປັນການສວຍ ໂອກາດ.

(ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments