Thursday, September 19, 2024
Homeຂ່າວການເມືອງເຈົ້າຄອງນະຄອນຫຼວງວຽງຈັນ ຕິດຕາມການກຽມຄວາມພ້ອມຈັດກອງປະຊຸມເຈົ້າຄອງນະຄອນຫຼວງອາຊຽນ

ເຈົ້າຄອງນະຄອນຫຼວງວຽງຈັນ ຕິດຕາມການກຽມຄວາມພ້ອມຈັດກອງປະຊຸມເຈົ້າຄອງນະຄອນຫຼວງອາຊຽນ

….

ໃນວັນທີ 10 ກັນຍານີ້ ທີ່ຫໍປະຊຸມແຫ່ງຊາດ, ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມດ້ວຍຄະນະ ຊຶ່ງມີບັນດາອະນຸກຳມະການ ແລະ ຄະນະຮັບຜິດຊອບແຕ່ລະພາກສ່ວນທີ່ກ່ຽວຂ້ອງ ໄດ້ລົງຕິດຕາມການກະກຽມຄວາມພ້ອມຈັດກອງປະຊຸມເຈົ້າຄອງນະຄອນຫຼວງອາຊຽນ (MGMAC), ກອງປະຊຸມເວທີເຈົ້າຄອງນະຄອນຫຼວງອາຊຽນ (AMF) ແລະ ກອງປະຊຸມເຄືອຂ່າຍບັນດານະຄອນອາຊີຕາເວັນອອກ ສ່ຽງໃຕ້ຂອງສະມາຄົມທີ່ນຳໃຊ້ພາສາຝຣັ່ງ (AIMF) ທີ່ຈະຈັດຂຶ້ນໃນວັນທີ 16-20 ກັນຍາ 2024 ຢູ່ນະຄອນຫຼວງວຽງຈັນ.

ທ່ານເຈົ້າຄອງນະຄອນຫຼວງວຽງຈັນ ໄດ້ຮັບຟັງການລາຍງານໂດຍສັງເຂບ ກ່ຽວກັບແຜນວຽກຂອງອະນຸກຳມະການຕ່າງໆເປັນຕົ້ນ ອານຸກຳມະການພິທີການ, ເນື້ອໃນ ແລະ ສະຖານທີ່ຈັດກອງປະຊຸມ ແລະ ອື່ນໆ ພ້ອມທັງໄດ້ມີການປຶກສາຫາລືກັນໃນຫຼາຍວຽກງານ ເພື່ອໃຫ້ມີຄວາມພ້ອມຢ່າງຮອບດ້ານ ໃນການດຳເນີນກອງປະຊຸມ ແລະ ວຽກປິ່ນອ້ອມອື່ນໆໃຫ້ມີຜົນສຳເລັດຕາມລະດັບຄາດໝາຍທີ່ວາງໄວ້. ພ້ອມນີ້, ທ່ານເຈົ້າຄອງນະຄອນຫຼວງ ຍັງໄດ້ໃຫ້ທິດຊີ້ນໍາ ແລະ ຮຽກຮ້ອງໃຫ້ແຕ່ລະອະນຸກຳມະການ ທຸກພາກສ່ວນ ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານຕາມການມອບໝາຍ ແລະ ເປັນເຈົ້າການຜັນຂະຫຍາຍ ຂໍ້ຕົກລົງກ່ຽວກັບການຮັບໃຊ້ກອງປະຊຸມຄັ້ງນີ້ໃຫ້ຖືກຕ້ອງ, ມີການວາງແຜນ ແລະ ກຽມຄວາມພ້ອມຢ່າງຮອບດ້ານ ເພື່ອຈະດຳເນີນວຽກງານຕົວຈິງໃນແຕ່ລະຂົງເຂດ ຢ່າງເປັນເຈົ້າການ ເອົາໃຈໃສ່ ໃຫ້ຈັດຕັ້ງປະຕິບັດວຽກງານຕາມພາລະບົດບາດ ໜ້າທີ່ຄວາມຮັບຜິດຊອບຂອງຕົນໃຫ້ມີຜົນສຳເລັດ ແລະ ຖືກຕ້ອງສອດຄ່ອງຕາມໜ້າວຽກຕົວຈິງ ໂດຍມີການປະສານສົມທົບຢ່າງກົມກຽວກັນ.

ການລົງຕິດຕາມຄັ້ງນີ້, ກໍເພື່ອຈະສາມາດຮັບປະກັນໄດ້ຜົນສຳເລັດຕາມຄາດໝາຍ ພ້ອມທັງໃຫ້ຮັບປະກັນໄດ້ຄວາມສະຫງົບປອດໄພ ເປັນລະບຽບຮຽບຮ້ອຍ ເຮັດໃຫ້ການດຳເນີນກອງປະຊຸມ MGMAC, ກອງປະຊຸມ AMF ແລະ AIMF ມີຜົນສຳເລັດຢ່າງຈົບງາມ. (ຂ່າວ-ພາບ: ສຸກສະຫວັນ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments