Thursday, September 19, 2024
Homeຂ່າວດ່ວນແຈ້ງເຕືອນປະຊາຊົນຢູ່ເຂດພື້ນທີ່ຕໍ່າ ກຽມຍ້າຍເຄື່ອງຂອງ ເນື່ອງຈາກລະດັບນ້ຳສາຍຕ່າງໆຢູ່ຫລວງພະບາງ ຢູ່ຂັ້ນລະດັບເຕືອນໄພ

ແຈ້ງເຕືອນປະຊາຊົນຢູ່ເຂດພື້ນທີ່ຕໍ່າ ກຽມຍ້າຍເຄື່ອງຂອງ ເນື່ອງຈາກລະດັບນ້ຳສາຍຕ່າງໆຢູ່ຫລວງພະບາງ ຢູ່ຂັ້ນລະດັບເຕືອນໄພ

ຂປລ. ແຫລ່ງຂ່າວຈາກ ແຂວງຫລວງພະບາງ ໃຫ້ຮູ້ວ່າ: ໃນຕອນເຊົ້າຂອງວັນທີ 11 ກັນຍາ 2024, ແມ່ນ້ຳຂອງ ແລະ ນ້ຳສາຂາຫລາຍສາຍ ໂດຍສະເພາະ ນ້ຳບາກ, ນ້ຳຄານ, ນ້ຳອູ, ນ້ຳເຊືອງ, ນ້ຳແຊງ ພາຍໃນນະຄອນຫລວງພະບາງ ມີປະລິມານສູງຂຶ້ນຢ່າງຕໍ່ເນື່ອງ ເຮັດໃຫ້ຍຶ່ງຖ້ວມເຮືອນປະຊາຊົນ ແລະ ບັນດາຫ້າງຮ້ານບາງເຂດ ພາຍໃນນະຄອນຫລວງພະບາງ ຕາມການລາຍງານຫລ້າສຸດ ລະດັບນ້ຳຂອງເຂດນະຄອນຫລວງພະບາງ ແມ່ນຢູ່ໃນລະດັບ 17,50 ແມັດ ຢູ່ຂັ້ນລະດັບເຕືອນໄພແລ້ວ, ຊຶ່ງປັດຈຸບັນທຸກພາກສ່ວນພວມນຳກຳລັງ ແລະ ພາຫະນະເຂົ້າຊ່ວຍປະຊາຊົນທີ່ຖືກຜົນກະທົບ ຂົນເຄື່ອງຂຶ້ນໄວ້ບ່ອນປອດໄພ.

ສະນັ້ນ, ແຈ້ງເຕືອນ ພໍ່ແມ່ປະຊາຊົນ ທີ່ອາໄສຢູ່ເຂດພື້ນທີ່ຕໍ່າ ແລະ ຢູ່ລຽບຕາມແຄມນ້ຳ ໃຫ້ເກັບມ້ຽນເຄື່ອງຂອງທີ່ຈຳເປັນ ແລະ ສັດລ້ຽງໄປໄວ້ບ່ອນທີ່ສູງ ແລະ ປອດໄພ. ພ້ອມກັນນີ້, ຜູ້ທີ່ຈະເດີນທາງຜ່ານເຂດດັ່ງກ່າວໃຫ້ລະມັດລະວັງ ແລະ ຕິດຕາມສະພາບອາກາດຢ່າງຕໍ່ເນື່ອງ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments