Thursday, September 19, 2024
Homeແຈ້ງການສໍາຄັນແຈ້ງເຕືອນ ຝົນຕົກໜັກ ປະຈໍາເຊົ້າວັນທີ 10 ກັນຍາ 2024

ແຈ້ງເຕືອນ ຝົນຕົກໜັກ ປະຈໍາເຊົ້າວັນທີ 10 ກັນຍາ 2024

ຍ່ອມຄວາມກົດດັນອາກາດຕໍ່າຍັງປົກຄຸມຢູ່ພາກເໜືອຂອງປະເທດລາວ, ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ພັດປົກຄຸມດ້ວຍກໍາລັງແຮງ. ຊຶ່ງຈະເຮັດໃຫ້ ຈະມີຝົນຕົກໃນລະດັບຄ່ອຍ ຫາ ປານກາງຢູ່ໃນແຕ່ລະພາກ ແລະ ຈະຕົກໜັກຢູ່ບາງທ້ອງຖິ່ນແຂວງພາກເໜືອ ແລະ ພາກກາງ ພ້ອມມີລົມພັດແຮງເປັນບາງໂອກາດ.

ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ, ອົງການປົກຄອງ ທ້ອງຖິ່ນ ແລະ ອົງການຈັດຕັ້ງທຸກພາກສ່ວນຢູ່ບັນດາແຂວງພາກເໜືອ ແລະ ພາກກາງ ຈົ່ງມີສະຕິລະມັດລະວັງ ແລະ ກຽມພ້ອມຮັບມືຕໍ່ ສະພາບຝົນຕົກໜັກຕິດຕໍ່ກັນຫລາຍວັນ ທີ່ຈະເຮັດໃຫ້ມີດິນເຈື່ອນ, ນໍ້າຖ້ວມຊຸ, ນໍ້າຖ້ວມຍື່ງ ແລະ ນໍ້າຖ້ວມອັ່ງໃນຕົວເມືອງ. ຂໍໃຫ້ຕິດຕາມຂ່າວ ພະຍາກອນອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ຢ່າງຕໍ່ເນື່ອງ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments