Friday, September 20, 2024
Homeຂ່າວໜ້າໜຶ່ງເລຂາທິການໃຫຍ່ ພັກ ປປ ລາວປະທານປະເທດ ສປປ ລາວ ຢ້ຽມຢາມລັດຖະກິດ ທີ່ ສສ ຫວຽດນາມ

ເລຂາທິການໃຫຍ່ ພັກ ປປ ລາວປະທານປະເທດ ສປປ ລາວ ຢ້ຽມຢາມລັດຖະກິດ ທີ່ ສສ ຫວຽດນາມ

……..

ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ພັກປະຊາຊົນ ປະຕິວັດລາວ ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງເຖິງສະໜາມບິນໂນ້ຍບາຍ ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ ໃນຕອນເຊົ້າຂອງວັນທີ 10 ກັນຍາ ນີ້ ໂດຍມີ ສະຫາຍ ເລືອງ ເກືອງ ກໍາມະການກົມການເມືອງ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຂອງ ສສ ຫວຽດນາມ, ຄະນະສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ, ບັນດາມວນຊົນຫວຽດນາມ ແລະ ນັກສຶກສາລາວທີ່ຮຽນຢູ່ ສສ ຫວຽດນາມ ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ສົມກຽດ.

ການຢ້ຽມຢາມ ສສ ຫວຽດນາມ ຄັ້ງນີ້ ແມ່ນຕອບສະໜອງຕາມຄຳເຊີນຂອງ ສະຫາຍ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ປະທານປະເທດ ແຫ່ງ ສສ ຫວຽດນາມ ຊຶ່ງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຈະດໍາເນີນການຢ້ຽມຢາມລັດຖະກິດ ທີ່ ສສ ຫວຽດນາມ ເປັນເວລາ 3 ວັນ ຄື: ແຕ່ວັນທີ 10-13 ກັນຍາ 2024, ເພື່ອເພີ່ມທະວີ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ກໍຄື ປະຊາຊົນ ສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ຈະເລີນງອກງາມ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ.

ໃນໂອກາດເດີນທາງຢ້ຽມຢາມລັດຖະກິດ ທີ່ ສສ ຫວຽດນາມ ໃນຄັ້ງນີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ຈະພົບປະປຶກສາຫາລືກັບບັນດາການນໍາຂັ້ນສູງຂອງ ສສ ຫວຽດນາມ ເປັນຕົ້ນແມ່ນ ສະຫາຍ ໂຕເລິມ ເລຂາທິການໃຫຍ່ ປະທານປະເທດ; ສະຫາຍ ຟ້າມມິງ ຈິງ ນາຍົກລັດຖະມົນຕີ; ສະຫາຍ ເຈິ່ນ ແທັງ ເມີ້ນ ປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ; ຈະເຂົ້າຮ່ວມວາງພວງມາລາ ທີ່ ອະນຸສາວະລີນັກຮົບນິລະນາມ, ຢ້ຽມຊົມ ສຸສານ ປະທານ ໂຮ່ຈິມິນ; ຈະພົບປະກັບອະດີດການນໍາຫວຽດນາມ, ປະທານສູນກາງແນວໂຮມປະເທດຊາດຫວຽດນາມ ແລະ ຄະນະນໍາສະມາຄົມມິດຕະພາບ ຫວຽດນາມ-ລາວ ແລະ ພົບປະໂອ້ລົມກັບ ຕາງໜ້າອະດີດທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ, ອະດີດນັກສຶກສາຫວຽດນາມ ຢູ່ລາວ ແລະ ນັກສຶກສາລາວຮຽນຢູ່ຫວຽດນາມ. ພ້ອມດຽວກັນນັ້ນ, ຄະນະກໍຈະໄປເຄື່ອນໄຫວຢ້ຽມຢາມນະຄອນຮາຍຟ໋ອງ (ຢ້ຽມຢາມໂຮງງານຜະລິດລົດ Vinfast ແລະ ທ່າເຮືອນໍ້າເລິກ ຮາຍຟ໋ອງ) ແລະ ຢ້ຽມຢາມນະຄອນໂຮ່ຈິມິນ (ຢ້ຽມຢາມທ່າເຮືອຫໍມັງກອນ ແລະ ບໍລິສັດຫຸ້ນສ່ວນປຸງແຕ່ງຊີ້ນ ແລະ ຜະລິດຕະພັນຊີ້ນໝູ).

(ຂ່າວ-ພາບ: ກົມການຂ່າວ ກຕທ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments