Thursday, September 19, 2024
Homeຂ່າວພາຍໃນຫລວງພະບາງ ລະດົມທຶນ ເພື່ອຊ່ວຍເຫລືອຜູ້ປະສົບໄພນໍ້າຖ້ວມຢູ່ 2 ເມືອງ

ຫລວງພະບາງ ລະດົມທຶນ ເພື່ອຊ່ວຍເຫລືອຜູ້ປະສົບໄພນໍ້າຖ້ວມຢູ່ 2 ເມືອງ

ແຫລ່ງຂ່າວຈາກ ແຂວງຫລວງພະບາງ ໃຫ້ຮູ້ວ່າ: ຄະນະນຳ ພະແນກແຜນການ ແລະ ການລົງທຶນ ແຂວງຫລວງພະບາງ, ຊຶ່ງນຳໂດຍທ່ານ ຈິນດາວົງ ໂພສີຄຳ ຫົວໜ້າພະແນກ ແຜນການ ແລະ ການລົງທຶນແຂວງ ໄດ້ລະດົມທຶນ ເພື່ອຊ່ວຍເຫລືອປະຊາຊົນຜູ້ປະສົບໄພນໍ້າຖ້ວມ ຢູ່ເມືອງວຽງຄໍາ ແລະ ເມືອງປາກແຊງ ແຂວງຫລວງພະບາງ ໃນວັນທີ 6 ກັນຍາ 2024 ຜ່ານມາ ທີ່ຫ້ອງວ່າການແຂວງຫລວງພະບາງ.

ການລະດົມທຶນຄັ້ງນີ້, ໄດ້ຮັບການຊຸກຍູ້ຈາກກຸ່ມບໍລິສັດ ດີເອຊເຄ ຈໍາກັດ (ໂຮງງານນ້ຳດຶ່ມແຮ່ທາດ ມິນີໂຣ) 50 ລ້ານກີບ ແລະ ໂຮງງານກະເບື້ອງກາສິງ 50 ລ້ານກີບ, ຊຶ່ງປັດໄຈດັ່ງກ່າວ ໄດ້ນຳໄປມອບໃຫ້ອົງການປົກຄອງແຂວງ ນຳໄປຊ່ວຍເຫລືອປະຊາຊົນຜູ້ປະສົບໄພນ້ຳຖ້ວມ ຢູ່ເມືອງວຽງຄໍາ ແລະ ເມືອງປາກແຊງ ໃນວັນທີ 24 ກໍລະກົດ ຜ່ານມາ, ຕາງໜ້າຮັບໂດຍ ທ່ານ ບຸນເລື່ອມ ມະນີວົງ ຮອງເຈົ້າແຂວງ ປະທານຄະນະກຳມະການ ຄຸ້ມຄອງໄພພິບັດຂັ້ນແຂວງ.

ຂ່າວໃຫ້ຮູ້ຕື່ມວ່າ: ໃນວັນທີ 4 ກັນຍາ ຜ່ານມານີ້, ຢູ່ສູນຮັບບໍລິຈາກຊ່ວຍເຫລືອຜູ້ປະສົບໄພນໍ້າຖ້ວມ ຂອງເມືອງວຽງຄໍາ, ທ່ານ ສົມມາລີ ຄຳເກັ່ງ ເຈົ້າເມືອງໆພູຄູນ ພ້ອມດ້ວຍທີມງານຂອງເມືອງ ໄດ້ມອບເງິນ 8 ລ້ານກີບ ໃຫ້ອົງການປົກຄອງເມືອງ ເພື່ອນຳໄປຊ່ວຍເຫລືອປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ ຕາງໜ້າຮັບໂດຍ ທ່ານ ທະລາກອນ ບໍລະວົງ ເຈົ້າເມືອງໆວຽງຄຳ ພ້ອມທັງ ສະແດງຄວາມຂອບໃຈຕໍ່ຄະນະນຳຂອງເມືອງພູຄູນ ກໍຄືປະຊາຊົນບັນດາເຜົ່າພາຍໃນເມືອງ ທີ່ໄດ້ໃຫ້ການຊ່ວຍເຫລືອເມືອງວຽງຄຳ ໃນຄັ້ງນີ້.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments