Thursday, September 19, 2024
Homeຂ່າວພາຍໃນເມືຶອງເງິນ ຮັບຊ່ວຍເຫລືອຟື້ນຟູ ໄພພິນໍ້າຖ້ວມ

ເມືຶອງເງິນ ຮັບຊ່ວຍເຫລືອຟື້ນຟູ ໄພພິນໍ້າຖ້ວມ

ແຫລ່ງຂ່າວຈາກ ແຂວງໄຊຍະບູລີ ໃຫ້ຮູ້ວ່າ: ເມື່ອບໍດົນມານີ້, ພະແນກ ແຮງງານ ແລະ ສະຫວັດດີການສັງຄົມ ແຂວງໄຊຍະບູລີ ແລະ ບໍລິສັດ ໄຟຟ້າ ຫົງສາ ຈໍາກັດ ໄດ້ນຳເອົາເຄື່ອງຊ່ວຍເຫລືອ ແລະ ປັດໄຈຈຳນວນໜຶ່ງມອບໃຫ້ອົງການປົກຄອງເມືອງເງິນ ກໍຄືຄະນະກໍາມະການ ຄຸ້ມຄອງໄພພິບັດຂັ້ນເມືອງ ເພື່ອສົມທົບທຶນໃນການຊ່ວຍເຫລືອຟື້ນຟູໄພພິບັດນໍ້າຖ້ວມ ຢູ່ເມືຶອງເງິນ ໃນວັນທີ 21 ສິງຫາ 2024 ຜ່ານມາ ເປັນຕົ້ນ ນຳໄປຊື້ ເຄື່ອງອຸປະໂພກ-ບໍລິໂພກ ແລະ ອື່ນໆ ທີ່ຈຳເປັນ ເພື່ອນຳໄປຊ່ວຍເຫລືອ ຜູ້ໄດ້ຮັບຜົນກະທົບ ແລະ ພາກສ່ວນອື່ນໆທີ່ຈຳເປັນ ເພື່ອເຮັດໃຫ້ຜູ້ທີ່ໄດ້ຮັບຜົນກະທົບກັບມາໃຊ້ ຊີວິດເປັນ ປົກກະຕິໂດຍໄວ.

ເຄື່ອງຊ່ວຍເຫລືອທີ່ນຳມາມອບໃນຄັ້ງນີ້ ປະກອບມີ: ເຂົ້າສານ 1 ໂຕນ ແລະ ນໍ້າດື່ມ 110 ແພັກ ມູນຄ່າ 26,6 ລ້ານກີບ ຕາງໜ້າມອບໂດຍທ່ານ ໜູເກນ ພັນລັກ ຫົວໜ້າພະແນກ ແຮງງານ ແລະ ສະຫວັດດີການສັງຄົມ ແຂວງໄຊຍະບູລີ ແລະ ທ່ານ ຄະທາຍຸດ ຊູພູນ ຜູ້ອໍານວຍການໃຫຍ່ ບໍລິສັດ ໄຟຟ້າ ຫົງສາ ຈໍາກັດ ໄດ້ມອບເງິນ 65 ລ້ານກີບ, ຊຶ່ງຕາງໜ້າຮັບໂດຍທ່ານ ທະວີສັກ ໄຊຍະວົງ ເຈົ້າເມືອງໆເງິນ.

ໂອກາດນີ້, ທ່ານ ທະວີສັກ ໄຊຍະວົງ ຕາງໜ້າອົງການປົກຄອງເມືອງ ກໍຄື ປະຊາຊົນເມືອງເງິນ ໄດ້ກ່າວສະແດງຄວາມຂອບໃຈ ຕໍ່ພະແນກ ແຮງງານແລະ ສະຫວັດດີການສັງຄົມ ແລະ ບໍລິສັດ ໄຟຟ້າ ຫົງສາ ຈໍາກັດພ້ອມດ້ວຍຄະນະ ແລະ ທີມງານ ທີ່ຍາມໃດກໍເປັນຫວ່ງເປັນໄຍ ໃຫ້ຄວາມຊ່ວຍເຫລືອຕະຫລອດມາ, ຈະນໍາໃຊ້ເງິນຈຳນວນດັ່ງກ່າວນີ້ໄປຊ່ວຍເຫລືອພໍ່ແມ່ ປະຊາຊົນ ຜູ້ທີ່ຖືກຜົນກະທົບ ຈາກໄພພິບັດນໍ້າຖ້ວມຊຸໃນຄັ້ງນີ້ໄດ້ຮັບຢ່າງທົ່ວເຖິງ.

ຂ່າວ: ອິນແປງ ແຫວນຄໍາ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments