Thursday, September 19, 2024
Homeຂ່າວໜ້າໜຶ່ງສປປ ລາວ ລົງນາມເຂົ້າຮ່ວມສະຫະພັນອາຫານໃນໂຮງຮຽນ

ສປປ ລາວ ລົງນາມເຂົ້າຮ່ວມສະຫະພັນອາຫານໃນໂຮງຮຽນ

ສປປລາວ ສະແດງຄວາມພາກພູມໃຈໃນການເຂົ້າເປັນສະມາຊິກຂອງສະຫະພັນອາຫານໃນໂຮງຮຽນ ຊຶ່ງເປັນສະຫະ ພັນລະດັບສາກົນທີ່ໄດ້ເອົາໃຈໃສ່ຮ່ວມກັນເພື່ອເສີມສ້າງຄວາມເຂັ້ມແຂງດ້ານໂພຊະນາການ, ການສຶກສາ ແລະ ສະຫວັດດີການຂອງເດັກໂດຍຜ່ານແຜນງານອາຫານໃນໂຮງຮຽນແບບຄົບວົງຈອນ. ບາດກ້າວອັນສຳຄັນດັ່ງກ່າວສະທ້ອນໃຫ້ເຫັນຄວາມມຸ່ງໝັ້ນຂອງລັດຖະບານລາວຢ່າງຕໍ່ເນື່ອງໃນການປັບປຸງດ້ານສຸຂະພາບ ແລະ ການສຶກສາຂອງເດັກນ້ອຍໃນຂອບເຂດທົ່ວປະເທດ.

ພິທີລົງນາມໄດ້ຈັດຂຶ້ນໃນວັນທີ 4 ກັນຍານີ້ ທີ່ໂຮງແຮມຄຣາວພາຊາ ນະຄອນຫຼວງວຽງຈັນ, ຕາງໜ້າລັດຖະບານລາວ ໂດຍທ່ານ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທ່ານ ນາງ ຊີວແລັງ ຊູອອກ ເອກອັກຄະລັດຖະທູດຝຣັ່ງ ປະຈຳ ສປປ ລາວ, ແຂກຖືກເຊີນ ຈາກພາກລັດ-ອົງການຈັດຕັ້ງສາກົນ. ການເຂົ້າຮ່ວມສະຫະພັນດັ່ງກ່າວ, ສປປລາວ ພ້ອມດຽວກັນກັບອີກເກືອບ100 ປະເທດໃນທົ່ວໂລກແມ່ນມີຈຸດມຸ່ງໝາຍທີ່ສອດຄ່ອງກັນໃນການຂະຫຍາຍ ແລະ ປັບປຸງວຽກງານອາຫານໃນໂຮງຮຽນເພື່ອເປັນການລົງທຶນທີ່ມີຄວາມໝາຍສຳຄັນໃຫ້ແກ່ເດັກນ້ອຍໃນອະນາຄົດ. ຈຸດປະສົງຂອງສະຫະພັນ ແມ່ນເພື່ອຮັບປະກັນວ່າເດັກນ້ອຍທຸກຄົນສາມາດເຂົ້າເຖິງອາຫານທີ່ມີໂພຊະນາການໃນໂຮງຮຽນພາຍໃນປີ 2030, ໂດຍໃຫ້ການສະໜັບສະໜູນເພື່ອບັນລຸເປົ້າໝາຍການພັດທະນາແບບຍືນຍົງຂອງສະຫະປະຊາຊາດ (SDGs), ໂດຍສະເພາະເປົ້າໝາຍທີ 2 (ລຶບລ້າງຄວາມອຶດຫິວ) ແລະເປົ້າໝາຍທີ 4 (ຮັບປະກັນການສຶກສາໃຫ້ມີຄຸນນະພາບ).

ການເຂົ້າຮ່ວມເປັນສະມາຊິກສະຫະພັນອາຫານໃນໂຮງຮຽນຂອງ ສປປ ລາວ ຖືເປັນຂີດໝາຍອັນສຳຄັນຂອງປະເທດໃນການປັບປຸງການບັນລຸເປົ້າໝາຍດ້ານການສຶກສາໂດຍຜ່ານຜົນການຮຽນທີ່ເພີ່ມຂຶ້ນ, ພ້ອມດຽວກັນກັບການຫຼຸດຜ່ອນຄວາມສ່ຽງຕໍ່ກັບການຂາດສານອາຫານຂອງເດັກນ້ອຍ. ຫຼາຍກວ່າ 33% ຂອງເດັກນ້ອຍໃນ ສປປ ລາວ ຍັງປະສົບກັບບັນຫາການຂາດສານອາຫານແບບຊໍ້າເຮື້ອ ຊຶ່ງສົ່ງຜົນກະທົບຕໍ່ການພັດທະນາທາງດ້ານສະຕິປັນຍາ ແລະ ຜົນການຮຽນຂອງເຂົາເຈົ້າ. ປັດຈຸບັນແຜນງານສົ່ງເສີມອາຫານທ່ຽງໃນໂຮງຮຽນ ກວມເອົາປະມານ 25% ຂອງໂຮງຮຽນປະຖົມທັງໝົດໃນທົ່ວປະເທດ ຊຶ່ງໃນນັ້ນມີເດັກນ້ອຍປະມານ 250.000 ຄົນ ໄດ້ຮັບຜົນປະໂຫຍດຈາກວຽກງານດັ່ງກ່າວ. ໃນຖານະທີ່ເປັນສະມາຊິກໃໝ່ຂອງສະຫະພັນອາຫານໃນໂຮງຮຽນ, ສປປ ລາວ ຈະສຸມໃສ່ການສົ່ງເສີມ ແລະ ການຂະຫຍາຍແຜນງານສົ່ງເສີມອາຫານທ່ຽງໃນໂຮງຮຽນ ດ້ວຍການຮ່ວມມືກັບບັນດາຄູ່ຮ່ວມພັດທະນາທັງພາຍໃນ ແລະ ຕ່າງປະເທດ ເພື່ອປັບປຸງ ແລະ ພັດທະນາແຜນງານໃຫ້ມີຄວາມຍືນຍົງ ແລະ ຕອບສະໜອງຄວາມຕ້ອງການດ້ານສານອາຫານຂອງນັກຮຽນ, ພ້ອມກັນນັ້ນກໍຈະສົ່ງເສີມການສະໜັບສະໜູນການຜະລິດກະສິກຳແລະ ເສດຖະກິດທ້ອງຖິ່ນອີກດ້ວຍ.

ໃນການເຂົ້າຮ່ວມສະຫະພັນອາຫານໃນໂຮງຮຽນ, ສປປ ລາວ ມີຈຸດປະສົງເພື່ອເປີດໂອກາດໃນການແລກປ່ຽນປະສົບການ ແລະ ນຳໃຊ້ຄວາມຊຳນິຊຳນານ, ຊັບພະຍາກອນ ແລະ ໝູນໃຊ້ບົດຮຽນທີ່ດີຂອງສາກົນເພື່ອແກ້ໄຂບັນຫາ ແລະ ສິ່ງທ້າທາຍຂອງ ສປປ ລາວ.

ທ່ານ ພຸດ ສິມມາລາວົງ ໄດ້ກ່າວວ່າ: “ການເຂົ້າຮ່ວມເປັນສະມາຊິກຂອງສະຫະພັນອາຫານໃນໂຮງຮຽນແມ່ນບາດກ້າວອັນສຳຄັນຕໍ່ກັບຍຸດທະສາດແຫ່ງຊາດຂອງປະເທດໃນການປັບປຸງສຸຂະພາບ ແລະ ການສຶກສາຂອງເດັກ. ການໃຫ້ອາຫານທີ່ມີໂພຊະນາການໃນໂຮງຮຽນແມ່ນມີຄວາມຈໍາເປັນບໍ່ພຽງແຕ່ເພື່ອເຮັດໃຫ້ນັກຮຽນມີສຸຂະພາບແຂງແຮງເທົ່ານັ້ນ, ແຕ່ຍັງເຮັດໃຫ້ເຂົາເຈົ້າບັນລຸຜົນສໍາເລັດດ້ານການຮຽນຮູ້ ແລະ ກາຍເປັນຊັບພະຍາກອນມະນຸດທີ່ມີຄຸນນະພາບ ປະກອບສ່ວນເຂົ້າໃນການພັດທະນາປະເທດຊາດ. ພວກເຮົາຫວັງວ່າຈະເຮັດວຽກຮ່ວມກັບຄູ່ຮ່ວມງານໃນລະດັບສາກົນ ແລະ ພາກພື້ນເພື່ອສ້າງອະນາຄົດທີ່ສົດໃສສໍາລັບເດັກນ້ອຍຂອງພວກເຮົາ.”

ທ່ານ ນາງ ຊີວແລັງ ຊູອອກ ໄດ້ເນັ້ນຢ້ຳວ່າ: “ລັດຖະບານຝຣັ່ງ ມີຄວາມດີໃຈຢ່າງຍິ່ງທີ່ ສປປ ລາວ ເຂົ້າເປັນສະມາຊິກສະຫະພັນອາຫານໃນໂຮງຮຽນ ເພາະວ່າລັດຖະບານຝຣັ່ງໄດ້ມີສ່ວນຮ່ວມໃນການສະໜັບສະໜູນໃນການເຂົ້າເປັນສະມາ ຊິກ. ສປປ ລາວ ແມ່ນໜຶ່ງໃນບັນດາປະເທດບູລິມະສິດ ຂອງລັດຖະບານຝຣັ່ງໃນການປັບປຸງວຽກງານດ້ານໂພຊະນາການເນື່ອງຈາກລັດຖະບານລາວໄດ້ຖືເອົາວຽກອາຫານທ່ຽງໃນໂຮງຮຽນເປັນວຽກບູລິມະສິດອັນໜຶ່ງ ເພື່ອສ້າງເງື່ອນໄຂໃຫ້ແກ່ການພັດທະນາປະເທດ ແລະ ປະຊາຊົນ. ດັ່ງນັ້ນ, ລັດຖະບານຝຣັ່ງ ຈຶ່ງໄດ້ໃຫ້ການສະໜັບສະໜູນໃນການປັບປຸງຕໍ່ກັບບັນຫາຄວາມບໍ່ໝັ້ນຄົງດ້ານສະບຽງອາຫານ ແລະ ການຂາດສານອາຫານໃນ ສປປ ລາວ ໂດຍຜ່ານອົງການອາຫານໂລກນັບແຕ່ປີ 2019 ເປັນຕົ້ນມາ, ດ້ວຍການປະກອບສ່ວນເປັນຈຳນວນງົບປະມານ 3,3 ລ້ານເອີໂຣ.” ພິທີລົງນາມ ໄດ້ມີຂຶ້ນໃນວັນທີ 4 ກັນຍານີ້ ທີ່ໂຮງແຮມ ຄຣາວພາຊາ ນະຄອນຫຼວງວຽງຈັນ.

ສປປ ລາວ ໄດ້ມີແຜນພັດທະນາແຫ່ງຊາດດ້ານໂພຊະນາການໃນໂຮງຮຽນນັບຕັ້ງແຕ່ ປີ 2000, ຮ່ວມກັບຄູ່ຮ່ວມງານເຊັ່ນ: ອົງການອາຫານໂລກ (WFP), ອົງການບັນເທົາທຸກກາໂຕລິກ (CRS) ແລະ ທະນາຄານໂລກ, ຊຶ່ງໄດ້ຮັບການສະໜັບສະໜູນຈາກຜູ້ໃຫ້ທຶນຫຼາຍປະເທດດ້ວຍກັນ. ແຜນງານສົ່ງເສີມວຽກງານອາຫານທ່ຽງໃນໂຮງຮຽນໄດ້ດຳເນີນການຈັດຕັ້ງປະຕິບັດຢ່າງເປັນທາງການໃນປີ2010ໃນເຂດພື້ນທີ່ບູລິມະສິດຂອງລັດຖະບານໂດຍສະເພາະໃນບັນດາຂົງເຂດທີ່ມີຄວາມສ່ຽງຕໍ່ດ້ານສະບຽງອາຫານ ແລະ ການຂາດສານອາຫານສູງ.ໃນປີ2020, ລັດຖະບານສປປລາວໄດ້ຈັດສັນງົບປະມານເພື່ອສົ່ງເສີມວຽກງານອາຫານໃນໂຮງຮຽນ ແລະ ໃນປີ 2022 ລັດຖະບານ ແຫ່ງ ສປປ ລາວ ໄດ້ອອກດຳລັດວ່າດ້ວຍການສົ່ງເສີມອາຫານທ່ຽງໃນໂຮງຮຽນ.

ການເຂົ້າຮ່ວມດັ່ງກ່າວ ຍັງໄດ້ສ້າງໂອກາດໃຫ້ ສປປ ລາວ ໃນການເຂົ້າຮ່ວມການສົນທະນາໃນລະດັບສາກົນ, ແລກປ່ຽນປະສົບການ ແລະ ຮຽນຮູ້ຈາກຜົນສຳເລັດຂອງບັນດາປະເທດທີ່ເປັນສະມາຊິກ. ໂດຍລວມແລ້ວ, ແມ່ນຈະຊ່ວຍໃຫ້ ສປປ ລາວ ສາມາດບັນລຸບັນດາເປົ້າໝາຍການພັດທະນາໃນລະດັບຊາດ ແລະ ສາກົນຕາມກຳນົດເວລາທີ່ເໝາະສົມ ແລະ ທ້າຍສຸດແລ້ວກໍປະກອບສ່ວນເຂົ້າໃນການພັດທະນາສັງຄົມໃຫ້ມີຄວາມເຂັ້ມແຂງ, ມີການສຶກສາ ແລະ ມີຄວາມຈະເລີນຮຸ່ງເຮືອງຫຼາຍຂຶ້ນ.

ສະຫະພັນອາຫານໃນໂຮງຮຽນແມ່ນການຄຸ້ມຄອງ-ບໍລິຫານຮ່ວມກັນໃນລະດັບສາກົນ ຊຶ່ງປະກອບມີ: ລັດຖະບານ, ຄູ່ຮ່ວມພັດທະນາ, ອົງການຈັດຕັ້ງທີ່ບໍ່ສັງກັດລັດຖະບານ ແລະ ຄູ່ຮ່ວມງານພາກເອກະຊົນທີ່ມີຄວາມມຸ່ງໝັ້ນເພື່ອຮັບປະກັນວ່າເດັກນ້ອຍທຸກຄົນສາມາດເຂົ້າເຖິງອາຫານທີ່ມີໂພຊະນາການໃນໂຮງຮຽນພາຍໃນປີ2030. ສະຫະພັນດັ່ງກ່າວແມ່ນສະໜັບສະໜູນບັນດາປະເທດຕ່າງໆໃນການອອກແບບແລະການຈັດຕັ້ງປະຕິບັດວຽກງານອາຫານໃນໂຮງຮຽນທີ່ມີປະສິດທິພາບເພື່ອປັບປຸງວຽກງານດ້ານໂພຊະນາການ, ການສຶກສາ, ການປົກປ້ອງທາງສັງຄົມ ແລະ ປະກອບສ່ວນເຂົ້າໃນການບັນລຸເປົ້າໝາຍການພັດທະນາແບບຍືນຍົງ.

ສະຫະພັນອາຫານໃນໂຮງຮຽນໄດ້ລິເລີ່ມຈັດຕັ້ງປະຕິບັດໃນປີ 2021 ແລະ ປັດຈຸບັນມີຈຳນວນສະມາຊິກ 100ປະເທດ, 3 ອົງການຈັດຕັ້ງທີ່ກ່ຽວຂ້ອງໃນເຂດພາກພື້ນ ແລະ ຫຼາຍກວ່າ 130 ອົງການຈັດຕັ້ງທີ່ເປັນຄູ່ຮ່ວມງານ. ສະຫະພັນອາຫານໃນໂຮງຮຽນແມ່ນໄດ້ຮັບການຊີ້ນຳ-ນໍາພາໂດຍຄະນະປະຕິບັດງານທີ່ປະກອບດ້ວຍສະຫະພາບອາຝຣິກາ, ລັດຖະບານຂອງປະເທດຝຣັ່ງ, ຟິນແລນ, ເບຣຊິນ, ເຄນຢາ, ຣູວັນດາ, ຍີ່ປຸ່ນ, ຊູແອດ, ຮອນດູຣັສ, ເຊເນການ, ກົວເຕມາລາ, ໄອແລນແລະ ສະຫະລັດອາເມຣິກາ. ອົງການອາຫານໂລກແມ່ນເຮັດໜ້າທີ່ເປັນກອງເລຂາຂອງສະຫະພັນດັ່ງກ່າວ.

(ຂ່າວ: ອົງການອາຫານໂລກ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments