Friday, September 20, 2024
Homeຂ່າວໜ້າໜຶ່ງSCG ສານຝັນເຍົາວະຊົນ Green Generation ໃນ ສປປ ລາວມອບທຶນການສຶກສາ ໂຄງການ SCG Sharing the Dream...

SCG ສານຝັນເຍົາວະຊົນ Green Generation ໃນ ສປປ ລາວມອບທຶນການສຶກສາ ໂຄງການ SCG Sharing the Dream ຕໍ່ເນື່ອງເປັນປີທີ 13

SCG ເປີດຮັບສະໝັກນັກຮຽນ ຈາກ ສປປ ລາວ ເພື່ອເຂົ້າຮ່ວມໂຄງການ “SCG Sharing the Dream 2024” ຊຶ່ງດຳເນີນມາຢ່າງຕໍ່ເນື່ອງເປັນປີທີ 13 ແລ້ວ, ໂດຍໃນປີນີ້ ແມ່ນເນັ້ນເປົ້າໝາຍໃນການສ້າງແຮງບັນດານໃຈໃຫ້ກັບເຍົາວະຊົນຮຸ່ນໃໝ່ ໃນດ້ານການສຶກສາ ແລະ ພັດທະນາຕົນເອງເພື່ອກ້າວສູ່ການເປັນ “Green Generation” ທີ່ມີສັກກະຍະພາບໃນການພັດທະນາສັງຄົມ ແລະ ສິ່ງແວດລ້ອມທີ່ຍືນຍົງ ໃຫ້ສອດຄ່ອງກັບກົນລະຍຸດ ESG4Plus ຂອງ SCG ເພື່ອສ້າງຄວາມກ້າວໜ້າໃນທຸກສັງຄົມ ແລະ ຊຸມຊົນ.
ສຳລັບປີ 2024 ນີ້ SCG ຈະມອບທຶນສະໜັບສະໜູນການສຶກສາ ໃຫ້ນັກຮຽນລະດັບມັດທະຍົມຕອນປາຍ (ມ.5 – ມ.7) ຈາກໂຮງຮຽນລັດຖະບານ ໃນເຂດນະຄອນຫຼວງວຽງຈັນ ແລະ ແຂວງຄຳມ່ວນ ລວມທັງໝົດ 180 ທຶນ ແລະ ທຶນການສຶກສາໃນລະດັບມະຫາວິທະຍາໄລ ສຳລັບສົກຮຽນປີ 2024-2025 ອີກ 5 ທຶນ ໂດຍໄດ້ເນັ້ນສົ່ງເສີມໃຫ້ຜູ້ສະໝັກຮັບທຶນທີ່ມີຄຸນສົມບັດທີ່ດີໃນດ້ານຄວາມຮັບຮູ້ ແລະ ໃສ່ໃຈຕໍ່ບັນຫາສິ່ງແວດລ້ອມ ຫຼື “Green Generation” ເປັນຄົນດີຂອງສັງຄົມ, ມີຄວາມກະຕັນຍູຮູ້ບຸນຄຸນຕໍ່ພໍ່ແມ່, ຄູບາອາຈານ ແລະ ມີຄວາມມຸ່ງໝັ້ນໃນການສຶກສາຮ່ຳຮຽນ.
“SCG ມຸ່ງໝັ້ນ ແລະ ສະໜັບສະໜູນການເຕີບໃຫຍ່ແບບຍືນຍົງ ຄວບຄຸມໃນພູມິພາກອາຊຽນ ຕາມກົນລະຍຸດ ESG4Plus ຊຶ່ງໄດ້ເນັ້ນການເບິ່ງແຍງສິ່ງແວດລ້ອມ, ການຫຼຸດຜ່ອນຄວາມບໍ່ສະເໝີພາບໃນສັງຄົມ ແລະ ສົ່ງເສີມຄວາມຮ່ວມມື ເພື່ອບັນລຸການປ່ອຍກ໊າສເຮືອນແກ້ວໃຫ້ເປັນສູນ ພາຍໃນປີ 2050, ໂຄງການ SCG Sharing the Dream 2024 ໃນປີນີ້ ຈຶ່ງໄດ້ສົ່ງເສີມແນວຄິດ Green Generation ໂດຍເນັ້ນທີ່ຈະສ້າງພະລັງຄົນຮຸ່ນໃໝ່ ໃຫ້ມີຈິດສຳນຶກດ້ານສິ່ງແວດລ້ອມ ແລະ ມີສ່ວນຮ່ວມໃນການສ້າງອະນາຄົດ ສປປ ລາວ ທີ່ຍືນຍົງ” ທ່ານ ປໍຣະເມດ ນິສາກອນເສນ, ຜູ້ຊ່ວຍຜູ້ຈັດການໃຫຍ່ ການບໍລິຫານກາງ ເອັດສຊີຈີ ກ່າວ.
ທັງນີ້, SCG ແນວທາງ ESG4Plus ຂອງ SCG ເປັນແນວທາງການພັດທະນາທີ່ຍືນຍົງ (Sustainable Development) ຊຶ່ງ SCG ໃຊ້ໃນການດຳເນີນທຸລະກິດ ດ້ວຍຄວາມຮັບຜິດຊອບຕໍ່ສັງຄົມ, ຊຸມຊົນ ແລະ ສິ່ງແວດລ້ອມມາຢ່າງຕໍ່ເນື່ອງ ແລະ ໄດ້ຍົກລະດັບສູ່ ESG 4Plus ໄດ້ແກ່ 1. ເປົ້າໝາຍ Net Zero; 2. GO Green; 3. Lean ຄວາມບໍ່ສະເໝີພາບ; ແລະ 4. ເນັ້ນການຮ່ວມມື ເພື່ອເຂົ້າໄປມີສ່ວນຮ່ວມແກ້ປັນຫາຂອງໂລກ ໂດຍຍຶດຫຼັກຄວາມເຊື່ອໝັ້ນ ແລະ ໂປ່ງໃສ ເປັນຫົວໃຈໃນການດຳເນີນທຸລະກິດ ເພື່ອສົ່ງມອບໃຫ້ໂລກທີ່ໜ້າຢູ່ ແລະ ຍືນຍົງ ໃຫ້ຄົນຮຸ່ນຕໍ່ໄປ.
ນັກຮຽນລະດັບມັດທະຍົມຕອນປາຍ ແລະ ມະຫາວິທະຍາໄລ ສາມາດດາວໂຫຼດໃບສະໝັກ ແລະ ອ່ານລາຍລະອຽດຕ່າງໆ ໄດ້ແລ້ວ ທີ່ເພຈ https://fb.com/SCGBrandlaos ຕັ້ງແຕ່ມື້ນີ້ເປັນຕົ້ນໄປ ຈົນເຖິງ ວັນທີ 30 ກັນຍາ 2024 ນີ້.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments