Thursday, September 19, 2024
Homeຂ່າວການເມືອງງານໂລະລາດໃນງານບຸນຫໍ່ເຂົ້າປະດັບດິນ ຢູ່ນະຄອນ ຫຼວງພະບາງ ປີນີ້ຈັດຂຶ້ນເປັນກິດຈະກຳສຳຄັນໃນປີທ່ອງທ່ຽວລາວ 2024

ງານໂລະລາດໃນງານບຸນຫໍ່ເຂົ້າປະດັບດິນ ຢູ່ນະຄອນ ຫຼວງພະບາງ ປີນີ້ຈັດຂຶ້ນເປັນກິດຈະກຳສຳຄັນໃນປີທ່ອງທ່ຽວລາວ 2024

ຕອນເຊົ້າ ວັນທີ່ 1 ກັນຍາ 2024 ນີ້, ອົງການປົກຄອງນະຄອນ ຫຼວງພະບາງ ໄດ້ຈັດງານໂລະລາດ ຫຼື ລົງຕະຫຼາດນັດແບບມວນຊົນ, ໂອກາດບຸນຫໍ່ເຂົ້າປະດັບດິນຊ່ວງເຮືອເດືອນເກົ້າ ປະຈຳປີ ພສ 2567 ຄສ 2024, ມີ ທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ, ທ່ານ ສົມສະຫວາດ ເລັ່ງສະຫັວດ ອະດິດຮອງນາຍົກລັດຖະມົນຕີ, ພ້ອມດ້ວຍການນຳຂັ້ນແຂວງ, ຂັ້ນນະຄອນ-ເມືອງ, ມວນຊົນທັງພາຍໃນ ແລະ ຕ່າງປະເທດ ເຂົ້າຮ່ວມເປັນຈຳນວນຫຼວງຫຼາຍ ເຕັມໄປດ້ວຍບັນຍາກາດຟົດຟື້ນມ່ວນຊື່ນ.

ທ່ານ ບຸນເລື່ອມ ມະນີວົງ ຮອງເຈົ້າແຂວງຫຼວງພະບາງ ປະທານຈັດງານບຸນຫໍ່ເຂົ້າປະດັບດີນ ຊ່ວງເຮືອເດືອນເກົ້າ ຫໍ່ເຂົ້າປະດັບດີນ ທີ່ນະຄອນ ຫຼວງພະບາງ ປະຈຳປີ ພສ 2567 ຄສ 2024 ໄດ້ໃຫ້ສຳພາດວ່າ: ໃນປີນີ້ ອົງການປົກຄອງແຂວງ ກໍຄືນະຄອນ ຫຼວງພະບາງ ໄດ້ເປີດກວ້າງການຈັດງານບຸນ ໂດຍເຊີນເອົາເຮືອຊ່ວງ ແລະສີພາຍຈາກຕ່າງແຂວງເຂົ້າຮ່ວມແຂ່ງຂັນ, ສ່ວນການໂລະລາດ ໄດ້ປຸກລະດົມໃຫ້ປະຊາຊົນ ນຳເອົາສີນຄ້າ ມາວາງຂາຍໃຫ້ຫຼາຍທັງໄດ້ມີການຄຸ້ມຄອງ ແລະ ຈັດສັນໃຫ້ເປັນລະບຽບຮຽບຮ້ອຍ ຊຶ່ງບັນດາກິດຈະກຳໄດ້ມີຂຶ້ນແຕ່ວັນທີ່ 24 ສີງຫາເປັນຕົ້ນມາ ຊຶ່ງທຸກກິດຈະກຳລ້ວນແຕ່ເປັນປະເພນີສືບທອດກັນມາແຕ່ເຫີງນານ.

ໂອກາດບຸນຫໍ່ເຂົ້າປະດັບດີນໃນປີນີ້ ໄດ້ກຳນົດເອົາຖະໜົນສີ ສະຫວ່າງວົງ (ເສັ້ນທາງກາງເມືອງ) ເລີ່ມແຕ່ 3 ແຍກບ້ານຈູ້ມຄ້ອງ (ໜ້າຫໍພະບາງ) ຫາ 3 ແຍກ ພະແນກໂຍທາທິການ ແລະ ຂົນສົ່ງແຂວງ, ໂດຍມີ ບັນດາພໍ່ຄ້າ, ແມ່ຄ້າ-ຊາວຂາຍ ທັງພາຍໃນ, ແຂວງອ້ອມຂ້າງ ແລະ ຕ່າງປະເທດ ພ້ອມດ້ວຍປະຊາຊົນພາຍໃນແຂວງຫຼວງພະບາງ ໄດ້ນຳເອົາສິນຄ້າກະສິກຳ ແລະ ຜະລິດຕະພັນ ສີໄມ້ລາຍມືຂອງຕົນ ມາວາງສະແດງຂາຍ ເປັນຕົ້ນ ເຄື່ອງຫັດຖະກຳ, ອຸດສາຫະກຳ, ເຄື່ອງນຸ່ງຫົ່ມ, ເຄື່ອງປ່າຂອງດົງ, ເຄື່ອງອຸປະໂພ-ບໍລິໂພກ, ເຄື່ອງໃຊ້ໃນຄົວເຮືອນ, ອາຫານ-ເຄື່ອງກິນດື່ມ ແລະ ໝາກໄມ້ຊະນິດຕ່າງໆ ທີ່ນຳມາປະກອບເປັນເຂົ້າຫໍ່ໂປ້ ຫຼື ເຂົ້າປະດັບດີນ. ພາຍຫຼັງສຳເລັດການໂລະລາດ ປະຊາຊົນບັນດາເຜົ່າ ຈະໄດ້ກະກຽມເຄື່ອງວັດຖຸທານ ເປັນຕົ້ນ ເຮັດເຂົ້າຕົ້ມ-ເຂົ້າໜົມ ພິເສດແມ່ນເຮັດເຂົ້າຫໍ່ໂປ້ ຫຼື ຫໍ່ເຂົ້າປະດັບດີນ ເພື່ອປະກອບພິທີໃນມື້ບຸນຫໍ່ເຂົ້າປະດັບດີນ, ສ່ວນມື້ແຮມ 14 ຄໍ່າ ກົງກັບວັນທີ່ 2 ກັນຍາ ຊຶ່ງເປັນມື້ບຸນຫໍ່ເຂົ້າປະດັບດີນ, ເລີ້ມແຕ່ຕອນເຊົ້າ ເວລາ 6 ໂມງເຊົ້າ ການນໍາພັກ-ລັດ ຈະໄດ້ຮ່ວມກັນໃສ່ບາດແດ່ພະສົງ ສາມະເນນ ທີ່ໜ້າວັດແສນສຸຂາຣາມ ຈາກນັ້ນເວລາ 9 ໂມງ ຈະໄດ້ເຕົ້າໂຮມແຂກ-ມວນຊົນ ແລະ ເຮືອຊ້ວງທີ່ເຂົ້າຮ່ວມແຂ່ງຂັນ ທີ່ຜາມໄຊເຮືອຊ່ວງ ບ້ານຊຽງທອງ-ຄີລີ ເພື່ອຈັດງານບຸນຊ່ວງເຮືອປະເພນີ ແລະ ດຳເນີນການຊ່ວງເຮືອຕະຫຼອດວັນ.

(ຂ່າວ: ຫຼວງພະບາງ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments