Friday, September 20, 2024
Homeຂ່າວການເມືອງທ່ານ ສະເຫຼີມໄຊ ກົມມະສິດ ຕ້ອນຮັບອຸປະທູດກູເວດ ອຳລາ

ທ່ານ ສະເຫຼີມໄຊ ກົມມະສິດ ຕ້ອນຮັບອຸປະທູດກູເວດ ອຳລາ

…..

ໃນຕອນເຊົ້າຂອງວັນທີ 30 ສິງຫາ ນີ້ ທີ່ ກະຊວງການຕ່າງປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມອໍາລາຂອງ ທ່ານ ອັບດຸນຣາສຊາ ອາລຄູລີຟາ (Abdulrazzaq Alkhuleefah) ອຸປະທູດ ແຫ່ງ ລັດກູເວດປະຈຳ ສປປ ລາວ, ໃນໂອກາດສໍາເລັດໜ້າທີ່ການທູດຂອງຕົນຢູ່ ສປປ ລາວ.

ໃນໂອກາດນີ້, ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຂອບໃຈ ແລະ ຊົມເຊີຍຕໍ່ຜົນສໍາເລັດການເຄື່ອນໄຫວວຽກງານການທູດ ຂອງ ທ່ານອຸປະທູດກູເວດ ປະຈໍາ ສປປ ລາວ ນັບແຕ່ປີ 2021 ເຖິງປັດຈຸບັນ ທີ່ໄດ້ປະກອບສ່ວນອັນສໍາຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງສອງປະເທດ ລາວ-ກູເວດ; ພ້ອມທັງໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈຕໍ່ລັດຖະບານ ແລະ ປະຊາຊົນ ກູເວດ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອ ສປປ ລາວ ໃນຕະຫຼອດໄລຍະຜ່ານມາ ຊຶ່ງໄດ້ປະກອບສ່ວນເຂົ້າໃນການພັດທະນາພື້ນຖານໂຄງລ່າງ ແລະ ເສດຖະກິດ-ສັງຄົມ ຢູ່ ສປປ ລາວ, ແລະ ສະແດງຄວາມຫວັງວ່າ ລັດຖະບານ ກູເວດ ຈະສືບຕໍ່ໃຫ້ການສະໜັບສະໜູນ ສປປ ລາວ ໃນຕໍ່ຫນ້າ. ນອກຈາກນັ້ນ, ທ່ານ ລັດຖະມົນຕີກະຊວງການຕ່າງປະເທດ ຍັງໄດ້ແຈ້ງໃຫ້ຊາບ ກ່ຽວກັບ ຄວາມພ້ອມໃນການກະກຽມເປັນເຈົ້າພາບ ແລະ ປະທານກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ທີ່ຈະມີຂຶ້ນໃນເດືອນຕຸລາ 2024 ນີ້. ໃນຕອນທ້າຍ ສະເຫຼີມໄຊ ກົມມະສິດ ໄດ້ຝາກຄວາມຢື້ຢາມຖາມຂ່າວ ເຖິງ ທ່ານລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ລັດກູເວດ ແລະ ໄດ້ອວຍພອນໃຫ້ ທ່ານ ອັບດຸນຣາສຊາ ອາລຄູລີຟາ ຈົ່ງເດີນທາງກັບຄືນປະເທດດ້ວຍຄວາມສະຫວັດດີພາບ ແລະ ປະສົບຜົນສໍາເລັດໃນໜ້າທີ່ອັນໃໝ່ຍິ່ງໃຫຍ່ກວ່າເກົ່າ ພ້ອມທັງສືບຕໍ່ປະກອບສ່ວນຮັດແໜ້ນສາຍພົວພັນຮ່ວມມື ລາວ-ກູເວດ ໃນອະນາຄົດ.

ໃນຂະນະດຽວກັນ, ທ່ານ ອັບດຸນຣາສຊາ ອາລຄູລີຟາ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ຄໍາອວຍພອນອັນປະເສີດ ພ້ອມທັງໄດ້ໃຫ້ຄໍາໝັ້ນສັນຍາວ່າ ຈະສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງສອງປະເທດ ໃຫ້ມີຜົນສໍາເລັດອັນໃໝ່ ໃນອະນາຄົດ ເພື່ອນໍາເອົາຜົນປະໂຫຍດມາສູ່ປະຊາຊົນສອງຊາດ ລາວ-ກູເວດ. ພ້ອມນັ້ນ, ກໍໄດ້ສະແດງຄວາມຊົມເຊີຍຕໍ່ການເປັນເຈົ້າພາບ ແລະ ປະທານກອງປະຊຸມອາຊຽນຂອງ ສປປ ລາວ ພ້ອມທັງໄດ້ອວຍພອນໃຫ້ ສປປ ລາວ ປະສົບຜົນສໍາເລັດໃນການເປັນປະທານອາຊຽນ ໃນປີ 2024 ນີ້.

ຂ່າວ: ກະຊວງການຕ່າງປະເທດ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments