Friday, September 20, 2024
Homeຂ່າວໜ້າໜຶ່ງຜົນສໍາເລັດກອງປະຊຸມ ລມຕ ອາຊຽນ ວ່າດ້ວຍການຕ້ານອາຊະຍາກຳຂ້າມຊາດ ຄັ້ງທີ 18

ຜົນສໍາເລັດກອງປະຊຸມ ລມຕ ອາຊຽນ ວ່າດ້ວຍການຕ້ານອາຊະຍາກຳຂ້າມຊາດ ຄັ້ງທີ 18

……

ກອງປະຊຸມລັດຖະມົນຕີ (ລມຕ) ອາຊຽນ ວ່າດ້ວຍການຕ້ານອາຊະຍາກຳຂ້າມຊາດ ຄັ້ງທີ 18 ທີ່ ສປປ ລາວ ເປັນເຈົ້າພາບ ໄດ້ສໍາເລັດລົງໃນວັນທີ 29 ສິງຫາ ນີ້ ທີ່ໂຮງແຮມລາດຊະວົງ ວັນດາວິສຕ້າ ນະຄອນຫຼວງວຽງຈັນ ສປປ ລາວ. ໂດຍພາຍໃຕ້ການເປັນປະທານຂອງທ່ານ ພົນເອກ ວິໄລ ຫຼ້າຄໍາຟອງ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ (ປກສ), ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ກາວ ກິມ ຮຸນ ເລຂາທິການໃຫຍ່ອາຊຽນ ມີບັນດາລັດຖະມົນຕີທີ່ຮັບຜິດຊອບວຽກງານຕ້ານອາຊະຍາກໍາຂ້າມຊາດປະເທດສະມາຊິກອາຊຽນ, ຕີມໍແລັດສະເຕ, ປະເທດຄູ່ຮ່ວມເຈລະຈາພ້ອມດ້ວຍຄະນະຜູ້ແທນຮັບຜິດຊອບວຽກງານຕ້ານອາຊະຍາກໍາຂ້າມຊາດເຂົ້າຮ່ວມ.

ການດໍາເນີນກອງປະຊຸມລັດຖະມົນຕີອາຊຽນວ່າດ້ວຍການຕ້ານອາຊະຍາກຳຂ້າມຊາດ ຄັ້ງທີ 18 ທີ່ ສປປ ລາວເປັນເຈົ້າພາບໃນຄັ້ງນີ້ ຊຶ່ງກ່ອນເປີດກອງປະຊຸມດັ່ງກ່າວ ກໍໄດ້ມີກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ເພື່ອກະກຽມໃຫ້ແກ່ກອງປະຊຸມລັດຖະມົນຕີອາຊຽນວ່າດ້ວຍການຕ້ານອາຊະຍາກໍາຂ້າມຊາດ ຄັ້ງທີ 18, ກອງປະຊຸມເຈົ້າ ໜ້າທີ່ອາວຸໂສອາຊຽນ +3 ເພື່ອກະກຽມໃຫ້ແກ່ກອງປະຊຸມລັດຖະມົນຕີອາຊຽນ +3 ວ່າດ້ວຍການຕ້ານອາຊະຍາກໍາຂ້າມຊາດ ຄັ້ງທີ 14, ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ + ສປ ຈີນ ເພື່ອກະກຽມໃຫ້ແກ່ກອງປະຊຸມລັດຖະມົນຕີອາຊຽນ + ສປ ຈີນ ວ່າດ້ວຍການຕ້ານອາຊະຍາກຳຂ້າມຊາດ ຄັ້ງທີ 11, ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ + ຍິ່ປຸ່ນ ເພື່ອກະກຽມໃຫ້ແກ່ກອງປະຊຸມລັດຖະມົນຕີອາຊຽນ + ຍິ່ປຸ່ນ ວ່າດ້ວຍການຕ້ານອາຊະຍາກໍາຂ້າມຊາດ ຄັ້ງທີ 9 ແລະ ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ + ສ ເກົາຫຼີ ເພື່ອກະກຽມໃຫ້ແກ່ກອງປະຊຸມລັດຖະມົນຕີອາຊຽນ + ສ ເກົາຫຼີ ວ່າດ້ວຍການຕ້ານອາຊະຍາກຳຂ້າມຊາດ ຄັ້ງທີ 5 ຊຶ່ງແຕ່ລະກອງປະຊຸມໄດ້ພ້ອມກັນທົບທວນຄືນຜົນຂອງການຮ່ວມມືຕ້ານອາຊະຍາກໍາຂ້າມຊາດຂອງບັນດາປະເທດສະມາຊິກອາຊຽນ ແລະ ລະຫວ່າງອາຊຽນ ກັບຄູ່ຮ່ວມເຈລະຈາ ໃນໄລຍະຜ່ານມາ ເປັນຕົ້ນແມ່ນການສະກັດກັ້ນບັນຫາຢາເສບຕິດ, ການກໍ່ການຮ້າຍ, ການຄ້າມະນຸດ, ການລັກລອບຄ້າຂາຍອາວຸດເສິກ, ອາຊະຍາກໍາທາງເສດຖະກິດ, ການຟອກເງີນ, ອາຊະຍາກໍາທາງຄອມພິວເຕີ, ການໂຈລະກໍາທາງທະເລ, ການຄ້າຂາຍສັດປ່າ ແລະ ໄມ້ຫວງຫ້າມ ແລະ ການລັກລອບນໍາຄົນເຂົ້າ-ອອກເມືອງ, ຜູ້ແທນທີ່ເຂົ້າຮ່ວມໄດ້ຍົກສູງຄວາມຮັບຜິດຊອບຄົ້ນຄວ້າບັນຫາທີ່ສໍາຄັນ ເພື່ອເຮັດໃຫ້ການພົວພັນຮ່ວມມືລະຫວ່າງປະເທດສະມາຊິກອາຊຽນດ້ວຍກັນ ແລະ ອາຊຽນກັບຄູ່ຮ່ວມເຈລະຈາ ໃນການສະກັດກັ້ນ ແລະ ຕ້ານອາຊະຍາກໍາຂ້າມຊາດ ໃນຕໍ່ໜ້າມີປະສິດທິພາບສູງຂຶ້ນ.

ໃນວາລະກອງປະຊຸມ ໄດ້ມີພິທີມອບ-ຮັບໜ້າທີ່ ໃນການເປັນປະທານກອງປະຊຸມລັດຖະມົນຕີອາຊຽນວ່າດ້ວຍການຕ້ານອາຊະຍາກໍາຂ້າມຊາດໃນຄັ້ງຕໍ່ໄປ (ຄັ້ງທີ 19) ທີ່ປະເທດມາເລເຊຍຈະເປັນເຈົ້າພາບໂດຍການກ່າວມອບຂອງ ທ່ານ ພົນເອກ ວິໄລ ຫຼ້າຄໍາຟອງ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ, ໂດຍທ່ານໄດ້ສະແດງຄວາມຮູ້ສຶກເປັນກຽດ ແລະ ພາກພູມໃຈ ຢ່າງຍິ່ງທີ່ ສປປ ລາວ ໄດ້ເປັນເຈົ້າພາບ ແລະ ປະທານກອງປະຊຸມລະດັບລັດຖະມົນຕີອາຊຽນ ວ່າດ້ວຍການຕ້ານອາຊະຍາກຳຂ້າມຊາດ ຄັ້ງທີ 18, ກໍຄືກອງປະຊຸມຂອງເຈົ້າໜ້າທີ່ອາວຸໂສ ແລະ ກອງປະຊຸມໜ່ວຍງານວິຊາການທີ່ກ່ຽວຂ້ອງ ໃນປີ 2024 , ພ້ອມນີ້, ທ່ານ ດາຕຸກ ເຊີຣີ ໄຊຟູດິນ ນາຊູຕີຢອນ ບິນ ອິດສະມາອິວ ລັດຖະມົນຕີກະຊວງພາຍໃນ ທັງເປັນລັດຖະມົນຕີຮັບຜິດຊອບວຽກງານຕ້ານອາຊະຍາກໍາຂ້າມຊາດ ແຫ່ງ ມາເລເຊຍກໍໄດ້ຂຶ້ນກ່າວຮັບໜ້າທີ່ ຊຶ່ງທ່ານໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ກັບ ສປປ ລາວ ທີ່ໄດ້ເອົາໃຈໃສ່ ແລະ ສຸມທຸກກໍາລັງແຮງ ເຂົ້າໃນການກະກຽມ ແລະ ດໍາເນີນກອງປະຊຸມລັດຖະມົນ ຕີອາຊຽນວ່າດ້ວຍການຕ້ານອາຊະຍາກໍາຂ້າມຊາດ ຄັ້ງທີ 18 ເຮັດໃຫ້ກອງປະຊຸມດັ່ງກ່າວມີຜົນສໍາເລັດຢ່າງຈົບງາມ, ທ່ານເຊື່ອໝັ້ນວ່າຜ່ານກອງປະຊຸມຄັ້ງນີ້ຈະເຮັດໃຫ້ວຽກງານການຮ່ວມມືລະຫວ່າງບັນດາປະເທດອາຊຽນ ແລະ ລະຫວ່າງອາຊຽນ ກັບຄູ່ຮ່ວມເຈລະຈາ ໃນການຕ້ານອາຊະຍາກໍາຂ້າມຊາດ ມີບາດກ້າວທີ່ດີຂື້ນ. ພ້ອມນີ້, ທ່ານຍັງໄດ້ຢືນຢັນວ່າ ປະເທດມາເລເຊຍ ຈະສຸມໃສ່ຢ່າງຮອບດ້ານຕໍ່ກັບການເປັນປະທານກອງປະຊຸມລັດຖະມົນຕີອາຊຽນວ່າດ້ວຍການຕ້ານອາຊະຍາກໍາຂ້າມຊາດຄັ້ງທີ 19 ທີ່ ມາເລເຊຍຈະເປັນເຈົ້າພາບ ໃຫ້ມີຜົນສໍາເລັດເປັນຢ່າງດີ.

ກອງປະຊຸມໄດ້ຮັບຟັງການລາຍງານກ່ຽວກັບສະພາບການທີ່ພົ້ນເດັ່ນ ແລະ ຜົນສໍາເລັດຂອງກອງປະຊຸມທີ່ຂຶ້ນກັບກົນໄກກອງປະຊຸມລັດຖະມົນຕີອາຊຽນວ່າດ້ວຍການຕ້ານອາຊະຍາກຳຂ້າມຊາດ; ພິເສດ, ກອງປະຊຸມໄດ້ຮັບຮອງເອົາຫຼາຍເອກະສານທີ່ຈໍາເປັນສໍາລັບການຮ່ວມມືໃນຕໍ່ໜ້າ, ໃນນັ້ນ ມີເອກະສານກ່ຽວກັບການສ້າງຕັ້ງກອງປະຊຸມໜ່ວຍງານວິຊາການວ່າດ້ວຍການຕ້ານການລັກລອບນໍາ ຄົນເຂົ້າ-ອອກເມືອງ ແລະ ເອກະສານບຸລິມະສິດຂອງປະທານກອງປະຊຸມ ປີ 2024 ຈຳນວນ 6 ສະບັບ ຄື:1. ຖະແຫຼງການວຽງຈັນ ວ່າດ້ວຍການເພີ່ມທະວີການຮ່ວມມືປະຕິບັດກົດໝາຍຕ້ານການ ຫຼອກລວງຈ້າງງານທາງອອນລາຍ; 2. ລະບຽບການ ວ່າດ້ວຍການປະສານງານທີ່ມີປະສິດທິພາບຂອງຈຸດປະສານງານກອງ ປະຊຸມລັດຖະມົນຕີອາຊຽນວ່າດ້ວຍການຕ້ານອາຊະຍາກຳຂ້າມຊາດ ແລະ ກົນໄກທີ່ຂຶ້ນກັບ; 3. ລະບຽບການປະຕິບັດ ແລະ ພິທີການສໍາລັບກອງປະຊຸມລັດຖະມົນຕີອາຊຽນ ວ່າດ້ວຍ ການຕ້ານອາຊະຍາກຳຂ້າມຊາດ ແລະ ກົນໄກທີ່ຂຶ້ນກັບ;4. ເອກະສານໂຄງຮ່າງບົດສະເໜີໂຄງການ ສໍາລັບການຈັດຕັ້ງປະຕິບັດຂໍ້ລິເລີ່ມ ພາຍໃຕ້ ກອງປະຊຸມລັດຖະມົນຕີອາຊຽນ ວ່າດ້ວຍການຕ້ານອາຊະຍາກຳຂ້າມຊາດ ແລະ ກົນໄກທີ່ຂຶ້ນກັບ; 5. ເອກະສານພາລະບົດບາດຂອງກອງປະຊຸມລັດຖະມົນຕີອາຊຽນ ວ່າດ້ວຍການຕ້ານອາ ຊະຍາກຳຂ້າມຊາດ ແລະ 6. ຖະແຫຼງການຜູ້ນໍາອາຊຽນ ວ່າດ້ວຍການເພີ່ມທະວີການຮ່ວມມືຕ້ານການລັກລອບຄ້າຂາຍຢາເສບຕິດ ແລະ ສານເຄມີຕົ້ນ, ເອກະສານສະບັບນີ້ ຈະໄດ້ສືບຕໍ່ນໍາສະເໜີຮັບຮອງໃນ ກອງປະຊຸມສຸດຍອດອາຊຽນ ໃນເດືອນ ຕຸລາ 2024 ນີ້.

ຂ່າວ: ຍຸຸພິນທອງ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments