Home ຂ່າວພາຍໃນ Vietjet ຍັງຄົງສືບຕໍ່ຮັກສາໄຊຊະນະ ຈາກການເປັນໜຶ່ງໃນ 50 ບໍລິສັດຈົດທະບຽນອັນດັບຕົ້ນໆຂອງຫວຽດນາມ ປະຈຳປີ 2024

Vietjet ຍັງຄົງສືບຕໍ່ຮັກສາໄຊຊະນະ ຈາກການເປັນໜຶ່ງໃນ 50 ບໍລິສັດຈົດທະບຽນອັນດັບຕົ້ນໆຂອງຫວຽດນາມ ປະຈຳປີ 2024

0
25

(ນະຄອນຫຼວງວຽງຈັນ, ວັນທີ 28 ສິງຫາ 2024) – Vietjet ໄດ້ຮັບກຽດອີກຄັ້ງໜຶ່ງໃນການເປັນໜຶ່ງໃນ 50 ບໍລິສັດຈົດທະບຽນອັນດັບຕົ້ນໆຂອງຫວຽດນາມ ໃນປີ 2024 ໂດຍວາລະສານ Forbes ຂອງຫວຽດນາມ, ເຊິ່ງລວມມີວິສາຫະກິດຊັ້ນນໍາໃນຂະແໜງການຕ່າງໆ ໃນບັນຊີລາຍຊື່ປະຈຳປີທີ່ສະແດງໃຫ້ເຫັນບັນດາວິສາຫະກິດຊັ້ນນຳໃນຕະຫຼາດຫຼັກຊັບຂອງປະເທດ.

Vietjet, ຖືກຈັດອັນດັບທີ 5 ໃນດ້ານລາຍຮັບຂອງບັນດາບໍລິສັດຈົດທະບຽນທີ່ດີທີ່ສຸດ, ເຊິ່ງໄດ້ລາຍງານລາຍຮັບທີ່ປະທັບໃຈໃນປີ 2023 ຢູ່ທີ່ 58.300 ຕື້ດົງ (ປະມານ 2,3 ຕື້ໂດລາສະຫະລັດ), ສະທ້ອນໃຫ້ເຫັນເຖິງ ການເຕີບໂຕທີ່ໂດດເດັ່ນປະຈຳປີ ຢູ່ທີ່ 45%. ການ​ເຕີບ​ໂຕ​ທີ່​ສຳຄັນ​ນີ້ ​ໄດ້​ຊີ້​ໃຫ້​ເຫັນ​ເຖິງ​ຍຸດ​ທະ​ສາດ ຂອງ​ການ​ຟື້ນ​ຕົວ​ທີ່​ແຂງແຮງ​ຂອງ Vietjet ​ແລະ ​ການ​ເຕີບ​ໂຕ​ແບບ​ຍືນ​ຍົງ.

Vietjet ໄດ້ເປີດບໍລິການເສັ້ນທາງ ນະຄອນຫຼວງວຽງຈັນ-ໂຮ່ຈີມິນ ໂດຍມີຖ້ຽວບິນໄປກັບ 4 ຖ້ຽວຕໍ່ອາທິດ ໃນທຸກວັນຈັນ, ວັນພຸດ, ວັນສຸກ ແລະ ວັນອາທິດ ໂດຍໃຊ້ເວລາບິນແມ່ນມີພຽງ 1 ຊົ່ວໂມງ 45 ນາທີ. ນັກ​ທ່ອງ​ທ່ຽວ​ລາວ​ສາມາດ​ໄປ​ເຖິງ​ສະຖານ​ທີ່​ທ່ອງ​ທ່ຽວ​ອື່ນໆ​ໃນ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້, ອົດ​ສະ​ຕາ​ລີ, ອິນ​ເດຍ, ໃນເຄືອ​ຂ່າຍ​ການບິນຂອງ Vietjet ​ໃນ​ທົ່ວ​ພາກ​ພື້ນ​ອາຊີ – ປາຊີ​ຟິກ ໂດຍຜ່ານ​ຈຸດເຊື່ອມຕໍ່​ຢູ່​ນະ​ຄອນ​ໂຮ່​ຈີມິນ. ນອກຈາກນັ້ນ, ກະຊວງໂຍທາທິການ ແລະ ຂົນສົ່ງລາວ ແລະ ບໍລິສັດ Vietjet ໄດ້ລົງນາມໃນຂໍ້ຕົກລົງວ່າດ້ວຍການສ້າງຕັ້ງໂຮງງານສ້ອມແປງລະບົບບຳລຸງຮັກສາ (MRO) ຢູ່ປະເທດລາວ, ເຊິ່ງແນ່ໃສ່ຊຸກຍູ້ການເຊື່ອມຕໍ່ຂົນສົ່ງທາງອາກາດ ລະຫວ່າງ ລາວ-ຫວຽດນາມ ເພື່ອສ້າງວຽກເຮັດງານທຳໃໝ່ໃຫ້ໄດ້ເຖິງ 2.500 ຕໍາແໜ່ງງານໃນຂະແໜງການບິນ. ຂໍ້​ລິ​ເລີ່ມ​ເຫຼົ່າ​ນີ້​ ແມ່ນ​ໄດ້​ວາງ​ອອກ​ເພື່ອ​ຊຸກ​ຍູ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ ​ແລະ​ ສັງ​ຄົມ. ເພີ່ມ​ທະ​ວີ​ການ​ຄ້າ, ການ​ເຊື່ອມ​ຕໍ່​ການ​ທ່ອງ​ທ່ຽວ, ການ​ແລກ​ປ່ຽນ​ວັດ​ທະ​ນະ​ທໍາ​ລະ​ຫວ່າງ​ລາວ ​ແລະ ພາກ​ພື້ນ.

​ເຖິງ​ແມ່ນວ່າ​ເສດຖະກິດ​ໂລກຈະ​ປະສົບ​ກັບ​ສິ່ງ​ທ້າ​ທາຍ​ຫຼາຍ​ຢ່າງ​ກໍຕາມ​ ແຕ່​ໃນຊ່ວງ 6 ​ເດືອນ​ຕົ້ນ​ປີ 2024, Vietjet ຍັງມີຜົນງານໃນ​ການ​ດຳ​ເນີນ​ທຸລະ​ກິດ​ທີ່ໂດດ​ເດັ່ນ. ໃນອະນາຄົດ, ຍຸດທະສາດຂອງ Vietjet ສຸມໃສ່ຂະຫຍາຍສາຍການບິນ ແລະ ເຄືອຂ່າຍການບິນ, ໂດຍມີແຜນການທີ່ຈະເພີ່ມເຮືອບິນໃໝ່ 10 ລໍາໃນປີ 2024. ສາຍການບິນຫວຽດເຈັດຍັງມຸ່ງໝັ້ນເຖິງການເຕີບໃຫຍ່ແບບຍືນຍົງ ດ້ວຍການເພີ່ມທະວີເສັ້ນທາງການບິນທັງໃນຫວຽດນາມ ແລະ ຕ່າງປະເທດ, ໃນນັ້ນມີຈຸດໝາຍປາຍທາງທີ່ອົດສະຕາລີ, ຍີ່ປຸ່ນ, ສ.ເກົາຫຼີໃຕ້, ສ.ປ ຈີນ, ອິນ​ເດຍ ​ແລະ​ ອື່ນໆ​ອີກ​ຫຼາຍ​ແຫ່ງ, ເພື່ອ​ຕອບ​ສະ​ໜອງ​ຄວາມ​ຕ້ອງ​ການ​ໃນການ​ເດີນ​ທາງ​ຂອງ​ຄົນໃນ​ທ້ອງ​ຖິ່ນ​ ແລະ​ ນັກ​ທ່ອງ​ທ່ຽວ.

ນັບແຕ່ເຂົ້າ IPO ເປັນຕົ້ນມາ, ຫຸ້ນຂອງ Vietjet (HOSE: VJC) ຍັງຄົງໄດ້ຮັບການຕີລາຄາສູງຈາກນັກລົງທຶນທັງພາຍໃນ ແລະ ຕ່າງປະເທດ, ຍ້ອນມີກຳໄລຢ່າງຕໍ່ເນື່ອງ. ສາຍການບິນມັກຖືກຈັດອັນດັບເລື້ອຍໆຢູ່ໃນ Top 50 ຂອງວາລະສານ Forbes ຫວຽດນາມ, Vietjet ຍັງໄດ້ຮັບລາງວັນອີກຫຼາຍຢ່າງ, ລວມທັງ “ການບໍລິຫານການເງິນ – ການບິນທີ່ດີທີ່ສຸດ” ຈາກການເຜີຍແຜ່ຂອງ “International Finance Publication” ແລະ ຍັງເປັນທີ່ຮັບຮູ້ວ່າ ເປັນ 50 ສາຍການບິນອັນດັບຕົ້ນໆສໍາລັບການເງິນໝັ້ນຄົງທີ່ ຈັດໂດຍ Airfinance Journal ແລະ ລາງວັນ “ສາຍການບິນທີ່ມີລາຄາປະຢັດທີ່ສຸດ” ຈາກ AirlineRatings.

NO COMMENTS

LEAVE A REPLY

Please enter your comment!
Please enter your name here