Thursday, September 19, 2024
Homeແຈ້ງການສໍາຄັນແຈ້ງເຕືອນໄພນໍ້າຖ້ວມຊຸ ແລະ ດິນເຈືື່ອນ ວັນທີ 23 ສິງຫາ 2024

ແຈ້ງເຕືອນໄພນໍ້າຖ້ວມຊຸ ແລະ ດິນເຈືື່ອນ ວັນທີ 23 ສິງຫາ 2024

ຮ່ອງຄວາມກົດດັນອາກາດຕໍ່າ ຫລືຮ່ອງຝົນ ຍັງພາດຜ່ານຢູ່ເຂດພາກ ເໜືອຂອງປະເທດລາວ, ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ ພັດປົກຄຸມ. ເຊິ່ງຈະເຮັດໃຫ້ຝົນຍັງຈະສືບຕໍ່ຕົກໃນລະດັບຄ່ອຍ ຫາ ປານກາງຢູ່ທົ່ວໄປໃນແຕ່ລະພາກ ແລະ ຈະຕົກໜັກໜັກຢູ່ບາງທ້ອງຖິ່ນ ໃນໄລຍະວັນທີ 23 – 24 ສິງຫາ 2024 ນີ້.

ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງ ປະຊາຊົນບັນດາເຜົ່າ ແລະ ອົງການປົກຄອງທ້ອງຖິ່ນຢູ່ບັນດາແຂວງ ພາກເໜືອ ແລະ ພາກກາງ ເຊັ່ນ: ແຂວງຜົ້ງສາລີ, ຫົວພັນ, ບໍ່ແກ້ວ, ອຸດົມໄຊ, ຫລວງນໍ້າທາ, ຫລວງພະບາງ, ໄຊຍະບູລີ ແລະ ແຂວງວຽງຈັນ. ຈົ່ງມີສະຕິລະມັດລະວັງຕໍ່ສະພາບຝົນຕົກໜັກຕິດຕໍ່ກັນຫລາຍມື້ທີ່ຈະເຮັດ ໃຫ້ມີດິນເຈືື່ອນ, ຕົ້ນໄມ້ໃຫຍ່ຫັກລົ້ມ, ນໍ້າຖ້ວມຊຸ, ນໍ້າຖ້ວມຍື່ງ ແລະ ທາງສັນຈອນຂາດ ທີ່ຈະເກີດຂຶ້ນໄດ້ໃນໄລຍະນີ້. ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ຢ່າງຕໍ່ເນືື່ອງ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments