Thursday, September 19, 2024
Homeຂ່າວພາຍໃນVietJet ສະເຫຼີມສະຫຼອງຜູ້ໂດຍສານຄົບ 200 ລ້ານຄົນ ພ້ອມກັບໂປຣໂມຊັນສ່ວນຫຼຸດ 20% ໃນໜື່ງເດືອນທຸກເສັ້ນທາງ

VietJet ສະເຫຼີມສະຫຼອງຜູ້ໂດຍສານຄົບ 200 ລ້ານຄົນ ພ້ອມກັບໂປຣໂມຊັນສ່ວນຫຼຸດ 20% ໃນໜື່ງເດືອນທຸກເສັ້ນທາງ

ຂ່າວດີສຳລັບນັກທ່ອງທ່ຽວທີ່ເດີນທາງຈາກລາວໄປຫວຽດນາມ ແລະ ສະຖານທີ່ອື່ນໆ ພ້ອມກັບຈະໄດ້ຮັບຂໍ້ສະເໜີທີ່ດີທີ່ສຸດນໍາອີກ!

(ນະຄອນຫຼວງວຽງຈັນ, ວັນທີ 22 ສິງຫາ 2024) – Vietjet ກໍາລັງສະເຫຼີມສະຫຼອງວັນສຳຄັນທີ່ມີຜູ້ໂດຍສານຄົບ 200 ລ້ານຄົນ ໂດຍການເປີດຕົວໂປຣໂມຊັນພິເສດຕະຫຼອດ 01 ເດືອນ ຕັ້ງແຕ່ມື້ນີ້ຈົນຮອດວັນທີ 15 ກັນຍາ 2024, ນັກທ່ອງທ່ຽວສາມາດຮັບສ່ວນຫຼຸດ 20% (ຕາມເງື່ອນໄຂ ແລະ ຂໍ້ກໍານົດ) ໃນເສັ້ນທາງນະຄອນຫຼວງວຽງຈັນ-ນະຄອນໂຮ່ຈິມິນ ແລະ ທຸກຖ້ຽວບິນໃນເຄືອຂ່າຍຂອງ Vietjet ໂດຍໃຊ້ລະຫັດໂປຣໂມຊັນ VJ200 ເມື່ອຈອງຜ່ານທາງ www.vietjetair.com ຫຼື ແອັບມືຖື Vietjet Air.

ຂໍ້ສະເໜີພິເສດນີ້ ສາມາດໃຊ້ກັບປີ້ຍົນປະເພດ Eco ແລະ ໃຊ້ໄດ້ສຳລັບການເດີນທາງ ຕັ້ງແຕ່ມື້ນີ້ຈົນຮອດວັນທີ 15 ພະຈິກ 2024. ເຊິ່ງເປັນເວລາທີ່ເໝາະສົມແກ່ການສຳຜັດກັບລະດູໃບໄມ້ຫຼົ່ນ ທີ່ໜ້າຕື່ນຕາຕື່ນໃຈ ໃນທົ່ວຫວຽດນາມ ແລະ ຈຸດໝາຍປາຍທາງອື່ນໆ ໃນຂອບເຂດທະວິບອາຊີ ຫຼື ຈະໄປສຳຫຼວດລະດູໃບໄມ້ປົ່ງທີ່ສົດຊື່ນຂອງປະເທດອົດສະຕາລີກໍໄດ້ເຊັ່ນກັນ. ປັດຈຸບັນ Vietjet ໃຫ້ບໍລິການເສັ້ນທາງການບິນຫຼາຍກວ່າ 149 ເສັ້ນທາງ ທັງພາຍໃນ ແລະ ຕ່າງປະເທດ. ໃນນັ້ນມີ 38 ເສັ້ນທາງພາຍໃນ ແລະ ມີ 111 ເສັ້ນທາງຕ່າງປະເທດ, ພ້ອມກັບສະໜອງການບໍລິການໃຫ້ແກ່ນັກທ່ອງທ່ຽວຊາວລາວ ພ້ອມກັບເສັ້ນທາງໂດຍກົງທີ່ເຊື່ອມຕໍ່ຈາກນະຄອນຫຼວງວຽງຈັນ ຫາ ນະຄອນໂຮ່ຈີມິນ. ນັກ​ທ່ອງ​ທ່ຽວລາວ​ ບໍ່​ພຽງ​ແຕ່​ສາມາດ​​ທ່ຽວ​ສູນລວມ​ເສດຖະກິດ ​ແລະ ສະຖານທີ່ທ່ອງ​ທ່ຽວ​ທີ່​ໃຫຍ່​ທີ່​ສຸດ​ຂອງ​ຫວຽດນາມ​ເທົ່າ​ນັ້ນ​, ຫາກ​ຍັງ​ສາມາດ​ໄປ​ທ່ຽວ​ຊົມ​ແຫຼ່ງທ່ອງທ່ຽວ​ ທີ່​ມີ​ຊື່​ສຽງ​ຂອງ​ຫວຽດນາມ ​ເຊັ່ນ: Da Nang, Hue, Nha Trang, Phu Quoc, Hanoi ​ແລະ ​ບັນດາ​ສະຖານ​ທີ່​ທ່ອງ​ທ່ຽວຫຼາຍແຫ່ງໃນ​ພາກ​ພື້ນ​ອາຊີ​ປາຊີ​ຟິກ​ເຊັ່ນ: ສ.​ເກົາຫຼີ. , ຍີ່ປຸ່ນ, ອົດສະຕາລີ, ອິນເດຍ, ແລະ ອື່ນໆ

​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ​ຜູ້​ໂດຍສານ​ຄົບ 200 ລ້ານ​​ຄົນ, ສາຍ​ການ​ບິນ​ຍັງ​ໄດ້​ມອບ​ປີ້ຍົນ 2 ລ້ານ​ໃບ ໃນ​ລາຄາ​ເລີ່ມຕົ້ນ​ພຽງ 55 ​ໂດ​ລາ​ສະຫະລັດ/ຖ້ຽວ​ (​ລວມພາສີ​ແລະ​ຄ່າ​ທຳນຽມ) ​ໃນ​​ເສັ້ນທາງ​ສາຍ​ການບິນ​ນະຄອນຫຼວງວຽງ​ຈັນ-ນະຄອນ​ໂຮ່ຈິ​ມິນ ​ແລະ ​ເສັ້ນທາງ​ອື່ນໆ​ຂອງ Vietjet ​ທັງພາຍໃນຫວຽດນາມ ​ແລະ ຕ່າງປະເທດ. ລາຄາໂປຣໂມຊັນເຫຼົ່ານີ້ມີໃຫ້ຈອງໃນຊ່ວງ “ນາທີທອງ” ເວລາ 12:00 ຫາ 14:00 ໂມງ (UTC+7) ຂອງທຸກໆມື້ ຈົນຮອດວັນທີ 31 ສິງຫາ 2024. ສໍາລັບການເດີນທາງແມ່ນເລີ່ມຕັ້ງແຕ່ວັນທີ 4 ກັນຍາ 2024 ຫາ 22 ພຶດສະພາ 2025 (ຕາມເງື່ອນໄຂ ແລະ ຂໍ້ກໍານົດ).

Vietjet ມຸ່ງໝັ້ນທີ່ຈະຊຸກຍູ້ສາຍການບິນດ້ວຍການເພີ່ມເຮືອບິນໃໝ່ 10 ລຳ ທີ່ມີກຳນົດຈັດສົ່ງໃນຊ່ວງທ້າຍປີ 2024. ເຮືອບິນເຫຼົ່ານີ້ ແມ່ນ A321neo ACF ລຸ້ນທີ່ທັນສະໄໝ, ເຊິ່ງຈະສະໜັບສະໜູນການຂະຫຍາຍສາຍການບິນ ແລະ ເສີມສ້າງປະສົບການແກ່ຜູ້ໂດຍສານທັງພາຍໃນ ແລະ​ ຕ່າງປະເທດ​.

ຜູ້ໂດຍສານສາມາດເພີດເພີນໃນເຮືອບິນທີ່ທັນສະໄໝທີ່ມີພະນັກງານຫ້ອງໂດຍສານທີ່ເປັນມືອາຊີບ, ເພີດເພີນກັບອາຫານທີ່ມີວັດຖຸດິບທີ່ດີ, ປອດສານພິດ ແລະ ຍັງໄດ້ສໍາຜັດກັບການສະແດງສິລະປະວັດທະນະທໍາ. ນອກຈາກນັ້ນ, ນັກທ່ອງທ່ຽວສາມາດເຂົ້າຮ່ວມໂຄງການສະສົມຄະແນນຂອງ Vietjet SkyJoy ເພື່ອຮັບຄະແນນ ແລະ ແລກຂອງລາງວັນຈາກ Vietjet ຫຼາຍກວ່າ 250 ຍີ່ຫໍ້ດັງ.

ກ່ຽວກັບ VietJet
ສາຍ​ການ​ບິນ​ VietJet ບໍ່​ພຽງ​ແຕ່​ໄດ້​ປະ​ຕິ​ວັດ​ອຸດ​ສາ​ຫະ​ກຳ​ການ​ບິນ​ຢູ່​ຫວຽດ​ນາມ​ເທົ່າ​ນັ້ນ ແຕ່​ຍັງ​ແມ່ນ​ສາຍ​ການ​ບິນ​ບຸກ​ເບີກ​ໃນ​ທົ່ວ​ພາກ​ພື້ນ ແລະ ​ທົ່ວ​ໂລກ ໂດຍເນັ້ນໃສ່ຄວາມສາມາດໃນການບໍລິຫານຈັດການຕົ້ນທຶນ ການດຳເນີນງານທີ່ມີປະສິດທິພາບ ການນຳໃຊ້ເຕັກໂນໂລຊີໃໝ່ຫຼ້າສຸດມາປະຍຸກໃຊ້ໃນທຸກກິດຈະກຳ ແລະ ເປັນຜູ້ນຳທີ່ທັນກະແສສັງຄົມ VietJet ສະເໜີໂອກາດການບິນດ້ວຍຄ່າໂດຍສານທີ່ປະຢັດ ແລະ ຄ່ອງຕົວ ພ້ອມທັງການບໍລິການທີ່ຫຼາກຫຼາຍເພື່ອຕອບສະໜອງຄວາມຕ້ອງການຂອງລູກຄ້າ.

VietJet ແມ່ນສະມາຊິກຂອງສະມາຄົມການຂົນສົ່ງທາງອາກາດສາກົນ ພ້ອມໃບຢັ້ງຢືນການກວດສອບຄວາມປອດໄພດ້ານການດຳເນີນງານຂອງສະມາຄົມການຂົນສົ່ງທາງອາກາດສາກົນ ​ໃນ​ຖານະ​ເປັນ​ບໍລິສັດ​ການບິນ​ເອກະ​ຊົນ​ໃຫຍ່​ທີ່​ສຸດ​ຂອງ​ຫວຽດນາມ ສາຍ​ການ​ບິນ​ດັ່ງກ່າວ​ໄດ້​ຮັບ​ການ​ຈັດ​ອັນ​ດັບ​ຄວາມ​ປອດ​ໄພ​ສູງ​ສຸດລະດັບ 7 ດາວ ຈາກ​ເວັບ​ໄຊ​ຈັດອັນກັບ​ຄວາມ​ປອດ​ໄພ​ ແລະ​ ຜະລິດ​ຕະພັນ​ອັນ​ດຽວ​ຂອງ​ໂລກ​ໃນ​ເວັບ​ໄຊ airlineratings.com ​ແລະ ​ຖືກ​ຈັດ​ໃຫ້​ເປັນ​ໜຶ່ງ​ໃນ 50 ສາຍ​ການ​ບິນ​ທີ່​ດີ​ທີ່​ສຸດ​ໃນ​ໂລກ ​ໃນດ້ານ​ການ​ເງິນ ​ແລະ ການ​ດຳ​ເນີນ​ງານ​ ໂດຍ​ວາລະສານ Air finance Journal ຫຼາຍປີຕິດຕໍ່ກັນ ສາຍການບິນດັ່ງກ່າວຍັງໄດ້ຮັບຊື່ເປັນຜູ້ໃຫ້ບໍລິການທີ່ມີລາຄາຖືກທີ່ດີທີ່ສຸດໂດຍອົງການຈັດຕັ້ງທີ່ມີຊື່ສຽງເຊັ່ນ: Skytrax, CAPA, Airline Ratings ແລະ ອື່ນໆ.

ຂໍ້ມູນເພີ່ມເຕີມທີ່ www.vietjetair.com

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments