Friday, September 20, 2024
Homeຂ່າວຕ່າງປະເທດກອງປະຊຸມເວທີປຶກສາຫາລືການຮ່ວມມືດ້ານສື່ມວນຊົນຈີນ-ອາຟຣິກາ ຄັ້ງທີ 6

ກອງປະຊຸມເວທີປຶກສາຫາລືການຮ່ວມມືດ້ານສື່ມວນຊົນຈີນ-ອາຟຣິກາ ຄັ້ງທີ 6

ວິທະຍຸສາກົນແຫ່ງ ສ ຈີນ ເວທີປຶກສາຫາລືການຮ່ວມມືດ້ານສື່ມວນຊົນຈີນ-ອາຟຣິກາ ຄັ້ງທີ 6 ແລະ ການສົນທະນາລະດັບສູງ ລະຫວ່າງ ຄັງປັນຍາຈີນ-ອາຟຣິກາ ໄດ້ຈັດຂຶ້ນ ຢູ່ນະຄອນຫລວງ ປັກກິ່ງ ເມື່ອບໍ່ດົນມານີ້ ໂດຍມີ ທ່ານ ຫລີຊູ່ເລີຍ ກຳມະການ ກົມການເມືອງ ສູນກາງພັກ ກອມມູນິດຈີນ, ຫົວໜ້າຄະນະ ໂຄສະນາ ອົບຮົມ ສູນກາງພັກ ກອມມູນິດຈີນ ເຂົ້າຮ່ວມ. ຜົນສຳເລັດ ດ້ານການຫັນເປັນ ທັນສະໄໝຂອງ ສປ ຈີນ ແລະ ອາຟຣິກາ ສະແດງ ໃຫ້ເຫັນວ່າ: ປະເທດ ພວມພັດທະນາ ມີສິດທິ ທັງມີຄວາມສາມາດ ທີ່ຊອກຫາເສັ້ນທາງ ຫັນເປັນທັນສະໄໝ ທີ່ມີເອກະລັກ ພິເສດ ຂອງຕົນເອງ ຢ່າງເປັນເຈົ້າການ ບົນພື້ນຖານ ສະພາບ ຂອງປະເທດຕົນ. ຕ້ອງຈັດ ເອົາການຫັນເປັນ ທັນສະໄໝ ເຂົ້າໃນວາລະບຸລິມະສິດ ສຳລັບ ການລາຍງານຂ່າວ ເພື່ອນຳພາຫາງສຽງ ແລະ ການຄົ້ນຄວ້າ ຄັງປັນຍາຂອງ ສປ ຈີນ ແລະ ອາຟຣິກາ, ລົງເລິກ ຄົ້ນຄວ້າ ແລະ ເຜີຍແຜ່ ທັດສະນະ ແລະ ພຶດຕິກຳ ການຫັນເປັນ ທັນສະໄໝ ຂອງປະເທດ ພວມພັດທະນາ, ສະໜອງ ການສະໜັບ ສະໜູນ ດ້ານສະຕິປັນຍາ ແລະ ຫາງສຽງໃຫ້ແກ່ ປະເທດ ສະມາຊິກ “ພາກໃຕ້ ຂອງໂລກ” ເພື່ອແກ້ໄຂຂໍ້ຫຍຸ້ງຍາກ ໃນດ້ານການພັດທະນາ ທີ່ຫັນເປັນທັນສະໄໝ.ກອງປະຊຸມ ເວທີປຶກ ສາຫາລື ຄັ້ງນີ້ ມີຫົວຂໍ້ວ່າ “ຮ່ວມກັນ ເດີນຕາມເສັ້ນທາງ ທີ່ຫັນເປັນທັນສະໄໝ”. ໂດຍມີ ຜູ້ແທນ 500 ກວ່າຄົນ ທີ່ມາຈາກພາກສ່ວນລັດຖະບານສື່ມວນຊົນ ຄັງປັນຍາຂອງຈີນ ແລະ 40 ກວ່າປະເທດອາຟຣິກາ ພ້ອມດ້ວຍ ອົງການຈັດຕັ້ງສາກົນ ໄດ້ເຂົ້າຮ່ວມ ກອງປະຊຸມດັ່ງກ່າວ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments