Friday, September 20, 2024
Homeຂ່າວຕ່າງປະເທດສປ ຈີນ ນຳເຂົ້າຄຳຫລຸດລົງ 24%ຕ່ຳສຸດໃນຮອບ2ປີ

ສປ ຈີນ ນຳເຂົ້າຄຳຫລຸດລົງ 24%ຕ່ຳສຸດໃນຮອບ2ປີ

ສຳນັກຂ່າວບລູມເບີຣກ, ສປ ຈີນ ນຳເຂົ້າຄຳໃນເດືອນກໍລະກົດຫລຸດລົງ 24% ຈາກໄລຍະດຽວກັນ ຂອງປີກາຍຍັງເຫລືອ 44,6 ໂຕນ ຊຶ່ງເປັນລະດັບຕ່ຳສຸດ ໃນຮອບ 2 ປີ ຫລັງຈາກ ສປ ຈີນ ປ່ຽນຄວາມຄິດໃນການເກັບຊື້ຄຳເພື່ອປ້ອງກັນຄວາມສ່ຽງ.

ຂະນະທີ່ທະນາຄານຈີນ ຢຸດຊື້ຄຳເປັນເວລາ 3 ເດືອນ ຕິດຕໍ່ກັນແລ້ວ. ກ່ອນໜ້ານີ້ ສປ ຈີນ ມີຄວາມຕ້ອງການນຳເຂົ້າຄຳ ເພີ່ມຂຶ້ນຈົນເຖິງລະດັບສູງສຸດໃນເດືອນມັງກອນ ເຮັດໃຫ້ລາຄາຄຳເພີ່ມຂຶ້ນ ຫລາຍກວ່າ 2.500 ໂດລາສະຫະລັດຕໍ່ອອນ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments