Friday, September 20, 2024
Homeແຈ້ງການສໍາຄັນແຈ້ງເຕືືອນ ກົມອຸຕຸນິຍົມ ແລະ ອຸທົກກະສາດ ຈະມີນໍ້າຖ້ວມຊຸ ແລະ ດິນເຈື່ອນ ລະຫວ່າງວັນທີ 22-24 ສິງຫາ 2024

ແຈ້ງເຕືືອນ ກົມອຸຕຸນິຍົມ ແລະ ອຸທົກກະສາດ ຈະມີນໍ້າຖ້ວມຊຸ ແລະ ດິນເຈື່ອນ ລະຫວ່າງວັນທີ 22-24 ສິງຫາ 2024

ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ພະຍາກອນອາກາດ ໃນລະຫວ່າງວັນທີ 22 ຫາ 24 ສິງຫາ 2024 ນີ້ໃຫ້ຮູ້ວ່າ: ແຕ່ລະພາກ ແລະ ຈະມີຝົນຕົກໜັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ຢູ່ແຂວງພາກເໜືອ ແລະ ພາກກາງ ຍ້ອນຮ່ອງຄວາມກົດດັນອາກາດຕໍ່າ ຫຼື ຮ່ອງຝົນ ຍັງຈະສືບຕໍ່ພາດຜ່ານຢູ່ເຂດ ພາກເໜືອຂອງປະເທດລາວ, ສົມທົບກັບກະແສລົມມໍລະສຸມຕາເວັນຕົກ ສ່ຽງໃຕ້ທີ່ມີກໍາລັງແຮງປານກາງພັດປົກຄຸມ.

ຕໍ່ກັບສະພາບອາກາດດັ່ງດ່າວ, ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ, ອໍານາດການປົກຄອງ ແລະ ອົງການຈັດຕັ້ງທຸກພາກສ່ວນ ຈົ່ງມີສະຕິລະມັດລະວັງໃນການນໍາໃຊ້ເສັ້ນທາງທີ່ໃກ້ແຄມພູສູງ, ພ້ອມທັງກຽມຮັບມື ຕໍ່ສະພາບຝົນຕົກໜັກຕິດຕໍ່ກັນຫຼາຍວັນ ທີ່ຈະເຮັດໃຫ້ມີດິນເຈືື່ອນ, ເສັ້ນທາງຂາດ, ນໍ້າຖ້ວມຊຸ ແລະ ນໍ້າຖ້ວມຍືື່ງ ຢູ່ແຂວງພາກເໜືອ ແລະ ພາກກາງ.

ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ຢ່າງຕໍ່ເນືື່ອງ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments