ຂປລ. ວິທະຍຸສາກົນແຫ່ງປະເທດຈີນ (CRI) ໄດ້ລາຍງານວ່າ: ເມື່ອບໍ່ດົນ ມານີ້, ເຂົ້າໜຽວຂອງ ສປປ ລາວ ຕູ້ຄອນເທີເນີ 4 ຕູ້ ໄດ້ຂຶ້ນລົດໄຟຂົນສົ່ງ ສິນຄ້າ ຢູ່ນະຄອນຫລວງວຽງຈັນ ສປປ ລາວ ແລະ ຈະສົ່ງໄປເຖິງນະຄອນ ຈຸ່ງກິ່ງ ທາງພາກຕາເວັນຕົກຂອງຈີນ ພາຍໃນເວລາ 4 ວັນ ໂດຍຜ່ານທາງ ລົດໄຟ ລາວ-ຈີນ, ຈາກນັ້ນກໍຈະສົ່ງໄປສູ່ແຂວງອື່ນໆ ທາງພາກຕາເວັນຕົກ ຂອງຈີນອີກ. ເຂົ້າໜຽວ ງວດນີ້ມີຈຳນວນໜຶ່ງໄດ້ຖືກປຸງແຕ່ງເປັນເຂົ້າໜົມ “ຈຸ້ງຈື” ໃນມື້ບຸນຕ່ວນອູຂອງຈີນ, ອີກຈຳນວນໜຶ່ງຖືກປຸງແຕ່ງເປັນ ເຂົ້າໜົມບົວລອຍ ແລະ ອາຫານອື່ນໆທີ່ມີເອກະລັກພິເສດຂອງຈີນ.

ນີ້ແມ່ນຂະບວນການເດີນທາງສາຍໃໝ່ຂອງເຂົ້າໜຽວລາວ ກ້າວເຂົ້າສູ່ ຕະຫລາດພາກຕາເວັນຕົກສຽງໃຕ້ຂອງປະເທດຈີນ ໂດຍຜ່ານທາງລົດໄຟ ລາວ-ຈີນ ເປັນຄັ້ງທຳອິດ. ເຂົ້າໜຽວ ຂອງ ສປປ ລາວ ໄດ້ຮັບຄວາມນິຍົມ ຈາກຕະຫລາດຈີນ ຍ້ອນມີກິ່ນຫອມ, ອ່ອນ ແລະ ໜຽວ. ແຕ່ຖ້າຂົນສົ່ງ ຕາມເສັ້ນທາງຂົນສົ່ງສິນຄ້າເກົ່າ, ເຂົ້າໜຽວລາວ ຈະຕ້ອງສົ່ງໄປເຖິງທ່າເຮືອ ຂອງປະເທດໄທ ຫລື ປະເທດຫວຽດນາມ ກ່ອນ, ແລ້ວສືບຕໍ່ສົ່ງໄປເຖິງ ຕົວເມືອງພາກຕາເວັນອອກຂອງຈີນ ໂດຍຜ່ານທາງທະເລ, ສຸດທ້າຍ ຈະຜ່ານແມ່ນ້ຳຢາງເຊ ຈຶ່ງສາມາດສົ່ງໄປເຖິງຕະຫລາດພາກຕາເວັນຕົກ ສຽງໃຕ້ຂອງຈີນ ເຊິ່ງຕ້ອງໃຊ້ເວລາປະມານໜຶ່ງເດືອນ, ບໍ່ພຽງແຕ່ໃຊ້ເວລາ ດົນເທົ່ານັ້ນ ຍັງຕ້ອງຈ່າຍຄ່າຂົນສົ່ງສູງສົມຄວນອີກດ້ວຍ. ສະນັ້ນ, ຢູ່ຕະຫລາດພາກຕາເວັນຕົກສຽງໃຕ້ຂອງຈີນ ຈຶ່ງບໍ່ຄ່ອຍມີເຂົ້າໜຽວລາວ ຈຳໜ່າຍ.

ແຕ່ພາຍຫລັງທາງລົດໄຟ ລາວ-ຈີນ ເປີດບໍລິການແລ້ວ, ໄລຍະເວລາ ຂົນສົ່ງສິນຄ້າໄດ້ຫລຸດລົງເຫລືອພຽງປະມານ 4 ວັນເທົ່ານັ້ນ. ນອກນີ້ຄ່າ ຂົນສົ່ງຕູ້ຄອນເທນເນີແຕ່ລະຕູ້ສາມາດປະຢັດໄດ້ 200 ໂດລາສະຫະລັດ ຄວາມສາມາດການແຂ່ງຂັນຂອງເຂົ້າໜຽວລາວ ໃນຕະຫລາດຈີນ ໄດ້ເພີ່ມ ຂຶ້ນຢ່າງຫລວງຫລາຍ. ສະນັ້ນ, ເຂົ້າໜຽວລາວ ຈຶ່ງໄດ້ພົບໂອກາດໃໝ່ທີ່ຈະ ແບ່ງປັນຜົນປະໂຫຍດຈາກຕະຫລາດຂອງປະເທດຈີນໄດ້.

ສິນຄ້າທີ່ເປີດຂະບວນເດີນທາງສາຍໃໝ່ ບໍ່ພຽງແຕ່ແມ່ນເຂົ້າໜຽວ ເທົ່ານັ້ນຍັງມີຜະລິດຕະພັນກະສິກຳ, ຢາງພາລາ, ປຸ໋ຍໂປຕາສ, ແຮ່ເຫລັກ ແລະສິນຄ້າອື່ນໆໄດ້ຜ່ານທາງລົດໄຟ ລາວ-ຈີນ ຈາກປະເທດ ແລະ ເຂດ ແຄວ້ນອາຊຽນສົ່ງໄປປະເທດຈີນ; ສ່ວນອຸປະກອນການສື່ສານ, ເຄື່ອງໃຊ້ ປະຈຳວັນ, ດອກໄມ້ສົດ, ຜັກສົດ, ອາຫານສັດ ແລະອື່ນໆຈາກປະເທດຈີນ ກໍໄດ້ຖືກຂົນສົ່ງຜ່ານທາງລົດໄຟ ຈີນ-ລາວ ມາເຖິງນະຄອນຫລວງວຽງຈັນ ຂອງ ສປປ ລາວ ແລ້ວສືບຕໍ່ສົ່ງໄປປະເທດ ແລະ ເຂດແຄວ້ນໃນອາຊຽນ.

ຄຽງຄູ່ກັບສັນຍາການພົວພັນຄູ່ຮ່ວມມືເສດຖະກິດຮອບດ້ານໃນພາກ ພື້ນ ຫລື RCEP ໄດ້ມີຜົນບັງຄັບໃຊ້ຢ່າງເປັນທາງການໃນເດືອນມັງກອນປີນີ້, ຄວາມຕ້ອງການດ້ານການຂົນສົ່ງສິນຄ້າ ລະຫວ່າງ ຈີນ-ລາວ ນັບມື້ນັບ ເພີ່ມຂຶ້ນ. ສະຖານີລົດໄຟວຽງຈັນໃຕ້, ນາເຕີຍ, ວັງວຽງ, ຫລວງພະບາງ, ໂພນໂຮງ ແລະສະຖານນີອື່ນໆ ໄດ້ເປີດວຽກງານຂົນສົ່ງສິນຄ້າຕາມລຳດັບ, ຕັ້ງໜ້າຄົ້ນຄວ້າຮູບແບບການຂົນສົ່ງສາກົນຕ່າງໆເຊັ່ນ: “ສາຍດ່ວນແມ່ນ້ຳ ລ້ານຊ້າງ-ແມ່ນ້ຳຂອງ ປະສົມກັບການຄ້າເອເລັກໂຕຣນິກຂ້າມປະເທດ”, “ທາງລົດໄຟ ລາວ-ຈີນ ເຊື່ອມຈອດກັບຂະບວນລົດໄຟ ຈີນ-ເອີຣົບ”, “ທາງລົດໄຟ ລາວ-ຈີນ ເຊື່ອມຈອດກັບຂະບວນລົດໄຟຕາມຊ່ອງທາງໃໝ່ ທາງທະເລ-ທາງບົກພາກຕາເວັນຕົກ” ເຊິ່ງໄດ້ເພີ່ມສີສັນໃຫ້ແກ່ເສັ້ນທາງ ລົດໄຟ ລາວ-ຈີນ, ທັງໄດ້ຍົກສູງຄວາມສາມາດໃນການຂົນສົ່ງສິນຄ້າຂ້າມ ປະເທດອີກດ້ວຍ.

ພາຍຫລັງເປີດການນຳໃຊ້ຢ່າງເປັນທາງການເຄິ່ງປີມານີ້, ທາງລົດໄຟ ລາວ-ຈີນ ຂົນສົ່ງສິນຄ້າໄດ້ທັງໝົດ 4,03 ລ້ານໂຕນ, ໃນນັ້ນສິນຄ້າຂ້າມ ປະເທດ 6,47 ແສນໂຕນ; ມີ 21 ແຂວງ ແລະ ກຳແພງນະຄອນຂອງປະເທດ ຈີນ ໄດ້ເປີດຂະບວນລົດໄຟຂົນສົ່ງສິນຄ້າຂ້າມປະເທດ ໂດຍຜ່ານທາງລົດໄຟ ລາວ-ຈີນ, ໄດ້ຂົນສົ່ງສິນຄ້າຫລາຍກວ່າ 100 ກວ່າຊະນິດ, ສາມາດສົ່ງໄປເຖິງ ປາຍທາງໄດ້ປະມານ 10 ປະເທດ ແລະ ເຂດແຄວ້ນ ເຊັ່ນ: ລາວ, ໄທ, ມຽນມາ, ມາເລເຊຍ, ກຳປູເຈຍ, ສິງກະໂປ ແລະອື່ນໆ.

ທາງລົດໄຟ ລາວ-ຈີນ ໄດ້ສ້າງຊ່ອງທາງຂົນສົ່ງສິນຄ້າທີ່ສະດວກ ແລະມີ ປະສິດທິພາບສູງ ລະຫວ່າງ ຈີນ-ອາຊຽນ ເຊິ່ງເຮັດໃຫ້ເວລາ ແລະຕົ້ນທຶນ ການຂົນສົ່ງສິນຄ້າໄດ້ຫລຸດລົງຢ່າງຫລວງຫລາຍ, ໄດ້ກາຍເປັນເສັ້ນທາງ ສາຍຄຳດ້ານການຂົນສົ່ງສິນຄ້າສາກົນ ເຊິ່ງບໍ່ພຽງແຕ່ສາມາດຕອບ ສະໜອງທັນກັບຄວາມຕ້ອງການຂອງຜູ້ບໍລິໂພກ ຍັງສາມາດສ້າງໂອກາດ ການພັດທະນາໃໝ່ໃຫ້ແກ່ປະເທດ ແລະ ເຂດແຄວ້ນທີ່ຢູ່ລຽບຕາມທາງ ລົດໄຟສາຍນີ້ອີກດ້ວຍ.

ຂ່າວ-ພາບ: ວິທະຍຸສາກົນແຫ່ງປະເທດຈີນ (CRI)

#Medialaos MMD (ແຫຼ່ງຂໍ້ມູນຈາກ: ສຳນັກຂ່າວສານປະເທດລາວ)

LEAVE A REPLY

Please enter your comment!
Please enter your name here