Friday, September 20, 2024
Homeແຈ້ງການສໍາຄັນສະພາບອາກາດ ວັນທີ 19 ສິງຫາ 2024

ສະພາບອາກາດ ວັນທີ 19 ສິງຫາ 2024

ບໍລິເວນຄວາມກົດດັນອາກາດຕໍ່າໄດ້ແຜ່ລົງມາປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ດ້ວຍກໍາລັງປານກາງ, ສົມທົບກັບລົມມໍລະສຸມຕາເວັນຕົກ ສ່ຽງໃຕ້ພັດປົກຄຸມ. ຊຶ່ງຈະເຮັດໃຫ້ມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມ ໃນລະດັບຄ່ອຍ ຫາ ປານກາງ ພ້ອມຈະມີລົມພັດແຮງເປັນບາງໂອກາດ ຢູ່ບາງທ້ອງຖິ່ນໃນແຕ່ລະພາກ.

ລາຍງານຂໍ້ມູນອຸຕຸກະເສດ ປະຈໍາອາທິດ ສໍາລັບເຂົ້ານາປີ ແລະ ພືດຜັກ, ປະຈໍາວັນທີ 19 ສິງຫາ 2024 ໃນໄລຍະໜຶ່ງອາທິດຂ້າງໜ້າແມ່ນມີຄວາມ ສ່ຽງອາກາດຮ້ອນຢູ່ໃນເຂດເມືອງຄໍາເກີດ, ແຂວງບໍລິຄໍາໄຊ. ເຂົ້ານາປີ ແມ່ນຢູ່ໃນໄລຍະຈະເລີນເຕີບໂຕຂອງຕົ້ນເຂົ້າ. ໃຫ້ປະຊາຊົນ ເພີ່ມທະວີ ຕິດຕາມເຝົ້າລະວັງ ເພື່ອປ້ອງກັນແມງໄມ້, ພະຍາດຈາກເຊື້ອລາ, ໃຫ້ໃຊ້ ສະໝຸນໄພ, ຢາປາບສັດຕູພືດ ແລະ ຢາຂ້າເຊື້ອລາປະສົມກັນ ເພື່ອຫລຸຸດ ຜ່ອນການທໍາລາຍ ໃຊ້ຝຸ່ນເພື່ອຄວາມແຂງແຮງຂອງເຂົ້າ ແລະ ນໍາໃຊ້ ມາດຕະການທີ່ເໜາະສົມ ສໍາລັບພະຍາດກາບໃບແຫ້ງ, ພະຍາດໃບຈຸດ ສີນໍ້າຕານ, ທີ່ມີຄວາມສ່ຽງສູງ ນໍາໃຊ້ມາດຕະການທີ່ເໜາະສົມຕາມການ ແນະນໍາຈາກຂະແໜງກະສີກໍາ ເພື່ອຫລຸດຜ່ອນຄວາມເສຍຫາຍຈາກໄພ ແຫ້ງແລ້ງ ທີ່ມີຄວາມສ່ຽງປານກາງ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments